Ad

Ad

23 October 2013

ທ່ານຮອງນາຍົກ ສົມສະຫວາດ ເລັ່ງສະຫວັດ ລົງຕິດຕາມການຊ່ວຍເຫລືອຜູ້ປະສົບໄພນ້ຳຖ້ວມຢູ່ແຂວງສາລະວັນ



            ທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກ ງານເສດຖະກິດພ້ອມດ້ວຍຄະນະໄດ້ ເຄື່ອນໄຫວຢ້ຽມຢາມເມືອງຄົງເຊໂດນ ແຂວງ ສາລະວັນ ເພື່ອຕິດຕາມສະພາບການຊຸກຍູ້ຊ່ວຍເຫລືອຜູ້ໄດ້ຮັບຜົນກະທົບ ເມື່ອວັນທີ 18 ຕຸລາຜ່ານມາ ໂດຍມີຄະນະນຳແຂວງໃຫ້ການຕ້ອນຮັບຢ່າງອົບອຸ່ນ.
             ທ່ານ ສີສຸວັນ ວົງຈອມສີ ຮອງເຈົ້າແຂວງໆສາລະວັນ ໄດ້ລາຍງານວ່າ: ພາຍຸດີເປຣເຊິນ ແລະ ອຸຊະກິ ທີ່ພັດເຂົ້າມາ ແຕ່ວັນ ທີ 17-25 ກັນຍາ 2013 ໄດ້ ສ້າງຄວາມເສຍຫາຍມູນຄ່າທັງໝົດ 242 ກວ່າຕື້ກີບ. ສະເພາະເມືອງ ຄົງເຊໂດນເສຍ ຫາຍຫລາຍກວ່າໝູ່ເຖິງ 169 ກວ່າຕື້ກີບ, ເນື້ອທີ່ນາເສຍຫາຍ 13 ພັນກວ່າເຮັກ ຕາປະມານ 1/4 ຂອງເນື້ອທີ່ນາທັງໝົດ, ເນື້ອ ທີ່ປູກພືດ 275 ກວ່າເຮັກຕາ, ຊົນລະປະທານ 32 ແຫ່ງ, ເລົ້າ ເຂົ້າ 4.830 ຫລັງ, ເຂົ້າເສຍຫາຍ 1.449 ໂຕນ ແລະ ສັດລ້ຽງ ປະເພດຕ່າງໆຢ່າງ ຫລວງຫລາຍ ລວມມູນຄ່າເສຍຫາຍ 149 ຕື້ກວ່າ ກີບ. ນອກນັ້ນ ກໍ່ມີສຳນັກງານ ຖືກນ້ຳຖ້ວມ 9ແຫ່ງ, ສຸກສາລາ 4 ແຫ່ງ, ໂຮງໝໍ 1 ແຫ່ງ, ໂຮງຮຽນ 47 ແຫ່ງ ເປັນອາຄານຮຽນ
57 ຫລັງ, 14 ເສັ້ນທາງຖືກນ້ຳຖ້ວມ ມີຄວາມຍາວ 64 ກິໂລແມັດຈາກ ທັງໝົດ 118 ກິໂລແມັດ, ຂົວ 15 ແຫ່ງເສຍຫາຍ 7 ແຫ່ງ, ພາຫະນະ 472 ຄັນ, ເຮືອນເປ່ເພ 31 ຫລັງ ແລະ ລະບົບໄຟຟ້າເສຍຫາຍຈຳນວນໜຶ່ງ.
           ສຳລັບການແກ້ໄຂບັນຫາ ແມ່ນໄດ້ຍົກຍ້າຍປະຊາຊົນໄປຢູ່ ບ່ອນສູງ 14 ຈຸດ ມີ 24 ບ້ານ, 16.018 ຄົນ, ຍິງ 8.258 ຄົນ ແລະ ໄດ້ປຸກລະ ດົມ ການຊ່ວຍເຫລືອຈາກພາຍ ໃນ ແລະ ຕ່າງປະເທດ ໄດ້ເຄື່ອງອຸ ປະໂພກ-ບໍລິໂພກມູນຄ່າ 1,4 ກວ່າ ຕື້ກີບ ແລະ ເງິນ 267 ລ້ານກວ່າ ກີບ ເພື່ອຊ່ວຍເຫລືອສຸກເສີນ. ປັດ ຈຸບັນ, ປະຊາຊົນທີ່ໄດ້ຮັບ ຜົນກະ ທົບຍັງຂາດເຂົ້າກິນ 3 ພັນກວ່າ ໂຕນ ເພື່ອບໍລິໂພກໃນໄລຍະ 6 ເດືອນ ໃນການຟື້ນຟູ ແລະ ທຳ ການຜະລິດຄືນໃໝ່.
      ໂອກາດດັ່ງກ່າວ, ທ່ານຮອງ ນາຍົກລັດຖະມົນຕີ ໄດ້ສະແດງ ຄວາມ ເປັນຫ່ວງເປັນໃຍ ແລະ ນຳເອົາ ຄວາມຢ້ຽມຢາມ ຖາມ ຂ່າວຈາກການນຳຂັ້ນສູງຂອງ ພັກ ແລະ ລັດຖະບານມາເຖິງພໍ່ ແມ່ປະຊາຊົນ ຜູ້ປະ ສົບອຸທົກກະ ໄພຢູ່ບັນດາ ແຂວງ ພາກໃຕ້ຂອງ ລາວ ເວົ້າລວມ, ເວົ້າສະເພາະຢູ່ ແຂວງສາລະວັນ ກໍຄືຊາວເມືອງຄົງເຊໂດນ. ພ້ອມນີ້ ກໍໄດ້ສະແດງ ຄວາມຊົມ ເຊີຍຕໍ່ຄະນະພັກ-ຄະນະນຳຂອງແຂວງ ແລະ ເມືອງ ທີ່ໄດ້ມີຄວາມພະ ຍາຍາມໃນການ ແກ້ໄຂ ແລະ ຊ່ວຍເຫລືອ ຜູ້ປະສົບ ໄພ ລວມເຖິງການປະກອບສ່ວນຊ່ວຍເຫລືອຢ່າງຕັ້ງໜ້າ ຂອງທຸກ ພາກສ່ວນທົ່ວສັງຄົມ, ພ້ອມທັງ ແນະນຳໃຫ້ເອົາໃຈໃສ່ ແກ້ໄຂບັນຫາການສຶກສາທີ່ໄດ້ຮັບຜົນກະທົບຫລາຍເພື່ອສືບຕໍ່ການຮຽນ- ການສອນ ໃຫ້ເປັນປົກກະຕິໄປຕາມຫລັກ ສູດທີ່ ວາງໄວ້; ແກ້ໄຂດ່ວນຕໍ່ກັບການຊ່ວຍເຫລືອ ຊາວ ກະສິກອນ ເພື່ອກະກຽມການຜະ ລິດລະດູແລ້ງທີ່ຈະມາເຖິງໃນໄວໆນີ້ ແລະ ທຸກຂະແໜງການ ທັງສູນກາງ ແລະ ທ້ອງຖິ່ນກໍ່ ຕ້ອງ ຊ່ວຍກັນປຸກລະດົມຂົນ ຂວາຍທຶນຮອນເພື່ອຊ່ວຍໃຫ້ຜູ້ທີ່ໄດ້ຮັບຜົນ ກະທົບຄັ້ງນີ້ ໄດ້ຮັບ ການ ແກ້ໄຂ ແລະ ກັບສູ່ສະພາບ ປົກກະຕິໂດຍໄວ. ໃນຕອນທ້າຍທ່ານຮອງນາຍົກ ລັດຖະມົນຕີສົມ ສະຫວາດ ເລັ່ງສະຫວັດ ກໍໄດ້ມອບເງິນ 150 ລ້ານກີບ ເພື່ອຊ່ວຍເຫລືອຜູ້ປະສົບໄພ ແລະ ເດີນທາງໄປສຳຫລວດເບິ່ງພື້ນທີ່ ຕົວຈິງ.
   ສຳລັບບັນດາທ່ານທີ່ຕ້ອງການ ຊ່ວຍເຫລືອຜູ້ທີ່ໄດ້ຮັບຜົນກະທົບ ຈາກອຸທົກກະໄພ ໃນພາກເໜືອ ແລະ ພາກໃຕ້ ຂອງ ລາວ ສາມາດ ຕິດຕໍ່ໄດ້ທີ່ກົມສັງຄົມສົງເຄາະ, ກະຊວງແຮງງານ ແລະ ສະຫວັດ ດີການສັງຄົມ ເບີໂທລະສັບ: 021-213005, 222776, 219450, 020-5548 9025, 020-2224 0702, 020-9980 1544, 020-2222 5185, 020-5565 9530, 020-2222 8154, 020-2223 2212, 020-2223 8555, 020-5567 5089, 020-2223 6900, 020-5567 6987ຫລື ບໍລິຈາກເຂົ້າບັນຊີ ກອງທຶນຊ່ວຍເຫລືອໄພພິບັດ, ທະນາຄານການຄ້າຕ່າງປະເທດ ລາວ: ບັນຊີເງິນ ກີບ 010110000 3623 00001, ບັນຊີເງິນ ໂດລາ ສະຫະລັດ 0101101003623 000 01, ບັນຊີເງິນບາດ 010110200 3623 00001.

No comments:

Post a Comment