Ad

Ad

23 October 2013

ກອງປະຊຸມແລກປ່ຽນບົດຮຽນວຽກງານຫຼຸດຜ່ອນຄວາມສ່ຽງໄພພິບັດໃນໂອກາດວັນຫຼຸດຜ່ອນໄພພິບັດອາຊຽນ-ສາກົນ ປະຈຳປີ 2013


            ວັນທີ 22 ຕຸລານີ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມຮ່ວມ ກັບອົງການຄູ່ຮ່ວມງານອາຊຽນ ແລະ ສາກົນ ໄດ້ຈັດກອງປະຊຸມແລກປ່ຽນບົດຮຽນ ການຫຼຸດຜ່ອນຄວາມສ່ຽງໄພພິບັດໃນໂອກາດວັນ ຫຼຸດຜ່ອນໄພພິບັດອາຊຽນ-ສາກົນ, ວັນ ທີ 22 ຕຸລາປີ 2013, ຂຶ້ທີ່ມະຫາວິທະຍາໄລແຫ່ງຊາດ, ໂດຍການເຂົ້າຮ່ວມ ຂອງທ່ານ ປະເດີມພອນ ສົນທະນີ, ຫົວໜ້າກົມ ສັງຄົມສົງເຄາະ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານ ເຄລັນ. ຜູ້ຕາງໜ້າອົງການສະຫະປະຊາຊາດປະຈຳ ລາວ ແລະ ຜູ້ຕາງໜ້າອົງການອອກສະຟາມປະຈຳລາວ, ພ້ອມດວ້ຍຄູອາຈານ ແລະ ນັກສຶກສາຈາກໂຮງຮຽນດັ່ງກ່າວເຂົ້າຮ່ວມ ເປັນຈຳນວນຫຼາຍ.
           ໃນກອງປະຊຸມທ່ານ ປະເດີມພອນ ສົນທະນີກ່າວວ່າ: ເພື່ອຜັນຂະຫຍາຍ ກອງປະຊຸມລັດຖະມົນຕີອາຊຽນກ່ຽວກັບ ການຄຸ້ມຄອງໄພພິບັດຄ້ັງວັນທີ 7 ທັນວາ ປີ 2004, ທີ່ພະນົມເປັນປະເທດກຳປູ ເຈຍ, ຊຶ່ງກອງປະຊຸມໄດ້ເຫັນຄວາມສຳຄັນ ຂອງວຽກງານໂຄສະນາຊຸມຊົນ, ການມີສ່ວນຮ່ວມຂອງຊຸມຊົນ, ການສົ່ງເສີມບັນດາ ຜູ້ມີສ່ວນຮ່ວມ, ການຮ່ວມມືສາກົນ, ພາກພື້ນ ແລະ ການເຊື່ອມວຽກງານຫຼຸດຜ່ອນຄວາມສ່ຽງໄພພິບັດເຂົ້າໃນຂະບວນການ
ພັດທະນາ, ຊຶ່ງໄດ້ຕົກລົງໃຫ້ບັນດາປະເທດ ສະມາຊິກອາຊຽນຈັດຕັ້ງກິດຈະກຳສະເຫຼີມສະຫຼອງວັນຄຸ້ມຄອງໄພພິບັດອາ ຊຽນ ໃນວັນດຽວກັນກັບວັນຫຼຸດຜ່ອນໄພພິບັດສາ ກົນໃນອາທິດທີ ສອງຂອງ ເດືອນຕຸລາທຸກໆປີ ແລະ ສຳລັບປີ 2013ນີ້ບັນດາປະ ເທດສະມາຊິກ ອາຊຽນໄດ້ກຳນົດຫົວ ຂໍ້ ຄື:  ” ເພີ່ມທະວີການມີສ່ວນຮ່ວມຂອງສັງຄົມ,ໂດຍສະເພາະຄົນພິການໃນວຽກ ງານຫຼຸດຜ່ອນຄວາມສ່ຽງໄພພິບັດ” , ກົມສັງຄົມສົງ ເຄາະໃນນາມທີ່ເປັນຈຸດປະສານງານຄະນະກຳມະການຄຸ້ມຄອງໄພພິບັດອາ ຊຽນ, ໂດຍໄດ້ຮັບການສະໜັບສະໜູນ ແລະ ຮ່ວມ ມືຂອງອົງການຄູ່ຮ່ວມງານອາຊຽນ ແລະ ອົງການອອກສະຟາມປະຈຳລາວ, ໄດ້ຈັດກິດຈະກຳສະເຫຼີມສະຫຼອງວັນດັ່ງກ່າວຂື້ນ ດ້ວຍຫຼາຍກິດຈະກຳຄື: ຕິດ ປ້າຍ ຄຳຂັວນ ຕາມເສັ້ນທາງ, ຈັດພິມສື່ໂຄສະນາ ແລະ ອື່ນໆ ແລະ ກອງປະຊຸມຄັ້ງນີ້ ແມ່ນໜຶ່ງ ໃນບັນດາກິດຈະກຳສຳລັບ ປີ 2013, ຊຶ່ງມີເປົ້າໝາຍ ແລະ ຈຸດປະສົງເພື່ອໂຄສະ ນາປຸກລະດົມຈິດສຳ ນຶກແກ່ຊຸມຊົນໃນທົ່ວ ສັງຄົມ, ໂດຍສະເພາະນັກສຶກສາປັນຍາຊົນ ແລະ ກຸ່ມຄົນພິການໄດ້ເຂົ້າໃຈເຖິງ ຄວາມສ່ຽງ ແລະ ຜົນຮ້າຍຂອງໄພພິບັດ, ຮູ້ໄດ້ ເຖິງຄວາມສຳຄັນຂອງວຽກງານຫລຸດຜ່ອນຄວາມສ່ຽງຕໍ່ໄພພິບັດ, ການກຽມ ພ້ອມຮັບມືກັບໄພພິບັດແລະການມີສ່ວນຮ່ວມຂອງພວກເຂົາໃນວຽກງານດັ່ງກ່າວ.                                                                      
       ທ່ານ ຫົວໜ້າກົມສັງຄົມສົງເຄາະ ກ່າວອີກວ່າ: ສະເພາະຢູ່ ສປປ ລາວ ຂອງພວກເຮົາກໍໄດ້ປະເຊີນກັບໄພພິບັດທາງ ທຳມະຊາດ ຫຼາຍຢ່າງເປັນຕົ້ນ, ໄພນ້ຳຖ້ວມ, ແຫ້ງແລ້ງ, ດິນເຈື່ອນ, ລົມພາຍຸ, ພະຍາດລະບາດ, ໄຟໄໝ້ ແລະ ໄພພິ ບັດທີ່ ມະນຸດສ້າງຂື້ນເຊັ່ນ: ລະເບີດຝັ່ງດິນບໍ່ທັນແຕກ ແລະ ອື່ນໆ, ໃນແຕ່ລະປີໄພພິບັດເຫຼົ່ານີ້ໄດ້ສ້າງຄວາມສາຍຫາຍຕໍ່ຊີວິດ ແລະ ຊັບສິນທັງຂອງລັດ ແລະ ປະຊາຊົນ, ເຮັດໃຫ້ລັດຖະບານຕ້ອງເສຍງົບປະມານຈຳນວນຫຼາຍເຂົ້າໃນການຟື້ນຟູຄວາມເສຍຫາຍ ຈາກໄພພິບັດດັ່ງກ່າວ  ແລະ ໃນລະຫ່ວາງເດືອນກໍສະກົດ-ກັນຍາ 2013 ນີ້, ລາວກໍໄດ້ຮັບຜົນກະທົບໜັກຈາກໄພນ້ຳຖ້ວມ, ສົ່ງຜົນກະທົບ ໂດຍກົງຕໍ່ ທີ່ຢູ່ອາໃສ່ ແລະ ພື້ນທີ່ການຜະລິດ ຂອງ ປະຊາຊົນຢູ່ 62 ເມືອງ, 1,159 ບ້ານໃນ 12 ແຂວງ ,ປະຊາ ຊົນ ຈຳວນ 353,966 ຄົນໄດ້ຮັບຜົນກະທົບ ແລະ ມີຜູ້ເສຍຊີວິດ ເຖິງ 29 ຄົນ, ສູນຫາຍ 1 ຄົນ, ບາດ ເຈັບ 77 ຄົນ,ສ້າງ ຄວາມເສຍຫາຍຕໍ່ໂຄງລ່າງພື້ນຖານເສດຖະກິດ-ສັງຄົມ ຄື:ໂຄງລ່າງຊົນລະປະທານ, ເສັ້ນທາງ, ຂົວ, ໂຮງຮຽນ, ໂຮງມໍ, ສຸກ ສາລາ ແລະ ອື່ນໆ, ຄິດເປັນມູນຄ່າເສຍຫາຍເປັນຈຳນວນຫຼວງຫຼາຍ.

No comments:

Post a Comment