Ad

Ad

22 October 2013

ຊ່ວຍ​ກັນຮີບຮ້ອນອະນາໄມ​ເຂດ​ງານ​ບຸນ​ໃຫ້​ສະອາດ​ຈົບງາມ



         ບຸນ​ອອກ​ພັນ​ສາ​ປະ​ວໍລະນາ ພສ 2556 ​ແລະ ບຸນຊ່ວງເຮືອປະເພນີປະ ຈຳປີ2013,ໄດ້ຜ່ານພົ້ນໄປດ້ວຍບັນຍາກາດຄຶກຄື້ນ, ແຕ່ສິ່ງທີ່ເປັນບັນຫາຊ້ຳເຮື້ອ ມາພາຍຫລັງງານບຸນດັ່ງກ່າວສີ້ນສຸດລົງກໍແມ່ນ ຄວາມບໍ່ເປັນລະບຽບຈົບງາມ ຈາກສິ່ງເສດເຫລືອຕ່າງໆຖືກປະປ່ອຍໃຫ້ຮົກເຮື້ອເປັນເວລາຫລາຍວັນ.
       ໃນຕອນເຊົ້າວັນທີ 21 ຕຸລານີ້, ນັກຂ່າວພວກເຮົາໄດ້ໄປຕິດຕາມສະພາບ ຢູ່ແຄມຂອງເຂດທີ່ມີການຈັດງານບຸນ ຊ່ວງເຮືອປະເພນີປີນີ້, ເຖິງວ່າຄະນະກ ຳມະການຈະໄດ້ລະດົມໃຫ້ບັນດາບໍລິສັດຫ້າງຮ້ານ ແລະ ຊາວຄ້າຂາຍໄດ້ຊ່ວຍ​ກັນມ້ຽນມັດ​ສິ່ງ​ຂອງ​ຕ່າງໆ​ໃນຮ້ານຂອງຕົນແຕ່ທ່ຽງຄືນຂອງວັນທີ 20 ຕຸລາ ເປັນຕົ້ນມາໃຫ້ສຳເລັດໂດຍໄວເພື່ອເປີດ ໃຫ້ການ​ຈະລາຈອນ​ໃນເສັ້ນທາງ​ແຄມ​ຂອງ​ເຂົ້າສູ່ສະພາບການສັນຈອນເປັນປົກກະຕິ, ແຕ່ກໍມີຮ້ານຂາຍເຄື່ອງເສື້ອ ຜ້າຈຳນວນບໍ່ໜ້ອຍຍັງສືບຕໍ່ເປີດຂາຍສີນຄ້າຂອງຕົນໃນເຊົ້າຂອງວັນຕໍ່ມາ, ອັນໄດ້ສ້າງຄວາມກີດ ຂວາງຕໍ່ການສັນຈອນບົນເສັ້ນທາງດັ່ງກ່າວ, ນອກຈາກນີ້ເນື້ອທີ່ບໍລິເວນກວ້າງນັບແຕ່ສວນເຈົ້າອະນຸວົງໄປຮອດເຂດ ສາມ
ແຍກປາກປ່າສັກລວມໄປເຖິງຫາດຊາຍແຄມຂອງສ່ວນຫລາຍຍັງມີຂີ້ເຫຍື້ອ ແລະ ສິ່ງເສດເຫລືອປະເພດຖົງຢາງ ຖືກປະ ຖິ້ມຢັງ ຢາຍຢູ່ຫລາຍຈຸດ. ເຊິ່ງບັນຫານີ້ພາກສ່ວນກ່ຽວຂ້ອງຕ້ອງຮີບຮ້ອນອະນາໄມ​ໃຫ້ມີຄວາມເປັນລະບຽບຮຽບຮ້ອຍ ແລະ ສະອາດຈົບງາມໂດຍໄວ ເພື່ອສະແດງໃຫ້ເຫັນຄວາມຕື່ນຕົວການໃນຈັດຕັ້ງປະຕິບັດນະໂຍບາຍ 6 ສ ຂອງນະຄອນ ຫລວງວຽງຈັນກຳນົດໄວ້ເປັນຢ່າງດີ.

No comments:

Post a Comment