Ad

Ad

23 October 2013

ບໍລິສັດກໍ່ສ້າງສະເຫນີລັດຊອກຊ່ອງທາງຊຳລະໜີ້ໂຄງການ

           ຫລາຍບໍລິສັດ​ກໍ່ສ້າງ​ພາຍ​ໃນ​ປະ​ເທດຕ່າງກໍ​ພະຍາຍາມ​ສະ​ເໜີ​ຕໍ່​ລັດຖະບານ ​ເພື່ອ​ໃຫ້​​ຊອກ​ວິທີ​ທາງ​ຊຳລະ​ໜີ້ຈາກ​ການ​ກໍ່ສ້າງ​ໂຄງການ​ຕ່າງໆ​ຂອງ​ລັດ​ໃນ​ໄລຍະ​ຜ່ານ​ມາ, ຫລັງ​ຈາກ​ມີ​ຫລາຍ​ໂຄງການ​ປະສົບ​ບັນຫາ​ຂາດ​ສະພາບ​ຄ່ອງ​ດ້ານ​ການ​ເງິນ ​ແລະ ຢຸດ​ສະ​ງັກ​ໄປ​ຫລາຍ​ໂຄງການ.
         ບັນຫາ​ດັ່ງກ່າວ​ໄດ້​ມີ​ການ ສະເໜີ​ຕໍ່​ກອງ​ປະຊຸມ​ທຸລະ​ກິດ​ລາວ ຄັ້ງທີ 8 ​ເມື່ອ​ບໍ່​ດົນ​ມານີ້ ຂອງ​ທ່ານ ຄຳ​ພາຍ ສີ​ລາຊາ ປະ ທານ​ສະມາຄົມ​ກໍ່ສ້າງ​ແຫ່ງ​ຊາດ ວ່າ: ການ​ປະຕິບັດ​ສັນຍາ​ກໍ່ສ້າງ​ລະຫວ່າງ​ບໍລິສັດ​ຮັບ​ເໝົາ​ກັບ​ລັດ ຖະບານ​ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ແກ້​ໄຂ​ຕາມ​ສັນຍາ​ທີ່​ຕົກລົງ​ກັນ ​ເຊິ່ງ ພາ​ໃຫ້​ພາກ​ທຸລະ​ກິດ​ຂາດ​ສະພາບ​ຄ່ອງດ້ານ​ການ​ເງິນ ​ແລະ ບໍ່​ສາ ມາດ​ປະຕິບັດ​ໂຄງການ​ຕາມ​ກົດ ໝາຍ​ການ​ລົງທຶນ​ໄດ້​ເຊັ່ນ: ພາຍ ຫລັງ​ໂຄງການ​ສຳ​ເລັດ​ຕາມ​ສັນ ຍາ​ແລ້ວ, ​ເຈົ້າຂອງ​ໂຄງການ​ບໍ່​ສາມາດ​ຊຳລະ​ໄດ້​ຕາມ​ສັນຍາ ​ແລະ ບໍ່​ມີ​ພາກສ່ວນ​ໃດ​ອອກ​ມາ​ຮັບຜິດຊອບ​ທີ່​ຊັດ​ເຈນ ພາ​ໃຫ້​ກິດຈະການ​ຕໍ່​ໄປ​ຕ້ອງ​ຢຸດ​ສະ​ງັກ. ຕໍ່​ບັນຫາ​ດັ່ງກ່າວ ຈຶ່ງ​ສະ​ເໜີ​ໃຫ້​ລັດ ຖະບານ​ແກ້​ໄຂ​ການ​ລົງທຶນ​ແຕ່ລະ​ຂົງ​ເຂດ​ຢ່າງ​ຈິ​ງຈັງ ​ເພື່ອ​ໃຫ້​ເກີດ​ປະ​ໂຫຍ​ດ​ແກ່​ພາກ​ລັດ ​ແລະ ​ເອກະ​ຊົນ, ​ໃຫ້​ກວດກາ​ຄືນ​ບັນດາ​ໂຄງການ​ຕ່າງໆ​ທີ່​ນັກທຸລະກິດ​ຕ່າງປະ​ເທດ ຫລື ພາຍ​ໃນ​ໄດ້​ຮັບ​ສຳ​ປະທານ ຫລື ຈັບ​ຈອງ​ໄວ້​ເຊັ່ນ: ບໍ່​ແຮ່, ​ເຂື່ອນ​ໄຟຟ້າ ຖ້າ​ຫາກ​ໂຄງການ​ເຫລົ່ານັ້ນບໍ່​ມີ​ປະ ສິດທິພາບ​ເທົ່າ​ທີ່​ຄວນ​ກໍ​ຄວນ​ຫັນ​ມາ​ແບ່ງປັນ​ໃຫ້​ບໍລິສັດ​ພາຍ​ໃນ​ໄດ້​ຈັດຕັ້ງປະ
ຕິບັດ, ສ່ວນ​ບັນຫາ​ລັດ​ ຫາກ​ບໍ່​ສາມາດ​ຊຳລະ​ໜີ​ດ້ວຍ​ເງິນສົດ ກໍ​ຄວນ​ມີ​ການ​ນຳ​ໃຊ້​ພະ ຍາກອນ​ທຳ​ມະ​ຊາດ​ທີ່​ມີ​ຢູ່​ຫັນ​ມາ​ເປັນ​ທຶນ ຫລື ອາດ​ນຳ​ເອົາ​ໂຄງ ການ​ທີ່​ກ່ຽວຂ້ອງ​ກັບ​ບໍ່​ແຮ່, ​ໄຟຟ້າ ຫລື ອື່ນໆ​ ທີ່​ມີ​ລັກສະນະ​ເສດ ຖະກິດ​ມາ​ຊຳລະ ​ເຊິ່ງຖື​ວ່າ​ແມ່ນ​ວິທີ​ການ​ໜຶ່ງ​ຂອງ​ການ​ລົງທຶນ​ພັດທະນາ​ເສດຖະກິດ​ເຊັ່ນ​ດຽວ​ກັນ, ລັດ​ກໍ​ໄດ້​ຮັບປະ​ໂຫຍ​ດ​ໂດຍ​ກົງ, ​ເອກະ​ຊົນ​ກໍ​ມີ​ວຽກ​ເຮັດ​ງານ​ທຳ ທັງ​ຊ່ວຍ​ແກ້​ໄຂ​ໄພ​ວ່າງ​ງານ​ຂອງ​ສັງຄົມ​ນຳ​ດ້ວຍ.

2 comments:

  1. This story repeat a news detail from this http://laophatthananews.blogspot.com/2013/10/blog-post_9413.html - i hope you will fix soon.

    ReplyDelete
  2. ຂອບໃຈທ່ານຫລາຍໆ ທີ່ແນະນຳໃນການແຈ້ງຂໍ້ຜິດພາດ. ພວກເຮົາໄດ້ແກ້ໄຂຂໍ້ມູນແລ້ວເດີ ຂອບໃຈອີກເທື່ອຫນຶ່ງ.

    ReplyDelete