Ad

Ad

24 October 2013

ໂຕຊິບາໄທແລນ ຮ່ວມກັບວິທະຍາໄລເຕັກນິກປາກປ່າສັກ ເປີດໂຄງການເພື່ອການສຶກສາປາກປ່າສັກ-ໂຕຊິບາໄທແລນ



     ວັນທີ 23 ຕຸລານີ້, ບໍລິສັດໂຕຊິບາ ໄທແລນຈຳກັດຮ່ວມກັບວິທະຍາໄລເຕັກນິກ ປາກປ່າສັກໄດ້ເປີດໂຄງການເພື່ອການສຶກ ສາປາກປ່າສັກ-ໂຕຊິບາໄທແລນ ຂຶ້ນຢູ່ວິທະ ຍາໄລດັ່ງກ່າວໂດຍການເຂົ້າຮ່ວມຂອງຮອງສາສະດາຈານ ດຣ ກອງສີ ແສງມະນີ ລັດຖະ ມົນຕີຊ່ວຍວ່າການກະຊວງສຶກສາທິການ ແລະ ກິລາ, ທ່ານນາງ ກອບການ ວັດທະນະວະຣາງກຸ ນປະທານກຳມະການ ບໍລິສັດໂຕ ຊິບາໄທແລນຈຳກັດ, ທ່ານ ສາຍຄຳ ພັນທະວົງ ຜູ້ອຳນວຍການວິທະຍາໄລເຕັກນິກປາກປ່າສັກ, ມີບັນດາຫົວໜ້າ ກົມ, ພ້ອມດ້ວຍຄູອາຈານ ແລະ ນັກສຶກສາຈາກວິທະຍາໄລດັ່ງກ່າວເຂົ້າຮ່ວມເປັນຈຳນວນຫຼາຍ.
         ຜູ້ອຳນວຍການວິທະຍາໄລເຕັກນິກປາກປ່າສັກກ່າວ ວ່າ:ວິທະຍາໄລເຕັກນິກປາກປ່າ ສັກເປັນສະຖາບັນອາຊີວະສຶກສາ ແຫ່ງທຳອິດຂອງປະເທດທີ່ສ້າງນາຍຊ່າງອອກຮັບໃຊ້ສັງຄົມມາເປັນຈຳນວນຫຼາຍ ແລະ ມີການພັດທະນາລະບົບການສຶກສາຢ່າງ ຕໍ່ເນື່ອງພາຍໃຕ້ການຊີ້ນຳຂອງກະຊວງສຶກສາທິການແລະກິລາ ໂດຍປະກອບມີຫຼາຍສາຂາອາຊີບ ທີ່ໄດ້ຈັດຕັ້ງການຮຽນການ ສອນເລີ່ມຈາກຊັ້ນຕົ້ນ, ຊັ້ນກາງເຖິງຊັ້ນສູງ ແລະ ໄດ້ສ້າງນາຍຊ່າງ ອອກຮັບໃຊ້ສັງຄົມຫຼາຍກວ່າ 45 ພັນຄົນແລ້ວ ແລະໄດ້ມີ
ຄວາມພະຍາຍາມໃນການພັດທະນາຫຼາຍຮູບແບບເຊັ່ນການຮ່ວມມື ກັບອົງການຈັດຕັ້ງສາກົນ ແລະ ຕ່າງປະເທດຊຶ່ງໃນມື້ນີ້ກໍຄື ການຮ່ວມມືກັບບໍລິສັດໂຕຊິບາໄທ ແລນຈຳກັດໂດຍປະຕິບັດຕາມແນວທາງນະໂຍບາຍການຫັນເອົາການສຶກສາເປັນຂອງປວງ ຊົນພ້ອມທັງຍາດແຍງການຊ່ວຍ ເຫຼືອທາງວິຊາການ ແລະ ວັດຖຸອຸປະກອນຕ່າງໆຈາກພາຍນອກ ແລະ ວິທະຍາໄລແຫ່ງນີ້ຈຶ່ງ ໄດ້ກຳນົດວິໄສ ທັດໃນການຊອກຄູ່ຮ່ວມພັດທະນາໃຫ້ມີຄວາມຈະເລີີນ ແລະ ກ້າວໜ້າ, ເທົ່າທຽມກັບພາກພື້ນ. ມາຮອດເດືອນ ມີນາປີ 2012, ວິທະຍາໄລເຕັກນິກປາກປ່າສັກໄດ້ຈັດຕະຫຼາດນັດແຮງງານຂຶ້ນໂດຍມີບໍລິສັດຕ່າງໆເຂົ້າຮ່ວມຫຼາຍກວ່າ 40 ບໍລິສັດ  ແລະ ໜຶ່ງໃນ ນັ້ນກໍມີບໍລິສັດໂຕຊິບາ ເຂົ້າຮ່ວມນຳດ້ວຍ.ຈາກກິດຈະ ກຳດັ່ງກ່າວຈຶ່ງ ເຮັດໃຫ້ທັງ ສອງ ຝ່າຍອວ່າຍໜ້າ ເຂົ້າຫາກັນເພື່ອປຶກສາຫາລື ແລະ ເຫັນວ່າປະເທດລາວເຮົາ ຍັງຂາດນາຍຊ່າງ ສ້ອມແປງ ເຄື່ອງໃຊ້ໄຟຟ້າຫຼາຍຢ່າງ. ດ້ວຍເຫດ ນັ້ນທັງສອງຝ່າຍຈຶ່ງໄດ້ມີແນວຄິດ ຮ່ວມກັນສ້າງສູນເຝິກອົບຮົມໃຫ້ແກ່ການ ສ້ອມແປງເຄື່ອງໄຊ້ໄຟຟ້າ ເຊັ່ນ ເຄື່ອງຊັກຜ້າ, ເຄື່ອງເຢັນ, ໂທລະພາບ ແລະ ອື່ນໆ. ມາຮອດເດືອນສິງຫາ  2013 ນີ້, ສອງຝ່າຍຈຶ່ງໄດ້ຕົກລົງສ້າງສູນເຝິກອົບຮົມຂຶ້ນໂດຍ ມີຊື່ວ່າ: ໂຄງການເພື່ອການສຶກສາປາກປ່າສັກ -ໂຕຊິບາໄທແລນ. ສູນດັ່ງກ່າວຈະນຳເອົາຜົນປະໂຫຍດມາໃຫ້ຄູ-ອາຈານ, ນັກ ຮຽນນັກສຶກສາຂອງວິທະຍາໄລເຕັກນິກປາກປ່າສັກ ແລະ ສະຖາບັນການສຶກສາແຫ່ງຕ່າງໆ, ພ້ອມທັງຕອບສະໜອງຄວາມ ຮຽກຮ້ອງຕ້ອງການຂອງສັງຄົມໃນການສ້າງນາຍຊ່າງທີມີສີມື.
        ທ່່ານ ສາຍຄຳ ເນັ້ນອີກ ວ່າ: ໂຄງການດັ່ງກ່າວເປັນໂຄງການ ຕົວແບບໃນການຮ່ວມມື ແລະ ອາດເປັນເສັ້ນທາງເຊີ່ອມ ໂຍງ ໃຫ້ແກ່ການກະຕຸກຊຸກຍູ້ໃຫ້ເກີດ ການຮ່ວມມືກັບຫຼາຍສາຂາອາ ຊີບຊຶ່ງເປົ້າໝາຍໃນການຮ່ວມມື ຄັ້ງນີ້ກໍເພື່ອເພີ່ມຂີດ ຄວາມສາມາດທາງທັກສະການຮຽນຮູ້ ຂອງຄູ-ອາຈານ, ນັກຮຽນນັກສຶກສາໃນສາຂາວິຊາດັ່ງກ່າວໃຫ້ທັນກັບການແປງປຽນໃໝ່ ທາງເຕັກໂນໂລຊີ, ເປີດໂອກາດໃຫ້ຄູອາຈານ, ນັກຮຽນນັກສຶກສາຈາກສະຖາບັນອາຊີວະສຶກສາໃນທົ່ວປະເທດໄດ້ມີໂອກາດໃຊ້ ຊັບພະຍາກອນຮ່ວມກັນ ແລະ ໄດ້ເຝິກອົົບຮົມຮ່ວມກັນໂດຍນຳໃຊ້ຫຼັກສູດ, ມາດຕະຖານອັນດຽວກັນ ແລະ ເພື່ອເປັນການ ປີດໂອກາດ ໃຫ້ບຸກຄົນພາຍນອກໄດ້ມີໂອກາດເຂົ້າເຝິກອົບຮົມຢູ່ສູນແຫ່ງນີ້ ແລະ ມີຄວາມຫວັງວ່າໂຄງການດັ່ງກ່າວຈະໄດ້ຮັບ ການຊຸກຍູ້ສົ່ງ ເສີມໃຫ້ໄດ້ເຄື່ອນໄຫວຢ່າງເປັນປົກກະຕິ ແລະ ຍາວນານ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງຕະ ຫຼາດແຮງງານທີ່ມີຄຸນ ນະພາບແລະ ສ້າງເງື່ອນໄຂການເຊື່ອມໂຍງເຂົ້າເປັນສະມາຊິກປະຊາຄົມເສດຖະກິດອາຊຽນໃນປີ 2015 ມີຜົນສຳເລັດ.
        ໃນໂອກາດນີ້, ບໍລິສັດໂຕຊິບາ ໄທແລນ ຍັງໄດ້ມອບທຶນການສຶກສາໃຫ້ແກ່ນັກສຶກສາໂຮງຮຽນປາກປ່າສັກ  3 ທືນ ແລະ ໂຮງຮຽນການເງິນດົງຄຳຊ້າງ 2 ທຶນໆລະ 1,5 ລ້ານກີບ.

No comments:

Post a Comment