ຫ້ອງວ່າການລັດຖະບານ ໄດ້ອອກແຈ້ງການສະບັບ ເລກທີ
158/ຫລບ, ລົງວັນທີ 17 ຕຸລາ 2013 ຄື ໃຫ້ນະຄອນຫລວງ ວຽງຈັນ, ທຸກກະ ຊວງ-ອົງການທຽບເທົ່າ,
ອົງການພັກ-ອົງການຈັດຕັ້ງມະຫາຊົນອ້ອມຂ້າງສູນກາງ ແລະ ບັນດາ ແຂວງໃນ ຂອບເຂດທົ່ວປະເທດຈັດຕັ້ງພິທີໄວ້ອາໄລເຖິງດວງວິນຍານຂອງຜູ້ເຄາະຮ້າຍທີ່ປະສົບອຸປະຕິເຫດເຮືອບິນຕົກໃນຖ້ຽວບິນ
QV301 ຢູ່ແຂວງຈຳປາ ສັກ ໃນວັນທີ 16 ຕຸລາ 2013 ເຊິ່ງພິທີຈັດຕັ້ງການໄວ້ອາ ໄລດັ່ງກ່າວກຳນົດໃຫ້ຈັດຂຶ້ນໃນ
ເວລາ 14:15 ຂອງວັນທີ 21 ຕຸລາ ( 1 ນາທີ ) ພ້ອມກັນທົ່ວປະເທດ.
ສຳລັບຄວາມຄືບໜ້າການຊອກຄົ້ນຫາຜູ້ຫາຍສາບສູນຈາກ
ເຫດເຮືອບິນຕົກໄດ້ຮັບການຢືນ ຢັນຈາກສາທາລະນະສຸກ ແຂວງຈຳປາສັກໃນຕອນແລງ ວັນທີ 20 ຕຸລາ
2013 ນີ້ວ່າ: ຕົວເລກຫລ້າ ສຸດຜູ້ເສຍຊີວິດພົບແລ້ວ 43 ສົບ ແລະ ສິ້ນສ່ວນ ມະນຸດ 10 ກວ່າ
ຕົວຢ່າງສ່ວນເຈົ້າໜ້າທີ່ສະເພາະກິດຈາກພາຍໃນ ແລະ ຕ່າງປະ ເທດເລັ່ງຄົ້ນຫາແກັດດຳປິດສະໜາເປັນກະ
ແຈສຳຄັນທີ່ຈະບອກລາຍລະອຽດວ່າເຫດເຮືອບິນດັ່ງກ່າວຕົກແມ່ນຍ້ອນຫຍັງແທ້.
ທ່ານ ດຣ ສົມກຽດ ວໍລະ ລາດ ຮອງຫົວໜ້າພະແນກສາທາລະນະສຸກແຂວງຈຳປາສັກໄດ້ໃຫ້ສຳພາດນັກຂ່າວສຳນັກ
ຂ່າວສານປະເທດລາວໃນຕອນແລງວານນີ້ວ່າ: ພາຍຫລັງເຈົ້າໜ້າທີ່ສະເພາະກິດຂອງເຮົາໄດ້ດຳເນີນການປະຕິບັດພາລະກິດ
ຊອກຄົ້ນຫາຜູ້ເສຍຊີວິດ ແລະ ຫາຍສາບ ສູນຈາກເຫດເຮືອບິນຕົກນັບແຕ່ ວັນທີ 16 ມາຮອດຕອນແລງວັນ
ທີ 20 ຕຸລາ 2013 ນີ້, ພວກເຮົາສະຫລຸບໄດ້ວ່າ:ຕົວເລກຫລ້າສຸດຜູ້ເສຍຊີວິດທີ່ຊອກຄົ້ນໄດ້ນັ້ນແມ່ນ
43 ສົບ ແລະ ມີຫລາຍກວ່າ 10 ສິ້ນສ່ວນທີ່ໄດ້ເກັບມາເປັນຕົວຢ່າງ. ຈຳນວນໜຶ່ງຂອງຜູ້ເສຍຊີວິດນັ້ນປາກົດວ່າຍາດພີ່ນ້ອງ
ແລະ ພໍ່ແມ່ຂອງຜູ້ກ່ຽວໄດ້ນຳສົບ ກັບບ້ານເພື່ອເຮັດພິທີທາງສາສະໜາແລ້ວ.
ແນວໃດກໍດີ, ທ່ານ ດຣ ສົມກຽດ ຍັງຊີ້ແຈງວ່າ:
ພວກເຮົາຍັງບໍ່ສາມາດເກັບກູ້ຊາກເຮືອບິນໄດ້ເທື່ອແຕ່ທີ່ໜ່ວຍສະ ເພາະກິດພວມເຄັ່ງຮ້ອນຊອກຫາໃນປັດຈຸບັນນີ້ແມ່ນຢາກພົບແກັດດຳປິດສະໜານັ້ນ
ແລະ ຄາດວ່າຈະໄດ້ໃນໄວໆນີ້ເນື່ອງຈາກ ພວກເຮົາໄດ້ນຳອຸປະກອນທັນສະໄໝເຂົ້າມາຊ່ວຍຊອກຄົ້ນຫາ.
No comments:
Post a Comment