Ad

Ad

24 October 2013

ອົງການປະກັນສັງຄົມແຫ່ງລັດເຊັນສັນຍາບໍລິການປິ່ນປົວສຸຂະພາບແບບມອບເຫມົາ



      ໃນວັນທີ 22 ຕຸລານີ້, ຢູ່ພະແນກແຮງງານ ແລະ ສະຫວັດດີການ-ສັງຄົມແຂວງເຊກອງ ໄດ້ຈັດກອງປະຊຸມສະຫລຸບຕີລາ ຄາການຈັດຕັ້ງປະຕິບັດວຽກງານອົງການປະກັນສັງຄົມແຫ່ງລັດ (ອປລ) ປະຈຳປີ ແລະ ເຊັນສັນຍາເພື່ອບໍລິການປິ່ນປົວສຸຂະ ພາບ ແບບມອບເໝົາປະຈຳສົກປີ 2013-2014  ໂດຍການເປັນປະທານຂອງທ່ານ ຖາວອນ ພົມມະໄລລຸນ ຮອງເຈົ້າແຂວງເຊ ກອງ, ຕາງ ໜ້າຂະແໜງການກ່ຽວຂ້ອງຂັ້ນສູນກາງ, ແຂວງ ແລະ 4  ເມືອງເຂົ້າຮ່ວມ.
      ນອກຈາກພິທີເຊັນສັນຍາ ເພື່ອບໍລິການປິ່ນປົວສຸຂະພາບ ແບບມອບເໝົາສົກປີ 2013-2014 ລະຫວ່າງອົງການປະກັນສັງ ຄົມແຫ່ງລັດກັບບັນດາໂຮງໝໍໃນ ແຂວງເຊກອງແລ້ວ, ກອງປະຊຸມຍັງໄດ້ລາຍງານການຈັດຕັ້ງປະຕິບັດວຽກງານປະກັນສັງຄົມ ແຫ່ງລັດໃນໄລຍະ 1 ປີ ແລະ ທິດທາງແຜນການໃນຕໍ່ໜ້າໂດຍສະເພາະຈະໄດ້ສຸມໃສ່ການຈັດພິມບັດປະກັນສຸຂະພາບແບບ ຖາວອນໃຫ້ ແກ່ຜູ້ເກີດສິດໃນງວດທີ I ສົກປີ  2013-2014 ຈຳນວນ 3.000 ກວ່າ ຄົນ ໃຫ້ສຳເລັດ, ສືບຕໍ່ປະສານສົມທົບກັບ ຂະແໜງກ່ຽວ ຂ້ອງປັບປຸງຂອດບໍລິການປິ່ນປົວສຸຂະພາບໃຫ້ມີປະສິດທິຜົນ ແລະ ຕັ້ງໜ້າໂຄສະນາເຜີຍແຜ່ນິຕິກຳກ່ຽວກັບ
ວຽກງານປະກັນສັງ ຄົມໃຫ້ກວ້າງຂວາງ, ເລິກເຊິ່ງ ແລະ ທົ່ວເຖິງເຮັດໃຫ້ສະມາຊິກປະກັນສັງຄົມຮັບຮູ້, ເຂົ້າໃຈຂັ້ນຕອນ ແລະ ວິທີການຈັດຕັ້ງປະຕິ ບັດ. ຂະນະທີ່ຕົວແທນຈາກໂຮງໝໍແຂວງ ແລະ ໂຮງໝໍເມືອງຕ່າງໆໄດ້ມີຄຳເຫັນວ່າ: ຂອດການປະສານ ງານລະຫວ່າງໂຮງໝໍກັບ ອປລ ແລະ ພະນັກງານ-ລັດຖະກອນຈຳນວນໜຶ່ງບໍ່ທັນເຂົ້າໃຈເລິກເຊິ່ງຕໍ່ການນຳໃຊ້ບັດ ອປລ. ໃນໂອກາດດັ່ງກ່າວ, ຮອງເຈົ້າແຂວງ ເຊກອງໄດ້ແນະນຳວ່າ: ການປະຕິບັດວຽກນີ້ ຕ້ອງໄດ້ມີການປັບປຸງຫລາຍຢ່າງເປັນຕົ້ນ ການປະສານສົມທົບລະຫວ່າງໂຮງໝໍກັບອົງການປະກັນສັງຄົມແຫ່ງລັດແຂວງ; ການຈັດສົ່ງຄົນເຈັບລະຫວ່າງເມືອງຫາແຂວງ ແລະ ຈາກແຂວງໄປຫາຕ່າງແຂວງ; ການສະຫລຸບລາຍງານຂອງໂຮງໝໍໃຫ້ກັບອົງການປະກັນສັງຄົມແຂວງກໍໃຫ້ທ່ວງທັນ ກັບກຳນົດເວລາ ແລະ ຖືກຕ້ອງຕາມຄວາມເປັນຈິງເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກປະກັນສັງຄົມແຫ່ງລັດ ນັບມື້ດີຂຶ້ນກວ່າເກົ່າ.

No comments:

Post a Comment