Ad

Ad

22 October 2013

ເກັບເງິ​ນຝາກລົດໃ​ນງາ​ນບຸ​ນຊ່ວງເຮືອຍັງເກັບເກີ​ນທີ່ທາງການກຳນ​ົດ



       ງາ​ນບຸ​ນອອກພັ​ນສາປະວໍລະ​ນາ ແລະ ຊ່ວງເຮືອປະຈຳປີ 2013, ຢູ່ທ່າວັດຈັ​ນ,​ ນະຄອ​ຫຼວງວຽງຈັນ​, ໄດ້ເລີ່ມຄົບ ງັນມາ ເປັ​ນເວລາຫຼາຍວັ​ນ ແລະ ໄດ້ສີ້ນສຸດລົງໃ​ນຄ່ຳຄື​ນຂອງວັ​ນທີ 20 ຕຸລານີ້, ດ້ວຍຄວາມເບີກບານ​ມ່ວນ​ຊື່​ນ ແລະ ເຕັມໄປດ້ວຍ ຄວາມເປັນລະບຽບຮຽບຮ້ອຍຂອງມວນຊົນຜູ້ເຂົ້າຮ່ວມ, ແຕ່ໃນຂະນະດຽວກັນ, ຍັງເກີດມີຫ່າງສຽງຈົມວ່າຈາກສັງຄົມກ່ຽວ ກັບຄ່າຝາກລົດໃນງານບຸນ, ທີ່ມີລາຄາແພງເກີນຂໍ້ກຳນົດ, ກົດລະບຽບທີ່ນະຄອນຫຼວງໄດ້ກຳນົດໄວ້ ໃນເບື້ອງຕົ້ນ.
          ຄືດັ່ງທີ່ພວກເຮົາໄດ້ຮູ້ແລ້ວ ວ່າກ່ອນການເປີດຕະຫຼາດນັດວາງສະແດງສິນຄ້າຢູ່ໃນງານບຸນຊ່ວງເຮືອທ່ານຮອງ ເຈົ້າຄອງ ນະຄອນຫຼວງວຽງຈັນ, ໄດ້ຖະແຫຼ່ງຜ່ານນັກຂ່າວສືມວນຊົນ, ກ່ຽວກັບຂໍ້ກຳນົດ, ກົດລະບຽບການຄົບງັນ ແລະ ການໃຫ້ບໍລິ ການຕ່າງໆ, ລວມເຖິງການບໍລິການຝາກລົດ ເຊິ່ງໄດ້ລະບຸໄວ້ຢ່າງຈະແຈ້ງ ຄື: ຄ່າຝາກລົດໃຫຍ່ອະນຸຍາດ ໃຫ້ເກັບ ບໍ່ເກີນ 15 ພັ​ນ ກີບ/ຄັນ​, ລົດຈັກບໍ່ໃຫ້   ເກີ​ນ 5 ພັ​ນກີບ/ຄັ​ນ, ລົດຖີບບໍ່ໃຫ້ເກີ​ນ 2 ພັ​ນກີບ/ຄັນ​ ແລະ ຄ່າບໍ ລິກາ​ນຫ້ອງນ້ຳບໍ່ໃຫ້ເກີ​ນ 2 ພັ​ນ ກີບ/ຄັ້ງ, ແຕ່ໃ​ນທາງປະຕິບັດຕົວຈິງຜູ້ປະກອບກາ​ນຝາກລົດເກືອບທຸກບ່ອ​ນຊ້ຳພັດບໍ່ ເຄົາລົບຕາມຂໍ້ກຳນົດດັ່ງກ່າວ ແລະ ສວຍໂອກາດຂຶ້ນຄ່າຝາກລົດຕາມລຳພັງ ດ້ວຍລາຄາສູງທົບເທົ່າຕົວເຊັ່​ນ: ລົດຈັກກັບ ເຖິງ 10 ພັ​ນກີບ/ຄັ​ນ, ລົດໃຫຍ່ເກັບເຖິງ 30 ພັ​ນກີບ/ ຄັ​ນ, ຕໍ່ບັ​ນຫາດັ່ງກ່າວຜູ້ຮັບສຳປະທາ​ນຝາກລົດບໍ່ພຽງແຕ່ລະ ເມີດຕໍ່ຂໍ້ກຳນນົດທີ່ທາງການວາງອອກເທົ່ານັ້ນ,
ແຕ່ຍັງເປັ​ນກາ​ນສວຍໃຊ້ງານ​ບຸ​ນປະເພນີອັ​ນດີງາມດັ່ງກ່າວເພື່ອຫາເງິ​ນ ເຂົ້າຖົງຕົ​ນເອງ, ໂດຍບໍ່ສົ​ນໃຈ, ບໍ່ຄຳນຶງເຖິງຄົ​ນອື່​ນ ແລະ ງາ​ນບຸ​ນປະເພນ​ີອັ​ນດີງາ​ມທີ່ທົ່ວສັງຄົມຮ່ວມກັ​ນຈັດຂື້​ນ ເພື່ອຮັກສາໄວ້ຮີດຄອງປະເພນີອັ​ນດີງາ​ມຂອງຊາດ ແລະ ເຖິງຢ່າງໃດ ກໍດີຕໍ່ບັນຫານີ້ພາກສ່ວ​ນກ່ຽວຂ້ອງຄວ​ນທົບທຶນຄື​ນ ແລະ ວາງມາດຕະກາ​ນເດັດຂາດຕໍ່ພວກມັກສວຍໂອດັ່ງກ່າວ, ເພື່ອບໍ່ໃຫ້ ບັນຫາດັ່ງກ່າວນີ້ເກີດຂື້​ນອີກເນື່ອງຈາກຍັງ ບໍ່ພໍ ເທົ່າໃດອາທິດຂ້າງໜ້ານີ້ງາ​ນບຸ​​ນນະມັດສະກາ​ນພະທາດຫຼວງເຊິ່ງເປັ​ນປາງບຸ​ນໃຫຍ່ຂອງລາວເຮົາກໍຈະມາຮອດແລ້ວ, ດັ່ງ ນັ້ນຜູ້ຮັບຜິດຊອບຄວນ​ມີມາດຕະການ​ລະງັບໄວ້ແຕ່ຫົວທີຈຶ່ງຈະເປັ​ນກາ​ນດີ, ເພື່ອໃຫ້ງາ​ນບຸ​ນປະເພນີ້ດຳເນີນໄປດ້ວຍ   ບັ​ນຍາກາດເບີກບານ​ມ່ວ​ນຊື່​ນ ແລະ ຮັກສາໄວ້ໄດ້ຮີດຄອງປະເພນີອັ​ນດີງາມຂອງຊາດລາວເຮົາ.

No comments:

Post a Comment