Ad

Ad

22 October 2013

ທົ່ວປະເທດພ້ອມກັນໄວ້ອາໄລ 1 ນາທີເຖິງດວງວິນຍານຜູ້ເຄາະຮ້າຍຈາກອຸປະຕິເຫດເຮືອບິນຕົກຢູ່ແຂວງຈຳປາສັກ



         ໃນ​ວັນ​ທີ 21 ຕຸລາ​ນີ້, ​ເວລາ 14:15 ​ໂມງ ຜູ້ນຳ​ພັກ-ລັດ ​ແລະ ປະຊາຊົນ​ລາວ​ບັນດາ​ເຜົ່າ​ໃນ​ທົ່ວ​ປະ​ເທດ ​ໄດ້​ພ້ອມ​ກັນ​ຢືນ​ກົມ​ຫົວ​ເປັນ​ເວລາ 1 ນາທີ ​ເພື່ອ​ໄວ້ອາ​ໄລ​ໃຫ້​ແກ່​ດວງ​ວິນ​ຍານ​ຂອງ​ຜູ້​ເຄາະ​ຮ້າຍ​ຈາກ​ໂສກ​ນາດຕະກຳ​ເຮືອບິນ​ໂດຍ ສານ​ວຽງ​ຈັນ-ປາກ​ເຊ ATR72:600 ຖ້ຽວ​ບິນ QV301 ຕົກລົງ​ນ້ຳຂອງ​ເຂດ​ແຂວງ​ຈຳປາ​ສັກ ​ໃນ​ວັນ​ທີ 16 ຕຸລາ​ຜ່ານ​ມາ, ​ພາ​ໃຫ້​ຜູ້​ໂດຍສານ​ຈຳນວນ 44 ຄົນ ​ແລະ ຈຸ​ບິນ​ອີກ 5 ຄົນ ​ເສຍ​ຊີວິດ​ທັງ​ໝົດ. ​ເຫດການ​ດັ່ງກ່າວ​ແມ່ນການ​ສູນ​ເສຍ​ທັງ​ຊີວິດ ​ແລະ ຊັບ​ສິນຄັ້ງຍິ່ງ​ໃຫຍ່​ເປັນ​ປະຫວັດ ສາດ​ຂອງ​ລາວ ​ແລະ ​ເພື່ອ​ແບ່ງ​ເບົາ​ຄວາມ​ໂສກ​ເສົ້າສະຫລົດ​ໃຈ​ຂອງ​ຍາດ​ພີ່ນ້ອງ​ຜູ້​ເຄາະ​ຮ້າຍ​ຈາກ​ເຫດການ​ບໍ່​ເພິ່ງ​ປາຖະໜານີ້, ລັດຖະບານ​ຈຶ່ງ​ແຈ້ງ​ການ​ໃຫ້​ທຸກ​ພາກສ່ວນອົງການ​ຈັດຕັ້ງ ພັກ-ລັດ​ໃນ​ທົ່ວ​ປະ​ເທດ ຈັດ​ພິທີ​ໄວ້ ອາ​ໄລ​ພ້ອມ​ກັນ​ໃນ​ເວລາ 14:15 ​ໂມງ ຂອງ​ວັນ​ທີ 21 ຕຸລາ​ນີ້, ​ໂດຍ​ຢູ່​ຫ້ອງ​ວ່າການ​ລັດຖະ ບານ, ທ່ານ​ນາຍົກລັດຖະມົນຕີ ທອງ​ສິງ ທຳ​ມະ​ວົງ ພ້ອມ​ຄະນະ​ລັດຖະບານ ກໍ​ໄດ້​ຈັດ​ພິທີ​ໄວ້ອາ​ໄລ​ເຖິງ​ດວງ​ວິນ​ຍານ​ຂອງ​ຜູ້​ເສຍ​ຊີວິດ​ຈາກ​ອຸປະຕິ​ເຫດ​ດັ່ງກ່າວ​ເປັນ​ເວລາ 1 ນາທີ. ຂະນະ​ດຽວ​ກັນ ຢູ່​ສະໂມ ສອນ ຫລັກ 4 ເມືອງປາກເຊ ແຂວງຈຳ ປາສັກ ກໍຈັດພິທີໄວ້ອາໄລເຊັ່ນ ດຽວກັນ ໂດຍມີທ່ານ ພົນໂທ ດວງໃຈ ພິຈິດ ຮອງນາ ຍົກລັດຖະມົນຕີ, ລັດ ຖະມົນຕີວ່າການກະຊວງປ້ອງກັນປະເທດ ພ້ອມການນຳຂັ້ນສູງຂອງ ແຂວງດັ່ງກ່າວເຂົ້າຮ່ວມ ແລະ
ໃນໂອກາດດຽວກັນ ຢູ່ກະຊວງ​ຖະ​ແຫລ​ງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ ກໍ​ໄດ້​ຈັດ​ພິທີ​ໄວ້ອາ​ໄລ ​ໂດຍ​ມີ​ທ່ານ ສາ​ສະ​ດາ​ຈານ ດຣ. ບໍ່​ແສງ​ຄຳ ວົງ​ດາລາ ລັດຖະມົນຕີ​ວ່າການ​ກະຊວງ​ຖະ​ແຫລງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ ​ແລະ ຄະນະ​ນຳ​ກະຊວງ​ດັ່ງກ່າວ​ເຂົ້າຮ່ວມ.
            ຂ່າວ​ຍັງ​ໃຫ້​ຮູ້​ອີກ​ວ່າ: ​ໃນ​ມື້ດຽວ​ກັນ, ​ເວລາ 14:15 ​ໂມງ ຢູ່​ໂຮງໝໍ​ແມ່ ​ແລະ ​ເດັກ ກໍ​ຈັດ​ພິທີ​ໄວ້ອາ​ໄລ​ເຖິງ​ດວງ​ວິນ​ຍານ​ຂອງ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ເຮືອບິນ​ຕົກ​ຢູ່​ແຂວງ​ຈຳປາ​ສັກ ​ໂດຍ​ມີ​ທ່ານ ຮອງ ສາ​ສະ​ດາ​ຈານ ດຣ. ບົວ​ວັນ ​ແສນ​ສະຖິດ ອຳນວຍ​ການ​ໂຮງໝໍ ​ແລະ ພະນັກງານ​ແພດ​ໝໍ​ຂອງ​ໂຮງໝໍ​ດັ່ງກ່າວ​ເຂົ້າຮ່ວມ 100 ກວ່າ​ຄົນ ​ແລະ ຢູ່​ບັນດາ​ກະຊວງ, ອົງການ​ທຽບ​ເທົ່າ​ ​ແລະ ​ເຂດ​ແຂວງ​ທົ່ວ​ປະ​ເທດ ຕ່າງກໍ​ໄດ້​ຈັດ​ພິທີ​ໄວ້ອາ​ໄລ​ເຊັ່ນ​ດຽວ​ກັນ ​ໂດຍ​ຢູ່​ແຕ່ລະ​ແຫ່ງ​ນັ້ນ​ແມ່ນ​ເຕັມ​ໄປ​ດ້ວຍ​ບັນຍາກາດ​ແຫ່ງ​ຄວາມ​ໂສກ​ເສົ້າ​ເສຍດາຍຕໍ່​ເຫດການ​ສູນ​ເສຍຄັ້ງ ຍິ່ງ​ໃຫຍ່​ທີ່​ເກີດ​ຂຶ້ນດັ່ງກ່າວ.

No comments:

Post a Comment