ບຸນອອກພັນສາປະວໍລະນາ- ໄຫລເຮືອໄຟ ແມ່ນປາງບຸນສຳຄັນ
ທີ່ປະຊາຊົນ ລາວບັນດາເຜ່ົາ ກໍຄື ຊາວຫລວງພະບາງ ໄດ້ປົກປັກ ຮັກສາ ແລະ ສືບທອດ ກັນມາ ຫລາຍເຊັ່ນຄົນ,
ເຊິ່ງໃນຕອນຄຳ່ ຂອງວັນທີ 20 ຕຸລາ ກົງກັບມື້ ແຮມ 1 ຄຳ່ ເດືອນ 11 ປີ ມະເສັງ ພສ 2556, ຊາວຫລວງພະບາງກໍ
ໄດ້ຈັດບຸນອອກພັນສາ ແລະ ແຂ່ງ ຂັນໄຫລເຮືອໄຟງາມ ຂຶ້ນຢ່າງຄຶກຄື້ນໂດຍການເຂົ້າຮ່ວມຂອງທ່ານ
ດຣ. ຄຳແພງ ໄຊ ສົມແພງ ເຈົ້າແຂວງຫລວງພະບາງ, ມີບັນດາຜູ້ແທນຈາກ ກອງປະຊຸມອີ ໂຕບຈຳ ນວນ 12 ປະເທດ,
ຕະຫລອດຮອດແຂກຖືກເຊີນທີ່ກ່ຽວຂ້ອງຂອງແຂວງ, ເມືອງ, ມວນຊົນ, ນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ.
ການຈັດບຸນໄຫລເຮືອໄຟ ແມ່ນການສະແດງຄວາມຮູ້ບຸນ ຄຸນຕໍ່ບັນພະບູລຸດຜູ້ມີບຸນຄຸນ
ແລະ ບູຊາພະຍານາກທີ່ໄດ້ ເອື້ອອຳ ນວຍໃຫ້ຄົນເຮົາມີຄວາມຊຸ່ມເຢັນ, ຢູ່ດີກິນດີຕະຫລອດມາ ໂດຍມີການຈັດຕັ້ງ
ແລະ ມວນຊົນທົ່ວ ໄປນຳ ເຮືອໄຟມາເຂົ້າຮ່ວມ ແຂ່ງຂັນທັງຫມົດ 14 ລຳ, ພິເສດປີນີ້ ໄດ້ມີເຮືອຂອງບັນດາສະມາຊິກອົງການອີໂຕບ
( EATOF ) ເຂົ້າຮ່ວມ 1 ລຳ, ຜ່ານການ ປະກວດຜົນປາກົດວ່າ : ເຮືອໄຟທີ່ໄດ້ອັນດັບ 1 ແມ່ນເຮືອໄຟຂອງບ້ານຊຽງທອງ
ແລະ ບ້ານ ຄີລີ, ອັນດັບ 2 ບ້ານນາສຳພັນ ແລະ ບ້ານນາ ຫລວງ ແລະ ອັນດັບ 3 ບ້ານວຽງໃຫມ່ ແລະ
ນາສ້າງເຫວີຍ. ພາຍຫລັງທີ່ ສຳເລັດການແຂ່ງຂັນເຮືອໄຟແລ້ວ
ກໍໄດ້ສືບຕໍ່ພິທີທາງສາສະຫນາຢູ່ວັດຊຽງທອງ,
ພ້ອມທັງໄຫລເຮືອໄຟລົງສູ່ແມ່ນ້ຳນຳອີກ, ທັງຫມົດນີ້ກໍເພື່ອເປັນການອະນຸລັກ ຮັກສາຮີດຄອງປະນີອັນດີງາມ
ແລະ ຮັກສາສິ່ງແວດລ້ອມເພາະເຮືອໄຟທີ່ເຂົາແຂ່ງຂັນລ້ວນແລ້ວແຕ່ປະດິດຈາກວັດຖຸດິບທຳມະ ຊາດທີ່ເປັນມິດກັບສິ່ງແວດລ້ອມ.
ຂ່າວໃຫ້ຮູ້ອີກວ່າ
: ເນື່ອງໃນໂອກາດບຸນອອກພັນສາປະວໍລະນາປີນີ້,
ຊາວເມືອງຮຸນ ແຂວງອຸດົມໄຊ ໄດ້ ພ້ອມກັນຈັດງານແຂ່ງຂັນກິລາເຮືອຊ່ວງປະຈຳປີຂຶ້ນ ເພື່ອເປັນການສ້າງບັນຍາກາດຄຶກຄື້ນມ່ວນຊື່ນທັງເປັນການອະ
ນຸລັກຮີດຄອງປະເພນີອັນດີງາມຂອງຊາດ. ເວົ້າສະເພາະກໍຄືປະຊາຊົນບັນດາເຜົ່າໃນເມືອງຮຸນທີ່ໄດ້ສືບຕໍ່ປະຕິບັດກັນ
ມາແຕ່ບູຮານນະການ, ໂດຍໃນວັນທີ 19 ຕຸລານີ້ ຢູ່ທ່ານ້ຳບ້ານນາຝາງ
ໂດຍມີເຮືອຊ່ວງຈາກບ້ານອ້ອມຂ້າງ ແລະ ເມືອງ ປາກແບງເຂົ້າຮ່ວມລວມທັງຫມົດປະເພດຊາຍມີ 15 ລຳ
ໃນນັ້ນ ປະເພດຍິງມີ 4 ລຳ, ຜ່ານການແຂ່ງຂັນກັນມາຢ່າງດຸ
ເດືອດແຕ່ເຊົ້າຈົນຮອດແລງກໍສາມາດໄດ້ເຮືອຊະນະເລີດ ຄື
ເຮືອບ້ານນາໂຮມ ໄດ້ລາງວັນທີ 1 ໄດ້ຂັນເງິນ 1 ຫນ່ວຍ ແລະ ຂັນຄອງ 1 ຫນ່ວຍ ພ້ອມເງິນສົດ
3,5 ລ້ານກີບ ທີ 2 ໄດ້ແກ່ເຮືອຊ່ວງເມືອງປາກແບງ ໄດ້ຮັບເງິນສົດ 2,5 ລ້ານ ກີບ, ທີ 3 ໄດ້ແກ່
ເຮືອຊ່ວງບ້ານສີບຸນເຮືອງ ໄດ້ຮັບລາງວັນເງິນສົດ
2 ລ້ານ ກີບ, ແລະ ລາງວັນທີ 4 ໄດ້ແກ່ ເຮືອບ້ານ ຈັນໄຕ ໄດ້ຮັບລາງວັນ 1,5 ລ້ານກີບ ແລະ ທີ
1 ປະເພດ ຍິງ ໄດ້ແກ່ເຮືອບ້ານນາຝາງ ໄດ້ ຮັບຂັນເງິນ 1 ຫນ່ວຍ ພ້ອມ ເງິນສົດ 2 ລ້ານກີບ, ທີ
2 ເຮືອບ້ານນາ ໂຄ້ງ ໄດ້ຮັບລາງວັນເງິນສົດ 1,5 ລ້ານກີບ, ທີ 3 ເຮືອບ້ານແຟນ ແລະ ທີ 4 ໄດ້
ແກ່ບ້ານນາໂຮມ, ນອກນີ້ ຍັງມີລາງວັນຊົມເຊີຍຈຳນວນເງິນ 8 ແສນກີບ ມອບໃຫ້ ທີມຕົກຮອບຕື່ມອີກ,
ໃຫ້ກຽດ ມອບລາງວັນໂດຍທ່ານ ຄຳເພົ້າ ສີລິສຸກ ເຈົ້າເມືອງໆຮຸນມອບ.
No comments:
Post a Comment