Ad

Ad

23 October 2013

ໄວ​ໜຸ່ມກວນ​ເມືອງ​​ມີ​ປະກົດ​ການ​ອັນຕະລາຍ​ຮ້າຍ​ແຮງຂຶ້ນກວ່າເກົ່າ

          ໄວໜຸ່ມກວນເມືອງເລີ່ມກັບມາກໍ່ກວນຄວາມບໍ່ສະຫງົບໃນສັງຄົມຊຶ່ງບໍ່ພຽງ ແຕ່ຂັບຂີ່ລົດເປັນພຶງເປັນແພຕາມຖະໜົນ​ເທົ່າ​ນັ້ນ, ການ​ເຄື່ອນ​ໄຫວ​ຂອງ​ພວກ​ເຂົາຍັງ ມີຄວາມອັນຕະລາຍຂຶ້ນ​ໂດຍມີການ​ໃຊ້​ອາວຸດ​ປືນ​ຍິງ​ນາບ​ຂູ່​ຜູ້​ໃຊ້​ຖະໜົນດັ່ງປາກົດ ການເກີດຂຶ້ນໃນຕອນເຊົ້າວັນທີ 20 ຕຸລານີ້ ຢູ່​ໄຟ​ແດງ​ຮ່ອງ​ແຊງບ້ານ ໂພນ​ເຄັງ ເມືອງ ໄຊ​ເສດ​ຖາ ນະຄອນຫຼວງວຽງຈັນ ມີກຸ່ມ ໄວໜຸ່ມກວນເມືອງຂັບຂີ່ລົດເປັນ ສາຍຍາວ ຫຼາຍແມັດ​ໄປ​ຕາມ​ຖະໜົນແລ້ວໃຊ້ອາວຸດປືນຍິງຂຶ້ນທ້ອງຟ້າ ແລະ ຍິງຂູ່ຜູ້ທີ່ພວມ ໃຊ້ຖະໜົນຢູ່ເຂດດັ່ງກ່າວເຮັດໃຫ້ສັງຄົມມີຄວາມຢ້ານກົວ ແລະ ສ້າງຄວາມບໍ່ເປັນລະ ບຽບຮຽບຮ້ອຍໃນສັງຄົມ.
        ປະຊາຊົນ​ທີ່ຢູ່ແຄມ​ຖະໜົນຕ່າງ​ກໍທົນ​ບໍ່​ໄຫວຕໍ່ພຶດຕິ​ກຳຂອງ​ກຸ່ມ​ແກ໊ງ​ໄວ​ໜຸ່ມ ດັ່ງກ່າວ​ອັນ​ໄດ້​ສ້າງ​ຄວາມ​ອັນຕະລາຍຮ້າຍ​ແຮງ​ຂຶ້ນທຸກ​ຂະນະຊຶ່ງ​ພວກ​ເຂົາ​ໄດ້ມີ​ການ​ລວມ​ກັນ​ແລ້ວ​ຂັບ​ຂີ່​ລົດ​​ເປັນ​ພຶງ​ເປັນ​ແພ​ໄປຕາມ​ເສັ້ນທາງ​, ສົ່ງສຽງ​ເນືອງ​ນັນ .ພົ້ນ​ເດັ່ນ​ແມ່ນ​ມີ​ການ​ໃຊ້​ອາວຸດ​ປືນ​ຍິງ​ຂຶ້ນຟ້າ ​ແລະ ຍິງ​ໃສ່​ຜູ້​ທຽວທາງຢ່າງ​ບໍ່ຢ້ານ​ກົວ​ຕໍ່ລະບຽບກົດໝາຍ​ແຕ່​ຢ່າງ​ໃດ.      

            ທ່ານ ພັນ​ຕີ ຢຸດ​ຕະພົງ ສຸວັນນະ​ສິງ ຮອງ​ຫົວໜ້າພະ​ແນ​ກຕຳຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ໃຫ້​ຮູ້​ວ່າ: ບັນ ຫາ​ຫຍໍ້​ທໍ້ດັ່ງກ່າວ ເຊິ່ງ​ສ່ວນ​ໃຫຍ່​ຈະ​ເປັນ​ໄວ​ໜຸ່ມອາຍຸ 13 ຫາ 15 ປີ ທີ່​ຄຶກຄະນອງມີ​ພຶດຕິ​ກຳຂັບ​ຂີ່​ລົດ​ເປັນ​ພຶງ​ແພ​ໄປ​ຕາມ​ເສັ້ນ ທາງ​ຕ່າງໆຄືຖະໜົນໄກສອນ ໄປ​ຫາ​ວົງວຽນ 450 ປີ, ຖະໜົນ T4 ແລະ ອື່ນໆພາຍຫຼັງການ​ກັບ​ຈາກ​ການ​ມົ້ວ​ສຸມ​ຢູ່​ສະຖານ​ບັນ​ເທີ​ງ, ຮ້ານ​ກິນ​ດື່ມ​ໂດຍ​ສະ​ເພາະ​ໃນ​​ເວລາ 12 ໂມງ ຫາ 4 ໂມງ​ເຊົ້າ ​ແລະ ມັກ​ມີ​ການຈັດຕັ້ງ​ເປັນ​ກຸ່ມ​ກັນໃນ​ທຸກ​ແລງ​ວັນ​ສຸກ ​ແລະ ວັນ​ເສົາ ​ໂດຍ​ຈະມີ​ເພດຍິງ​ເຂົ້າຮ່ວມ​ນຳ​ດ້ວຍ. ຜ່ານ​ມາ​,​ ເຈົ້າໜ້າທີ່​ກໍໄດ້​ມີ​ການ​ສະກັດ​ກັ້ນ ແລະ ​ແກ້​ໄຂກຸ່ມ​ແກ໊ງ​ກວນ​ເມືອງດັ່ງກ່າວ​ມາ​ເປັນ​ປະຈຳ, ​ແຕ່​ກໍ​ເຫັນ​ວ່າ​ຍັງ​ພົບ​ຂໍ້​ຫຍຸ້ງຍາກ​ເນື່ອງ​ຈາກ​ວ່າ​ແກ໊ງ​ກວນ​ເມືອງ​ຈະ​ເຮັດ​ແບບ​ມີ​ການຈັດຕັ້ງ, ມີ​ຫົວ​ໂປ່​ໂຕ​ການ ແລະ ມີ​ການ​ນຳພາ​ຈາກ​ບຸກຄົນ​ທີ່​ມີ​ອິດ​ທິພົນຊຶ່ງ​ນອກຈາກ​ຈະ​ເປັນ​ຂະ​ບວນລົດຈັກ​ແລ້ວ​ຍັງ​ໃຊ້​ລົດ​ໃຫຍ່​ຂັບ​ຂີ່​ເພື່ອ​ເປີດ​ທາງ​ເພື່ອຫຼີກເວັ້ນ ໃນ​ເວລາ​ເຈົ້າໜ້າທີ່ອອກສະກັດ​ກັ້ນ ແລະ ກ​ໍ​ໄດ້​ປະສານ​ສົມທົບ​ໄປ​ຫາເຈົ້າໜ້າທີ່​ກອງພັນ​ເຄື່ອນ​ທີ່, ​ເຈົ້າໜ້າທີ່​ຈະລາຈອນ ເມືອງ ​ເພື່ອ​ເພີ່ມ​ທະວີ​ການ​ກວດກາ​ຕາມ​ເສັ້ນ​ທາງ​ແນ​ໃສ່​ສະກັດ​ກັ້ນປາກົດ​ການ​ຫຍໍ້​ທໍ້​ດັ່ງກ່າວ​ໃຫ້ຫຼຸດຜ່ອນ​ລົງ.

No comments:

Post a Comment