ພາຍຫລັງເກີດໂສກນາດຕະ ກຳເຮືອບິນໂດຍສານລຸ້ນ ATR
72-600 ຖ້ຽວບິນ QV 301 ສາຍທາງວຽງຈັນ-ປາກເຊ ຂອງ ລັດວິສາຫະກິດການບິນ ລາວຕົກລົງ ແມ່ນ້ຳຂອງໃນວັນທີ
16 ຕຸລາຜ່ານມານີ້, ນັບວ່າ ເປັນເຫດການສູນເສຍຄັ້ງປະຫວັດ ສາດ ຕໍ່ຊີວິດ ແລະ ຊັບສິນ ທີ່ບໍ່ເຄີຍເກີດຂຶ້ນໃນ
ສປປ ລາວ ຄື ມີຜູ້ເສຍຊີວິດທັງໝົດ 49 ຄົນ, ໃນນັ້ນຜູ້ໂດຍສານ 44 ຄົນ ແລະ ຈຸບິນອີກ 5 ຄົນ.
ເຫດການດັ່ງກ່າວໄດ້ສ້າງຄວາມເສົ້າສະຫລົດໃຈໃຫ້ກັບຍາດພີ່ນ້ອງຂອງຜູ້ເຄາະ ຮ້າຍລວມເຖິງປະຊາຊົນໃນ
ທົ່ວປະເທດ ແລະ ບັນດາປະເທດເພື່ອນມິດທີ່ໄດ້ຮັບຊາບຂ່າວອຸປະຕິເຫດດັ່ງກ່າວ ແລະ ມີ ຫລາຍປະເທດກໍໄດ້ໃຫ້ການຊ່ວຍ
ເຫລືອໃນການເຂົ້າມາເກັບກູ້ຊາກຜູ້ເສຍຊີວິດ ແລະ ຊາກເຮືອບິນຈົນສາມາດຮູ້ໄດ້ເຖິງສ າເຫດທີ່ແທ້ຈິງຂອງການເກີດອຸປະຕິ
ເຫດຄັ້ງນີ້. ແນວໃດກໍຕາມໃນທ່າມກາງທີ່ທົ່ວສັງຄົມພວມຢູ່ໃນບັນຍາກາດແຫ່ງ ຄວາມໂສກເສົ້າສະຫລົດໃຈ
ແລະ ພ້ອມກັນ ໄວ້ອາໄລໃຫ້ກັບຜູ້ເສຍຊີວິດໃນເຫດການຄັ້ງນີ້ ເຊິ່ງນອກຈາກສັງຄົມໄດ້ຮັບຊາບ
ຄວາມຄືບໜ້າໃນການເກັບກູ້ຊາກສົບຜູ້ເສຍ
ຊີວິດ ແລະ ຊາກເຮືອບິນຜ່ານທາງພາຫະນະສື່ມວນຊົນປະເພດຕ່າງໆທັງພາຍໃນ ແລະ ຕ່າງປະເທດແລ້ວນັ້ນເຟດບຸກ
(Face Book) ກໍແມ່ນສື່ ອອນລາຍໜຶ່ງທີ່ສັງຄົມມີການຊົມໃຊ້ກັນຢ່າງແຜ່ຫລາຍ ແລະ ສາ ມາດນຳສະເໜີຮູບພາບ
ແລະ ເຫດການ ຕ່າງໆທີ່ເກີດຂຶ້ນໃນສັງຄົມໄດ້ຢ່າງວ່ອງໄວລວມເຖິງ ເຫດການເຮືອບິນຕົກຢູ່ແຂວງ ຈຳປາສັກກໍແມ່ນເຫດການໜຶ່ງທີ່ຜູ້ຊົມໃຊ້ສື່
ອອນລາຍດັ່ງກ່າວໄດ້ມີການນຳຮູບພາບຕ່າງໆເຜີຍແຜ່ລົງຢ່າງແຜ່ຫລາຍເຊິ່ງບາ ງຮູບພາບກໍມີຄວາມຈິງ
ແລະ ເໝາະ ສົມ, ແຕ່ສ່ວນໜຶ່ງແມ່ນບໍ່ມີຄວາມຈິງ ແລະ ບໍ່ເໝາະສົມ ໂດຍສະເພາະແມ່ນການ ເອົາຮູບພາບຊາກສົບທີ່ບໍ່ສົມບູນຕ່າງໆ.
ຕໍ່ບັນຫາດັ່ງກ່າວ ໃນວັນທີ 18 ຕຸລານີ້, ຢູ່ຫ້ອງວ່າການລັດຖະ
ບານ, ນະຄອນຫລວງວຽງຈັນ ທ່ານ ເພັດສາຄອນ ຫລວງ ອາໄພ ລັດຖະມົນຕີຊ່ວຍວ່າການຫ້ອງ ວ່າການລັດຖະບານໄດ້ຕາງໜ້າ
ລັດຖະບານອອກມາຮຽກຮ້ອງ ຜ່ານສື່ມວນຊົນ ເພື່ອ ຊ່ວຍໃນການໂຄສະນາປຸກລະດົມໃຫ້ທົ່ວສັງຄົມກໍຄືຜູ້ທີ່ນຳໃຊ້ອຸປະກອນເຄື່ອງມືໄອທີທີ່ທັນສະໄໝຕ່າງໆບໍ່ວ່າຈະເປັນກ້ອງວີ
ດີໂອ, ກ້ອງຖ່າຍຮູບ ຫລື ບັນດາສະມາດ ໂຟນທີ່ມີການຊົມໃຊ້ໃນສື່ອອນລາຍທີ່ໄດ້ເກັບກຳ ແລະ ຖ່າຍພາບກ່ຽວກັບເຫດ
ການຂອງໂສກນາດຕະກຳຄັ້ງນີ້ຂໍໃຫ້ນຳໃຊ້ແຕ່ຮູບທີ່ມີຄຸນຄ່າ, ມີປະໂຫຍດຕໍ່ສິ່ງທີ່ດີງາມ, ຖ້າເຫັນວ່າຮູບໃດບໍ່ມີມູນຄວາມຈິງ
ຫລື ເປັນອັນບໍ່ເໝາະສົມທີ່ຈະນຳສະເໜີຕໍ່ສັງຄົມກໍບໍ່ຄວນກະທຳເດັດຂາດໂດຍສະເພາະບັນດາຮູບພາບຂອງສາກສົບຜູ້ເສຍ
ຊີວິດຈາກເຫດການຍົນຕົກນັ້ນຖ້າເຫັນວ່າບໍ່ເໝາະສົມກໍບໍ່ຄວນເຜີຍແຜ່ລົງສື່ອອນລາຍ ເພາະເປັນການຊ້ຳເຕີມຄວາມສູນເສຍ
ແລະ ບໍ່ເຄົາລົບສົບຜູ້ເສຍຊີວິດ. ສະນັ້ນ, ຈຶ່ງຮຽກຮ້ອງທຸກຄົນທີ່ນຳໃຊ້ເຄື່ອງມືດັ່ງກ່າວໃຫ້ມີສະຕິ
ແລະ ມີຄວາມຮັບຜິດຊອບ ສູງ.
No comments:
Post a Comment