ບຸນຊ່ວງເຮືອປະເພນີປະຈຳປີ 2013 ໄດ້ຈັດຂຶ້ນແຕ່ວັນທີ
14-20 ຕຸລາຜ່ານມາ ເຊິ່ງໃນໄລຍະເວລາດັ່ງກ່າວມີຜູ້ເຂົ້າມາແຈ້ງຕໍ່ເຈົ້າໜ້າທີ່ຕຳຫລວດນະຄອນຫລວງວຽງຈັນຫລາຍກໍລະນີ,
ພາຍຫລັງຖືກກຸ່ມແກ໋ງວິສາຊີບລ່ວງກະເປົາເງິນເສຍຫາຍຈຳ ນວນບໍ່ໜ້ອຍ ຄືສະເພາະວັນທີ
20 ຕຸລາ ເຊິ່ງເປັນມື້ສຸດທ້າຍຂອງບຸນປະເພນີຊ່ວງເຮືອ, ເຈົ້າໜ້າທີ່ໄດ້ຮັບແຈ້ງຈາກນາງ
ແສງເພັດ ອາຍຸ 35 ປີ ອາຊີບພະນັກງານຢູ່ບ້ານຕານມີໄຊ ເມືອງໄຊທານີ ນະຄອນຫລວງວຽງຈັນ
ຖືກຄົນຮ້າຍລວງກະເປົາເງິນໃນຂະນະຍ່າງເລາະຊື້ເຄື່ອງຢູ່ງານບຸນໃນເວລາປະມານ
16 ໂມງ ພາຍໃນກະເປົາມີເງິນ 4 ພັນກວ່າບາດ, 2,3 ລ້ານກີບ, 25 ໂດລາສະຫະລັດ, ບັດ
ATM ແລະ ເອກະສານສຳຄັນຈຳນວນໜຶ່ງ ແລະ ເວລາ 14:00 ໂມງ ຂອງມື້ດຽວກັນ ກໍໄດ້ຮັບແຈ້ງຈາກນາງ
ສຸວັນນີ ອາຍຸ 27 ປີ ອາຊີບພະນັກງານ ຢູ່ບ້ານສະຫວ່າງ ເມືອງຈັນທະບູລີ ຖືກຄົນຮ້າຍລວງກະເປົາເງິນໃນງານບຸນຊວງເຮືອເຊັ່ນດຽວກັນຜົນເສຍຫາຍມີເງິນ
5 ແສນກີບ, 8 ພັນບາດ, ສາຍຄໍຄຳຝຣັ່ງ 1 ເສັ້ນ, ບັດ ATM ແລະ ເອກະສານສຳຄັນຈຳ ນວນໜຶ່ງ.
ນີ້ເປັນພຽງບາງເຫດການທີ່ຍົກໃຫ້ເຫັນເທົ່ານັ້ນ ເພື່ອເປັນອຸທາຫອນໃຫ້ສັງຄົມມີສະຕິລະມັດລະວັງໃນການເກັບຮັກສາ
ຊັບສິນ
ແລະ ສິ່ງທີ່ມີຄ່າຂອງຕົນໄວ້ໃຫ້ດີໂດຍສະເພາະຍາມເທດສະການຕ່າງໆ ເຊິ່ງເຈົ້າໜ້າທີ່ລາຍງານວ່າ:
ໃນບຸນຊ່ວງເຮືອທ່າວັດຈັນປີນີ້ມີປາກົດການຫຍໍ້ທໍ້ບໍ່ດີເກີດຂຶ້ນ 61 ກໍລະນີ,
ເດັ່ນກວ່າໝູ່ແມ່ນລວງກະເປົາ ແລະສາມາດກັກຕົວຜູ້ກະທຳຜິດໄດ້ 54 ຄົນ.
No comments:
Post a Comment