ໃນວັນທີ 23 ຕຸລານີ້ ທ່ານພັນໂທບຸນສົງ
ພິມມະວົງ ຫົວໜ້າການເມືອງກອງ ຂ 11 ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ເນື່ອງໃນໂອກາດສ້າງຂະບວນການຂ່ຳນັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ
65 ປີ ວ່າ: ໂດຍອີງໃສ່ຄຳສັ່ງແນະນະຂອງຄະ ນະເລຂາທິການສູນກາງພັກວ່າດ້ວຍການຈັດຕັ້ງສະເຫຼີມ
ສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 65 ປີ ໃຫ້ເປັນຂະບວນຟົດຟື້ນຊຶ່ງຄະນະພັກ,
ຄະນະບັນຊາໄດ້ມີການຄົ້ນຄວ້າເຊື່ອມຊຶມຢ່າງເລິກເຊິ່ງເນື້ອໃນຈິດໃຈແນະນຳດັ່ງກ່າວ,
ພ້ອມທັງຈັດ ຕັ້ງຄະນະຮັບຜິດຊອບຊີ້ນຳລວມ ເພື່ອຮັບປະກັນໃຫ້ແກ່ການຈັດຕັ້ງປະຕິບັດໃຫ້ເກີດໝາກຜົນທັງສອດຄ່ອງກັບເງື່ອນໄຂຕົວຈິງຂອງກົມກອງໂດຍປິ່ນອ້ອມ
4 ແຜນງານໃຫຍ່ 26 ໂຄງການຂອງຄະນະພັກກະ ຊວງປ້ອງກັນປະເທດວາງອອກ ຄື ກົມກອງພວກເຮົາກໍໄດ້ຈັດ
ຕັ້ງກຳລັງຫັນລົງສູ່ຮາກຖານ, ອຳນາດການປົກຄອງ 4 ບ້ານທີ່ກົມກອງຮັບຜິດຊອບ,
ໃນນີ້ໄດ້ເລັ່ງໃສ່ບ້ານຈຳປາ ເປັນຈຸດສຸມຂອງກົມກອງ,ເອົາໃຈໃສ່ຫັນ ໝົດກົມກອງ
ເຮັດວຽກງານກຽມ ພ້ອມສູ້ຮົບ, ຈັດຕັ້ງລະບົບປະຈຳ ການ ແຕ່ລະຂັ້ນຕະຫຼອດ 24 ຊົ່ວໂມງທັງດ້ານພາຫະນະກໍຄືດ້ານກຳລັງເມື່ອຂັ້ນເທິງຕ້ອງການ
ສາ
ມາດເຄື່ອນທີ່ໄດ້ໄວ,ການປັບປຸງກຳລັງເອົາໃຈໃສ່ສຶກສາອົບຮົມດ້ານແນວຄິດການເມືອງໃຫ້ພະ
ນັກງານຽນັກຮົບ ເຊື່ອມຊຶມຕໍ່ໜ້າ ທີ່ການເມືອງຂອງຕົນຢ່າງເປັນປົກກະຕິ, ຈັດຕັ້ງດຳເນີນຊີວິດການເມືອງຂອງການ
ຈັດຕັ້ງແຕ່ ລະຂັ້ນຢ່າງເປັນປົກະຕິ, ສຶກສາອົບຮົມສິນລະປະຍຸດ, ຍຸດທະວິທີໃຫ້ພະນັກງານ-ນັກຮົບສຳນິສຳນານການນຳໃຊ້ພາຫະນະຕ່າງໆ
ແລະ ໃນວັນສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 65 ປີນີ້ ກົມກອງພວກເຮົາກໍໄດ້ກະກຽມກຳລັງຫັດແອບເຂົ້າຮ່ວມຊ້ອມຮົບນຳຂັ້ນເທີງ
ພ້ອມກັບການເດີນສວນສະໜາມ. ສຳລັບແຜນແກ້ໄຂຊີວິດການເປັນຢູ່ ໄດ້ສຸມໃສ່ການປູກ,ການລ້ຽງເປັນບັນຫາສຳຄັນເຊັ່ນ:
ລ້ຽງງົວ ແລະ ລ້ຽງປາ, ໄກ່ພັນໄຂ່, ໄກ່ພັນຊີ້ນ ແລະ ໄກ່ລາດທຳມະຊາດ, ສຸມໃສ່ປູກຜັກທຸກຊະນິດ
ແລະ ສ້າງເຮືອນຮົ່ມເພື່ອປູກຜັກໃນລະດູຝົນຕື່ມອີກ
ທ່ານພັນໂທ ບຸນສົມ ພິມມະວົງ ຫົວໜ້າການເມືອງກອງ
ຂ 11 ກ່າວວ່າ: ກອງ ຂ 11 ໄດ້ຮັບການສ້າງຕັ້ງໃນວັນທີ 16 ທັນວາ ປີ 1975 ໂດຍສືບທອດມູນເຊື້ອມາຈາກກຸ່ມ
901 ທີ່ເຂົ້າມາປະສົມຢູ່ວຽງຈັນ ມີໜ້າທີ່ປ້ອງກັນນະຄອນຫຼວງ ແລະ ອົງ ການນຳພັກ-
ລັດ ແລະ ເຄື່ອນໄຫວກໍ່ສ້າງຮາກຖານປະຊາຊົນອຳນາດການປົກ ຄອງບ້ານອ້ອມຂ້າງເຂດກົມກອງຕັ້ງທັບ.ຜ່ານການເຄື່ອນໄຫວໜ້າທີ່ການເມືອງ
ມີ 2 ກອງພັນນ້ອຍ ແລະ 5 ກອງຮ້າຍ ໄດ້ຮັບນາມະຍົດ ເປັນກອງວິລະຊົນແຫ່ງຊາດ,
ມີ 6 ສະຫາຍເປັນວິລະຊົນແຫ່ງຊາດ, 22 ສະຫາຍ ໄດ້ຮັບນາມມະຍົດແຂ່ງຂັນ ແລະ ໄດ້ຮ່ວມສູ້ຮົບນ້ອຍ
ແລະ ໃຫຍ່ 290 ຄັ້ງ ໃນນັ້ນເດັ່ນກວ່າໝູ່ແມ່ນບັ້ນຮົບຢູ່ເມືອງບໍ່ແຕນ ແຂວງໄຊຍະບູລີ
ປີ 1987-1988 ຈົນໄດ້ຮັບໄຊຊະນະ.
No comments:
Post a Comment