Ad

Ad

22 October 2013

ບຸນຊ່ວງເຮືອປີນີ້ສະພາບອຸປະຕິເຫດ ແລະ ປາກົດການຫຍໍ້ທໍ້ຢູ່ນະຄອນຫຼວງຫຼຸດຜ່ອນລົງ


         ເຈົ້າໜ້າທີ່ເພິ່ງພໍໃຈກັບການປະຕິບັດງານປ້ອງກັນອຸປະຕິເຫດ ແລະ ສິ່ງຫຍໍ້ທໍ້ຕ່າງໆໃນການຈັດງານບຸນອອກພັນສາ ແລະ ບຸນຊ່ວງເຮືອຢູ່ທ່າວັດຈັນ ປີນີ້ ຄື: 3 ວັນມີຜູ້ເສຍຊີວິດ 1 ຄົນ ແລະ ຈຳນວນອຸປະຕິເຫດກໍຫຼຸດລົງຫຼາຍ ເມື່ອທຽບກັບອາ ທິດຜ່ານມາ, ນີ້ແມ່ນການລາຍງານຂອງກອງປະຊຸມສະຫຼຸບວຽກງານປະຈຳອາທິດ ແລະ ການປ້ອງກັນບຸນ ອອກພັນສາ ແລະ ບຸນຊ່ວງ ເຮືອຢູ່ນະຄອນຫຼວງວຽງຈັນ ທີ່ໄດ້ຈັດຂື້ນໃນວັນທີ 21 ຕຸລານີ້ ວ່າ: ສະເພາະວັນທີ 18 ຫາ 20 ຕຸລານີ້ ມີອຸປະຕິເຫດ ເກີດຂື້ນ 14 ກໍລະນີ ມີຜູ້ເສຍຊີວິດ 1 ຄົນ, ທຽບ ໃສ່ປີຜ່ານມາຈຳນວນອຸປະຕິ ເຫດຫຼຸດລົງ 10 ກໍລະນີ ແລະ ຜູ້ ເສຍຊີວິດຫຼຸດ ລົງ 2 ຄົນ, ນີ້ກໍ ເນື່ອງຈາກ ພະແນກຕຳຫຼວດ ຈະ ລາຈອນ ນະຄອນຫຼວງວຽງຈັນ ໄດ້ລະດົມກຳລັງກ່ວາ 300 ຄົນ ເຂົ້າຄວບ ຄຸມ ແລະ ອຳນວຍຄວາມສະດວກໃຫ້ການສັນຈອນ ເສັ້ນທາງຕ່າງໆ, ທັງ ມີການໂຄສະນາ ແລະ ຈັດລົດອອກ ເຄື່ອນໄຫວ ລາດຕະເວນຕາມເສັ້ນທາງ ຫຼໍ່ແຫຼມ ເພື່ອເຕືອນສະຕິໃນການຂັບຂີ່ ຂອງມວນຊົນໂດຍສະ ເພາະແມ່ນການສະກັດກັ້ນບໍ່ໃຫ້ຜູ້ ຂັບຂີ່ດື່ມສິ່ງມຶນເມົາ, ພົ້ນເດັ່ນປີນີ້ ສັງຄົມກໍມີຄວາມຕື່ນຕົວ ປະຕິບັດກົດລະບຽບຈະລາຈອນ ແລະ ມີສະຕິໃນການຫຼີ້ນບຸນ, ບໍ່ດື່ມສິ່ງມຶນເມົາເຮັດໃຫ້ອຸປະຕິເຫດຫຼຸດລົງ ແລະ ງານ ບຸນຊ່ວງເຮືອປີນີ້ມີຄວາມເປັນລະບຽບຮຽບຮ້ອຍດີ.

           ເຈົ້າໜ້າທີ່ ປກສ ນະຄອນ ຫຼວງວຽງຈັນ ກ່າວວ່າ: ການຈັດງານບຸນອອກພັນສາ ແລະ ບຸນຊ່ວງເຮືອຢູ່ທ່າວັດ ຈັນ ປີນີ້ ເຫັນວ່າມວນຊົນເຂົ້າມາທ່ຽວບຸນມີຄວາມເປັນລະບຽບຮຽບຮ້ອຍດີສົມຄວນ, ແຕ່ໜ້າເສຍດາຍໃນອາທິດຜ່ານມາກໍຍັງມີປາກົດ ການພົ້ນເດັ່ນເກີດຂຶ້ນເປັນຕົ້ນແມ່ນສະພາບລັກຊັບ, ປຸ້ນຈີ້ຊີງຊັບເກີດຂຶ້ນຫຼາຍກວ່າ 20 ເລື່ອງ, ພ້ອມດຽວກັນກໍເກີດມີປາ ກົດການແຫກກະເປົາເຊິ່ງທາງເຈົ້າໜ້າທີ່ກໍສາມາດຈັບຕົວຜູ້ກະທຳຜິດມາດຳເນີນຄະດີໄດ້ຈຳນວນໜຶ່ງ.

No comments:

Post a Comment