Ad

Ad

23 October 2013

ຢູ່​ລາວ​ອຸດສາຫະກຳ​ປຸງ​ແຕ່ງ​ກະສິກຳ​ມີ​ໜໍ່​ແໜງຂະຫຍາຍຕົວ​ໄວ



        ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ​ໃຫ້​ຮູ້​ວ່າ: ອຸດສາຫະກຳ​ປຸງ​ແຕ່ງ​ແມ່ນ​ຂະ​ແໜງ​ການ​ສຳ ຄັນ​ໜຶ່ງ​ຂອງ​ເສດຖະກິດ​ແຫ່ງ​ຊາດ ​ເຊິ່ງ​ໄດ້​ປະກອບສ່ວນ​ເຂົ້າ​ໃນ​ການ​ເຕີບ​ໃຫຍ່​ຂອງ​ເສດຖະກິດ​ກວມ​ປະມານ 30% ຂອງ GDP. ​ແຜນ​ພັດທະນາ​ເສດ ຖະກິດ-ສັງຄົມ 5 ປີ ຄັ້ງທີ VII (2011-2015) ຍອດ​ມູນ​ຄ່າ​ການ​ຜະລິດ​ສິນຄ້າ​ອຸດສາ ຫະກຳ​ປຸງ​ແຕ່ງ​ຈະ​ສາມາດ​ບັນລຸ​ໄດ້​ປະມານ 9.146 ຕື້ກີບ, ມີ​ອັດຕາ​ການ​ຂະຫຍາຍ ຕົວ​ສະ​ເລ່ຍ 12% ຕໍ່​ປີ.
        ກະຊວງ​ດັ່ງກ່າວ​ໃຫ້​ຮູ້​ວ່າ: ​ໃນ​ຊຸມ​ປີຜ່ານມາ, ສັງ​ເກດ​ເຫັນ​ວ່າການ​ຂະຫຍາຍ ຕົວ​ຂອງ​ອຸດສາ ຫະກຳ​ປຸງ​ແຕ່ງ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ​ມີ​ໂຕ​ເລກ​ເພີ່ມ​ຂຶ້ນຈຳນວນ 34.362 ​ແຫ່ງ ​ໃນ​ນີ້ມີ​ໂຮງງານ​ຜະລິດ​ນ້ອຍ​ແບບ​ຄອບຄົວ 25.845 ​ແຫ່ງ, ​ໂຮງງານ​ຂະໜາດ​ນ້ອຍ 7.783 ​ແຫ່ງ, ຂະໜາດ​ກາງ 590 ​ແຫ່ງ ​ແລະ ຂະໜາດ​ໃຫຍ່ 405 ​ແຫ່ງ ​ແລະ ມີ​ມູນ​ຄ່າ​ການ​ລົງທຶນ 9.635 ຕື້ກີບ.ອັນ​ພົ້ນ​ເດັ່ນ​ແມ່ນ​ມີ​ໂຮງງານ​ຂະໜາດ​ໃຫຍ່​ເກີດ​ຂຶ້ນ​ໃນ​ໄລຍະ​ເຄິ່ງສະ​ໄໝ​ແຜນ​ພັດທະ ນາ​ເສດຖະກິດ-ສັງຄົມ ຄັ້ງທີ VII ນີ້ ຄື​ໂຮງງານ​ປຸງ​ແຕ່ງ​ກາ​ເຟສຳ​ເລັດ​ຮູບ​ຂອງ​ກຸ່ມ​ບໍລິສັດ​ດາວ​ເຮືອງ, ​ໂຮງງານນ້ຳຕານ ​
ແລະ ປຸງ​ແຕ່ງ​ຢາງພາລາ​ຂອງ​ກຸ່ມ​ບໍລິ ສັດ​ຮວ່າງ​ແອ​ງຢາ​ລາຍ, ​ໂຮງ ງານ​ປຸງ​ແຕ່ງ​ເກືອ​ກາລີ​ຂອງ​ບໍລິ ສັດ​ບໍ່​ແຮ່​ປຸຍ​ກາລີ ລາວ-ຈີນ ຈຳ ກັດ ​ແລະ ​ໂຮງງານ​ອື່ນໆ ​ແລະ ​ໃນ​ໄລຍະ​ກາ​ງສະ​ໄໝ​ນີ້ ​ໄດ້​ຈັດ​ສັນ ​ແລະ ກຳນົດ​ເຂດ​ອຸດສາຫະກຳ​ຢູ່ ທຸກ​ແຂວງ​ທົ່ວ​ປະ​ເທດ ​ເຊິ່ງມີ​ເນື້ອ ທີ່​ທັງ​ໝົດ 19.838 ​ເຮັກຕາ ​ໂດຍ​ເປົ້າໝາຍ​ເພື່ອ​ສ້າງ​ເຂດ ​ແລະ ນິ ຄົມ​ອຸດສາຫະກຳ​ຮອງ​ຮັບ​ບັນດາ​ໂຮງ​ຈັກ​ໂຮງງານ​ທີ່​ມີ​ແລ້ວ ​ແລະ ສ້າງ​ຂຶ້ນ​ໃໝ່ ​ເຊິ່ງປັດຈຸບັນ​ມີ​ຫລາຍ​ກວ່າ 200 ​ໂຮງງານ​ດຳ​ເນີນ​ການ​ຜະລິດ​ຢູ່​ເຂດ​ດັ່ງກ່າວ.
          ສາ​ເຫດ​ທີ່​ເຮັດ​ໃຫ້​ຂະ​ແໜງ​ອຸດສາຫະກຳ​ປຸງ​ແຕ່ງ​ຢູ່​ລາວ​ມີ​ໜໍ່​ແໜງ​ການ​ຂະຫຍາຍຕົວ​ໄວ​ນີ້ ​ແມ່ນ​ຍ້ອນ​ລັດຖະບານ​ໄດ້​ມີ​ນະ​ໂຍບາຍ​ພັດທະນາ​ວຽກ​ງານ​ດັ່ງ ກ່າວ​ຢ່າງ​ຈະ​ແຈ້ງ ​ເພື່ອ​ເປັນ​ແຮງ​ຍູ້ດັນ​​ການ​ຂະຫຍາຍຕົວ​ຂອງ​ເສດຖະກິດ​ໃຫ້​ສາມາດ​ຂະຫຍາຍ ຕົວ​ໃນ​ລະດັບ 8% ຕໍ່​ປີ​ຂຶ້ນ​ໄປ ​ແລະ ອີກ​ເຫດຜົນ​ໜຶ່ງ​ແມ່ນ ສປປ ລາວ ຍັງ​ເປັນ​ປະ​ເທດ​ດ້ອຍ​ພັດທະນາ ຈຶ່ງ​ໄດ້​ຮັບ​ນະ​ໂຍບາຍ​ດ້ານ​ການ​ສົ່ງ​ອອກ​ສິນຄ້າ​ໄປ​ກຸ່ມ​ປະ​ເທດ​ອີ​ຢູ ​ແລະ ປະ​ເທດ​ອື່ນໆ​ໃນ​ໝວດ​ສິນ ຄ້າ​ທີ່​ໄດ້​ຮັບ​ສິດພິ​ເສດ​ຫລາຍ​ລາຍ ການ ຈຶ່ງ​ເປັນ​ທີ່​ສົນ​ໃຈ​ຂອງ​ນັກ​ລົງທຶນ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ເພີ່ມ​ຂຶ້ນ ​ແລະ ປັດຈຸບັນ,ສປປ ລາວ ກໍ​ພວມ​ເຊື່ອມ​ໂຍງ​ເຂົ້າພາກພື້ນ ​ແລະ ສາກົນ​ເທື່ອ​ລະ​ກ້າວ ຄື​ໄດ້​ກາຍ​ເປັນ​ສະມາຊິກ​ຂອງ​ອົງ ການ​ການ​ຄ້າ​ໂລກ ​ແລະ ກະກຽມ​ເຂົ້າສູ່​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ (AEC) ​ໃນ​ປີ 2015 ​ເຊິ່ງ ການ​ເຊື່ອມ​ໂຍງ​ສາກົນ​​ດ້ານ​ການ​ຄ້າ​​ໝາຍ​ເຖິງ​ການ​ແຂ່ງຂັນ​​ການ​ຄ້າ​ກັບ​ບັນດາ​ຫົວໜ່ວຍ​ທຸລະ​ກິດ​ໃນ​ພາກພື້ນ ກໍ​ຄື​ທົ່ວ​ໂລກ ​ເພື່ອ​ເຮັດ​ໃຫ້​ຫົວໜ່ວຍ​ທຸລະ​ກິດ​ພາຍ​ໃນ​ຂອງ​ລາວ​​ເຂັ້ມ​ແຂງ.

No comments:

Post a Comment