ພາຍຫລັງປວງຊົນລາວທັງຊາດອີ່ມບຸນກັບການໃສ່ບາດຖວາຍສັງຄະທານແດ່ພະສົງສາມະເນນຢູ່ວັດວາອາຮາມໃນຕອນເຊົ້າວັນທີ
19 ຕຸລາ ແລະ ຕອນຄ່ຳ ມື້ດຽວກັນກໍໄດ້ຈັດພິທີກຳແຫ່ຕົ້ນເຜິ້ງ, ວຽນທຽນ, ໄຫລເຮືອໄຟນ້ຳ
ແລະ ເຮືອໄຟໂຄກຢ່າງເບີກບານມ່ວນຊື່ນຕາມຮີດຄອງປະເພນີອັນດີງາມຂອງຊາດລາວທີ່ສືບ
ທອດມາແຕ່ບູຮານນະການແລ້ວ ແລະ ວານນີ້, ບາງແຂວງກໍໄດ້ແຂ່ງຂັນເຮືອຊ່ວງປະເພນີຢ່າງຄຶກ ຄື້ນ.
ຂະນະທີ່ຢູ່ນະຄອນຫຼວງ ວຽງຈັນກໍໄດ້ແຂ່ງຂັນເຮືອຊ່ວງປະຈຳປີຢູ່ທ່າ ບ້ານສີ ຖານເໜືອ ເມືອງຈັນທະບູລີ
ຫລັງນ້ຳຢູ່ທ່າວັດຈັນບົກແຫ້ງໂດຍມີການນຳພັກລັດ, ເຈົ້າຄອງນະຄອນ ຫລວງວຽງຈັນ, ມວນຊົນ ລາວ
ແລະ ນັກທ່ອງທ່ຽວຕ່າງປະເທດເປັນຈຳນວນຫລາຍເຂົ້າຮ່ວມຊົມ ແລະເປັນກຳລັງໃຈໃຫ້ແກ່ສີພາຍເຮືອຊ່ວງ
39 ລຳໃນ ນີ້ມີເຮືອປະເພນີຍິງ 6 ລຳ, ປະເພນີຊາຍ 12 ລຳ, ເຮືອສູດຊາຍ 7 ລຳ ແລະ ເຮືອກິລາ
14 ລຳ.
ຜ່ານການແຂ່ງຂັນປາກົດວ່າ: ເຮືອປະເພນີຍິງ,
ຊະນະເລີດ ໄດ້ແກ່ສີພາຍເຮືອຊ່ວງບ້ານຫາດ ສ້ຽວ ໄດ້ຮັບຂັນເງິນໜັກ 1 ກິໂລ ພ້ອມເງິນລາງວັນ
15 ລ້ານກີບ, ທີ 2 ບ້ານທ່າພະ ໄດ້ຮັບຂັນເງິນໜັກ 0,75 ກິໂລ ພ້ອມເງິນລາງວັນ 10 ລ້ານກີບ,
ທີ 3 ບ້ານໂພນໂຮງ ໄດ້ຮັບຂັນເງິນໜັກ 0,5 ກິໂລ ພ້ອມ ເງິນລາງວັນ 6 ລ້ານກີບ ແລະ ທີ
4 ບ້ານຫາດກ້ຽງ ໄດ້ຮັບເງິນ ລາງວັນ 4
ລ້ານກີບ. ສ່ວນເຮືອປະເພນີຊາຍຊະນະເລີດໄດ້ແກ່
ເຮືອທ່າພະໄດ້ຮັບຂັນເງິນໜັກ 1 ກິໂລ ພ້ອມເງິນລາງວັນ 20 ລ້ານກີບ, ທີ 2 ເຮືອທ່າແຂກ
ໄດ້ຮັບຂັນເງິນໜັກ 0,75 ກິໂລ ພ້ອມເງິນ ລາງວັນ 15 ລ້ານກີບ, ທີ 3 ເຮືອ ຈັນທະບູລີ
ໄດ້ຮັບຂັນເງິນ ໜັກ 0,5 ກິໂລ ພ້ອມເງິນລາງວັນ 10 ລ້ານກີບ ແລະ ທີ 4 ເຮືອຫົງແມ່ຍ່າ
2 ໄດ້ຮັບເງິນລາງວັນ 6 ລ້ານກີບ. ເຮືອສູດຊາຍຊະ ນະເລີດໄດ້ແກ່ ເຮືອສີຖານໃຕ້ ໄດ້ຮັບຂັນເງິນໜັກ
1 ກິໂລ ພ້ອມເງິນລາງວັນ 15 ລ້ານກີບ, ທີ 2 ເຮືອ ປກສ ໄດ້ຮັບຂັນເງິນ ໜັກ 0,75 ກິໂລ
ພ້ອມເງິນລາງວັນ 10 ລ້ານກີບ,ທີ 3 ເຮືອທ່າພະ ໄດ້ຮັບຂັນເງິນໜັກ 0,5 ກິໂລ ພ້ອມເງິນລາງວັນ
6 ລ້ານກີບ ແລະ ທີ 4 ເຮືອເຂີຍ ສວນມອນ ໄດ້ຮັບເງິນລາງວັນ 4 ລ້ານກີບ. ເຮືອກິລາຊະນະເລີດໄດ້ແກ່ເຮືອໂນ້ແກ໋ດ
ໄດ້ຮັບຂັນພ້ອມເງິນລາງວັນ 8 ລ້ານກີບ, ທີ 2 ເຮືອຄຸນນະເສນ ໄດ້ຮັບຂັນພ້ອມເງິນລາງວັນ
6 ລ້ານກີບ, ທີ 3 ເຮືອ ຫົງແກ້ວປ່າ ໄດ້ຮັບ ຂັນພ້ອມເງິນລາງວັນ 5 ລ້ານກີບ ແລະ ທີ
4 ເຮືອ ລຳມໍເຕີໄດ້ຮັບເງິນລາງວັນ 4 ລ້ານກີບ.
ປີຜ່ານມາ, ເຮືອຊ່ວງປະເພນີຍິງ ຊະນະເລີດໄດ້ແກ່ສີພາຍເຮືອຊ່ວງບ້ານຫາດສ້ຽວ,
ທີ 2 ບ້ານ ຫາດກ້ຽງ ເມືອງຈັນທະ ບູລີ, ທີ 3 ບ້ານທ່າພະ ແລະ ທີ 4 ບ້ານແສນ ດິນ. ເຮືອປະເພນີຊາຍ,
ຊະນະເລີດ ໄດ້ແກ່ນ້ອຍອິດທິລິດ, ທີ 2 ບ້ານຈຸ້ມ, ທີ 3 ຫລວງພະບາງ ແລະ ທີ 4 ບ້ານທ່າພະ.ເຮືອສູດຊາຍ,
ຊະນະເລີດ ໄດ້ແກ່ບ້ານ ທ່າ ພະ, ທີ 2 ບ້ານໂຄກຊາຍ, ທີ 3 ບ້ານ ຖິ່ນເພຍ ແລະ ທີ 4 ຊາຍ ຟອງເໜືອ.
ເຮືອກິລາຊະນະເລີດໄດ້ແກ່ລຳມໍເຕີ II, ທີ 2 ໂນແກັດ I, ທີ 3 ເຂີຍສວນມອນ ແລະ ທີ 4 ສີກຸມມານ.
No comments:
Post a Comment