ໃນຕອນເຊົ້າວັນທີ 19 ຕຸລານີ້, ຢູ່ວັດໂພໄຊ ເທສະບານເມືອງ
ແຂວງໜອງຄາຍ ຣາຊະອານາຈັກໄທ, ທ່ານນາຍົກລັດຖະມົນ ຕີແຫ່ງ ສປປ ລາວ ທອງສິງ ທຳມະວົງ ແລະ ທ່ານນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ
ນາງ ຍິ່ງລັກ ຊິນນະວັດ ໄດ້ ຮ່ວມໃສ່ບາດມິດຕະພາບໃນໂອກາດບຸນອອກພັນສາປາວໍລະນາ ພສ 2556 ໂດຍມີ ຊາວພຸດຈາກສອງປະເທດເຂົ້າຮ່ວມຢ່າງ
ຫລວງຫລາຍ.
ໃນໂອກາດດັ່ງກ່າວ, ນາຍົກທັງສອງປະເທດໄດ້ສັກກາລະບູຊາພະຫລວງພໍ່ໃສ
ແລະ ຖວາຍ ຜ້າໄກ ແລະ ທຽນພັນສາໃຫ້ ແກ່່ຄະນະພະສົງທັງລາວ ແລະ ໄທ ແລະ ກ່າວຖວາຍຮັບສີນ
5 ຈາກ ນັ້ນຈຶ່ງໄດ້ ພ້ອມກັນໃສ່ບາດຈຳນວນ
3.099 ໜ່ວຍ. ພ້ອມທັງກ່າວເຖິງສາຍພົວພັນສະໜິດສະໜົມຂອງສອງປະເທດລາວ-ໄທ ທີ່ມີມາແຕ່ດົນນານແລ້ວນັ້ນນັບມື້ຍິ່ງໄດ້ຮັບການເສີມຂະຫຍາຍ.
ທ່ານນາຍົກລັດຖະມົນຕີ ທອງສິງ ທຳມະວົງ ກ່າວໃນພິທີ
ອັນສຳຄັນນີ້ວ່າ: ການຮ່ວມກັນໃສ່ບາດເທື່ອນີ້ແມ່ນຄັ້ງປະຫວັດ ສາດລະຫວ່າງນາຍົກລັດຖະມົນຕີສອງປະເທດ
ແລະ ເປັນຂີດໝາຍອັນດີໃນການເສີມສ້າງສາຍພົວພັນ ແລະ ມິດຕະພາບລະ ຫວ່າງສອງປະເທດໃຫ້ໜັກແໜ້ນ
ແລະ ແໜ້ນແຟ້ນຍິ່ງໆຂຶ້ນ.
ໃນວັນດຽວກັນ, ຢູ່
ສປປ ລາວ, ຊາວພຸດລາວໃນທົ່ວປະເທດກໍພ້ອມໃຈກັນໄປໃສ່ບາດໃນໂອກາດບຸນອອກພັນສາຢ່າງ ເປັນຂ ະບວນຟົດຟື້ນ,
ວັດຫລາຍແຫ່ງເປັນຕົ້ນ: ວັດທາດຫລວງ, ວັດສີເມືອງ, ວັດອົງຕື້, ວັດຊຽງຍືນ, ວັດໂພນສະອາດ ແລະ
ວັດແຫ່ງ ອື່ນໆຢູ່ນະຄອນຫລວງວຽງຈັນ ແມ່ນມີຜູ້ຄົນເຂົ້າໄປໃສ່ບາດຖວາຍເຄື່ອງສັງຄະທານຕ່າງໆເປັນຈຳນວນຫລວງຫລາຍ.
ພ້ອມກັບ ການຮັບຟັງທຳມະເທດສະໜາຕ່າງໆເພື່ອອຸທິດສ່ວນບຸນກຸສົນໃຫ້ກັບຍາດພີ່ນ້ອງໄດ້ລ່ວງລັບໄປແລ້ວ.
ສ່ວນໃນຕອນຄ່ຳກໍມີການວຽນທຽນ
ແລະ ໄຫລເຮືອໄຟຕາມປະເພນີ ແລະ ວັດທະນະທຳທີ່ເຄີຍໄດ້ປະຕິບັດມາໃນແຕ່ ລະປີ.
No comments:
Post a Comment