Ad

Ad

23 October 2013

ອົງການ IFAD ສະຫນັບສະຫນູນທຶນຄ້ຳປະກັນສະບຽງອາຫານໃຫ້ 3 ແຂວງພາກໃຕ້



          ກອງ​ທຶນ​ສາກົນ​ເພື່ອ​ການ​ພັດທະນາ​ກະສິກຳ (IFAD) ​ໃຫ້​ທຶນ​ສະໜັບສະ​ໜູນ​ແຜນການ​ໃຫຍ່​ຢູ່​ທາງ​ພາກ​ໃຕ້​ຂອງ ສປປ ລາວ ​ໂດຍ​ເນັ້ນໜັກ​ໃສ່​ການ​ປັບປຸງ​ການຄ້ຳປະກັນ​ສະບຽງ​ອາຫານ, ​ໂພຊະ​ນາ​ການ ​ແລະ ການ​ສົ່ງ​ເສີມ​ການ​ເຊື່ອມ​ໂຍງ​ຕະຫລາດ​ໃນ​ຄຸ້ມບ້ານ​ຕ່າງໆ​ທີ່​ທຸກ​ຍາກ​​ເຂດ​ຊົນນະບົດ​ຫ່າງ​ໄກ​ສອກຫລີກ​ຢູ່ 3 ​ແຂວງ​ພາກ​ໃຕ້ ອັດ​ຕະປື, ​ເຊ​ກອງ ​ແລະ ສາລະ​ວັນ, ຄະນະ​ບໍລິຫານ​ຂອງ​ກອງ​ທຶນ IFAD ປະຈຳ​ນະຄອນຫລວງ​ໂຣມ ປະ​ເທດ​ອີ​ຕາ​ລີ ​ໄດ້​ມະນຸ​ມັດ​ເງິນ​ຊ່ວຍ​ເຫລືອ​ຈຳນວນ 9,7 ລ້ານ​ໂດ​ລາ​ສະຫະລັດ​ໃນ​ກອງ​ປະຊຸມ​ສະພາ​ປົກຄອງ (Governing Council) ຂອງ​ກອງ​ທຶນ IFAD ຢູ່​ນະຄອນ ຫລວງ​ໂຣມ ປະ​ເທດ​ອີ​ຕາ​ລີ ​ໃນ​ເດືອນ​ຕຸ ລາ​ນີ້ ​ໂດຍ​ການ​ເຂົ້າຮ່ວມ​ກອງ​ປະຊຸມ​ຂອງ​ທ່ານ ພູ​ເພັດ ຄຳ​ພູນ​ວົງ ລັດຖະມົນຕີ​ວ່າ ການ​ກະຊວງ​ການ​ເງິນ​ຂອງ​ລາວ.​ແຜນ​ງານ​ດັ່ງກ່າວ​ຈະ​​ຈັດຕັ້ງປະຕິບັດ​ເປັນ​ເວລາ​ກວ່າ 6 ປີ ​​ແຕ່​ປີ 2013- 2019.
        ​ແຜນ​ງານ​ການຄ້ຳປະກັນ​ສະບຽງ​ອາຫານ ​ແລະ ​ໂພຊະ​ນາ​ການ​ຢູ່​ພາກ​ໃຕ້​ຂອງ​ລາວ ​ແລະ ການ​ເຊື່ອມ​ໂຍງ​ຕະຫລາດ​ດັ່ງ ກ່າວ ​​ມີ​ຈຸດປະສົງ​ເພື່ອ​ຫລຸດ ຜ່ອນ​ຄວາມທຸກ​ຍາກ ​ແລະ ຄວາມ​ອຶດ ຫິວ​ເພື່ອ​ຮັບປະກັນ​ການຄ້ຳປະ ກັນ ​ສະບຽງ​ອາຫານ ​ແລະ ​ໂພຊະ​ນາ​ການ​ໃຫ້​ມີ​ຄວາມ​ຍືນ​ຍົງ, ພ້ອມ​ທັງ​ຊ່ວຍ​ສົ່ງ​ເສີມ​ໃຫ້​ບັນດາຄອບ​ຄົວ​ຢູ່ເຂດ​ເປົ້າໝາຍ​ຕ່າງໆ​ໄດ້​ສ້າງ​ລາຍ​ຮັບ​ຂອງ​ຕົນ​ເອງ​ຕື່ມ​ອີກ​ໃນ​ນີ້, ໂຄງການ​ຈະ​ສຸມ​ໃສ່ 175 ບ້ານ  5 ​ເມືອງ​ທຸກ​ຍາກ​ທີ່​ສຸດ​ຢູ່ 3 ​ແຂວງ​ພາກ​ໃຕ້,ສ່ວນ​ແນວທາງ​ຕ່າງໆ​ໃນ​ການຈັດ
ຕັ້ງປະຕິບັດ​ແມ່ນ​ຈະ​ໄດ້​ມອບ​ໃຫ້​ກະຊວງ​ກະສິກຳ ​ແລະ ປ່າ​ໄມ້ ນຳ​ໄປ​ຜັນ​ຂະຫຍາຍ​ຕາມ​ນະ​ໂຍບາຍ​ຂອງ​ລັດຖະບານ ກໍ​ຄື​ວຽກ​ງານ 3 ສ້າງ ​ໂດຍ​ຜ່ານ​ຫ້ອງການ​ເມືອງ ​ແລະ ກຸ່ມ​ບ້ານ​ຕ່າງໆ ​ເຊິ່ງກອງ​ປະຊຸມ​ວາງ​ແຜນ​ປະຕິບັດ​ໜ້າທີ່​ຈະ​ໄດ້​ຈັດ​ຂຶ້ນຢູ່​ແຂວງ​ອັດ​ຕະປື​ໃນ​ວັນ​ທີ 15 ພະຈິກທີ່​ຈະ​ມາ​ເຖິງ​ນີ້.
       ທ່ານ​ນາງ ສະ​ເຕັບ​ຟາ​ເນຍ ດີ​ນາ (Stefania Dina) ຫົວໜ້າ​ກອງ​ທຶນ IFAD ປະຈຳ​ລາວ ກ່າວ​ວ່າ: ​ໂຄງການ​ນີ້ຈະ​ຊ່ວຍ​ຕອບ​ສະໜອງ​ໂອກາດ​ໃນ​ການ​ຕໍ່ສູ້​ກັບ​ບັນຫາ​ການຄ້ຳປະກັນ​ສະບຽງ​ອາຫານ ​ແລະ ​ໂພຊະ​ນາ​ການ​ຢູ່​ທາງ​ພາກ​ໃຕ້​ຂອງ​ລາວ ​ແລະ ​ເພື່ອ​ສ້າງ​ຄວາມ​ເຂັ້ມ​ແຂງ​​ໃຫ້​ປະຊາຊົນ​ທີ່​ດຳລົງ​ຊີວິດ​ຢູ່​ເຂດ​ຊົນນະບົດ​ສາມາດ​ສ້າງ​ລາຍ​ຮັບ​ຫລາຍ​ຂຶ້ນກວ່າ​ເກົ່າ ​ແລະ ຊ່ວຍ​ໃຫ້​ພວກ​ເຂົາ​ມີ​ອຳນາດ​ໃນ​ການ​ເຈລະຈາ​ຕໍ່​ລອງ​​ຕະຫລາດ​ໄດ້​ນຳ​ອີກ ​ໂດຍ​ຈະ​ພ້ອມ​ກັບ​ຄູ່​ຮ່ວມ​ງານ​ອື່ນໆ​ໃນ​ການ​ລົງມື​ປະຕິບັດ​ເຊັ່ນ: ທະນາຄານ​ພັດທະນາ​ອາຊີ (ADB), UN-Habitat, WFP, UNICEF ​ແລະ ອົງການ​ສາກົນ​ທີ່​ບໍ່​ສັງກັດ​ລັດ.

No comments:

Post a Comment