Ad

Ad

22 October 2013

ພົບກັບດຳແລ້ວຢູ່ຫາງເຮືອບິ​ນພື້ນນ້ຳເລີກ 10 ແມັດ ຄາດຈະນຳຊາກເຮືອບິ​ນຂຶ້​ນໃ​ນໄວໆນີ້



        ເຈົ້າໜ້າທີ່ສະເພາະກິດຈາກພາຍໃນ ແລະ ຕ່າງປະເທດຢືນຢັນໃນຕອນ 14:00 ໂມງແລງ ຂອງວັນທີ 21 ຕຸລາ 2013 ວ່າ: ສາມາດພົບຈຸດພິກັດກັບດຳປິດ ສະໜາແລ້ວຢູ່ສ່ວນຫາງຂອງເຮືອບິນທີ່ຈົມຢູ່ພື້ນ ນ້ຳຂອງຂະນະນີ້ ມະນຸດກົບໄດ້ດຳ ນ້ຳລົງໄປມັດປິກເຮືອບິນໄວ້ເປັນທີ່ຮຽບຮ້ອຍແລ້ວເພື່ອລໍຖ້າຄວາມພ້ອມທີ່ຈະຍົກ ພາກສ່ວນເຮືອບິນຂຶ້ນ ໃຫ້ໄດ້ໃນໄວໆນີ້, ສ່ວນຈຳນວນຕົວເລກຜູ້ເສຍຊີວິດ 43 ສົບນັ້ນຍັງບໍ່ປ່ຽນແປງ.                    
      ທ່ານ ຢາກົວ ລໍປາງກາວ ຫົວ ໜ້າກົມການບິນພົນລະເຮືອນໄດ້ ໃຫ້ສຳພາດນັກ ຂ່າວຈາກຂ່າວສານປະເທດລາວ ໃນວັນທີ 21 ຕຸລານີ້ວ່າ: ພາຍຫລັງເຮືອບິນຕົກໃນ ວັນທີ 16 ຕຸລາ 2013, ເຈົ້າໜ້າທີ່ສະເພາະກິດຂອງພວກເຮົາໄດ້ຮ່ວມມືກັບຊ່ຽວຊານ ຕ່າງປະເທດເຄັ່ງຮ້ອນຊອກຫາທັງຜູ້ຫາຍສາບສູນ ແລະ ຊອກຄົ້ນຫາຊາກເຮືອບິນຢ່າງຕໍ່ເນື່ອງໂດຍສະເພາະກັບດຳປິດສະໜາ ທີ່ເປັນກະແຈສຳຄັນທີ່ຈະບອກລະອຽດຕ່າງໆນັ້ນຫລ້າສຸດມາຮອດປັດຈຸບັນນີ້ເຈົ້າໜ້າທີ່ສະເພາະກິດສາມາດພົບກັບດຳປິດ ສະໜາເປັນທີ່ຮຽບຮ້ອຍແລ້ວຕິດຢູ່ສວນຫາງຂອງເຮືອບິນໃຕ້ພື້ນນ້ຳເລິກ 10 ແມັດ ເຊິ່ງນ້ຳພັດໄປຫາງຈາກຈຸດເຮືອບິນຕົກ
ປະມານ 40 ກວ່າແມັດ ພ້ອມດຽວກັນນັ້ນກໍໄດ້ສົ່ງມະນຸດກົບມຸດລົງໄປມັດສ່ວນຊາກເຮືອບິນນັ້ນໄວ້ແລ້ວເພື່ອລໍຖ້າຄວາມ ພ້ອມຈະເອົາຂຶ້ນໃຫ້ໄດ້ໃນໄວໆນີ້.                     
        ທ່ານ ຢາກົວ ລໍປາງກາວ ຊີ້ແຈງວ່າ: ການຊອກຄົ້ນຂອງພວກເຮົາໄດ້ດຳເນີນໄປດ້ວຍຄວາມຫຍຸ້ງຍາກຊັກຊ້າ ເນື່ອງ ຈາກສະພາບນ້ຳຂອງຂຸ່ນ ແລະ ໄຫລແຮງເຮັດໃຫ້ມະນຸດກົບລົງໄປໃຕ້ພື້ນນ້ຳລຳບາກ. ສ່ວນວິທີຈະເອົາຊາກເຮືອບິນຂຶ້ນ ນັ້ນແມ່ນຈະນຳເອົາເຮືອບັກຫລາຍລຳຂະໜາດໃຫຍ່ໄປຕັ້ງໄວ້ກາງນ້ຳຂອງ ຫລັງຈາກນັ້ນໃຊ້ສາຍກາບ ແລະ ຄັນເຫລັກຂະ ໜາດໃຫຍ່ຍົກຂຶ້ນ.           
            ແນວໃດກໍດີ ແຫລ່ງຂ່າວ ຈາກແຂວງຈຳປາສັກກໍໄດ້ແຈ້ງ ໃຫ້ຮູ້ຕື່ມວ່າ: ຕົວເລກຜູ້ເສຍຊີວິດ ທີ່ພົບ43 ສົບ ແລະ ສິ້ນສ່ວນມະ ນຸດ 10 ກວ່າຕົວຢ່າງທີ່ພວມດຳ ເນີນການພິສູດຫາເອກະລັກສ່ວນ ບຸກຄົນນັ້ນ 9 ສົບແມ່ນຄົນລາວ ແລະ 7 ສົບແມ່ນຄົນຕ່າງປະເທດ.

No comments:

Post a Comment