Ad

Ad

23 October 2013

ທີມກູ້ໄພໄດ້ຊາກເຮືອບິນຢູ່ຈຳປາສັກສ່ວນຫນຶ່ງ, ແຕ່ກ່ອງດຳບໍ່ເຫັນ



         ທີ​ມກູ້​ໄພ​ໃຊ້​ເວລາ​ເກືອບ 2 ຊົ່ວ​ໂມງ ​ເພື່ອ​ນຳ​ຊາກ​ສ່ວນ​ໜຶ່ງ​ຂອງ​ເຮືອບິນ ATR72-600 ທີ່​ຕົກ​ຢູ່​ນ້ຳຂອງ ​ໃນ​ວັນ​ທີ 16 ຕຸລາ​ຜ່ານ​ມາ ​ເຊິ່ງຈຸດ​ທີ່​ພົບ​ຊາກ​ເຮືອ ບິນ​ບາງ​ສ່ວນ​ນີ້ຢູ່​ຫ່າງ​ຈາກຈຸດ​ເກີດ​ເຫດ​ປະມານ 900 ​ແມັດ. ຂະນະ​ທີ່​ກ໋ອງດຳ​ຍັງ​ບໍ່​ທັນ​ເຫັນ.
      ນັກ​ຂ່າວ​ປະຈຳ​ແຂວງ​ຈຳປາ​ສັກ​ໄດ້​ລາຍ​ງານ​ໃຫ້​ຮູ້​ວ່າ: ​ໃນ​ຕອນ​ແລງ​ວັນ​ທີ 22 ຕຸລາ​ນີ້, ທີ​ມກູ້​ໄພ​ໄດ້​ທຳ​ການ​ນຳ​ຊາກ​ບາງ​ສ່ວນ​ຂອງ​ເຮືອບິນ​ທີ່​ເກີດ​ອຸປະຕິ​ເຫດ​ດັ່ງກ່າວ ​ເຊິ່ງຊາກ​ທີ່​ພົບ​ແມ່ນ​ສິ້ນ ສ່ວນ​ໜຶ່ງ​ຂອງ​ລຳ​ຕົວ​ເຮືອບິນ ​ແລະ ມີ​ລໍ້​ຫລັງ​ໜຶ່ງ​ຂ້າງ​ຕິດ​ມາ​ນຳ ຄາດ​ວ່າ​ແມ່ນ​ສິ້ນສ່ວນຝາກ​ເບື້ອງ ຕີນ​ຊ້າຍ​ຂອງ​ເຮືອບິນ, ​ໂດຍ​ນຳ​ໃຊ້​ເຊືອກ​ກາບ​ມັດ​ຈ່ອງ​ໃສ່​ຕີນ​ແລ້ວ​ໃຊ້ເຄນ​ຄ່ອຍໆ​ດຶງ​ຂຶ້ນຈາກ​ພື້ນນ້ຳ​ເລິກ​ຫລາຍ​ແມັດ. ​ແນວ​ໃດ​ກໍ​ຕາມ, ກ໋ອງບັນ​ທຶກ​ການບິນ ຫລື ກ໋ອງ ດຳ​ທີ່​ເປັນ​ສິ່ງ​ຕ້ອງການ​ທີ່​ສຸດ​ຂອງ​ທີ​ມສືບສວນ​ອຸປະຕິ​ເຫດ​ເທື່ອ​ນີ້ຍັງ​ບໍ່​ພົບເຊິ່ງຈະ​ຕ້ອງ​ມີ​ການ​ສືບຕໍ່​ຊອກ​ຄົ້ນຕໍ່​ໄປ.

No comments:

Post a Comment