Ad

Ad

21 October 2013

ຮອງນາຍົກລັດຖະມົນຕີ ສົມສະຫວາດ ເລັ່ງສະຫວັດ ຮ່ວມພິທີເປີດວັນອາຫານໂລກຢູ່ແຂວງສະຫວັນນະເຂດ



        ທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກ ງານເສດຖະກິດໄດ້ຮ່ວມພິທີເປີດວາງສະ ແດງສິນຄ້າກະສິກຳໃນວັນອາຫານໂລກ (16 ຕຸລາ) ພາຍໃຕ້ຄຳຂວັນ “ ລະບົບສະບຽງອາຫານທີ່ຍືນຍົງເພື່ອການຄ້ຳປະ ກັນສະບຽງ ອາຫານ ແລະ ໂພຊະນາການ” ໂດຍແມ່ນກະຊວງກະສິກຳ-ປ່າ ໄມ້ຮ່ວມກັບອົງ ການອາຫານ ແລະ ການກະ ເສດແຫ່ງສະຫະ ປະຊາຊາດ ແລະ ແຂວງສະຫວັນ ນະເຂດຮ່ວມກັນຈັດຂຶ້ນໃນວັນທີ 18-20 ຕຸລາ 2013 ຢູ່ຕະຫລາດ ດາວເຮືອງເ ມືອງໄກສອນພົມວິ ຫານ, ເຂົ້າຮ່ວມໃນງານມີ ທ່ານ ວິໄລວັນ ພົມເຂ ລັດຖະມົນຕີວ່າ ການກະຊວງກະສິກຳ-ປ່າໄມ້, ທ່ານ ດຣ. ສຸພັນ ແກ້ວມີໄຊ ເຈົ້າ ແຂວງໆສະຫວັນນະເຂດ, ທ່ານ ດຣ. ປູຣູຊັອດຕຳ ຄູມາ ມຸດເປີຮາ ຣີ ຜູ້ຕາງໜ້າ ອົງການອາຫານ ແລະ ການກະເສດ ແຫ່ງສະຫະ ປະຊາຊາດປະຈຳ ສປປ ລາວ, ມີ ລັດຖະມົນຕີຊ່ວຍ, ບັນດາຫົວ ໜ້າກົມ, ຄູ່ຮ່ວມພັດທະ ນາຕ່າງໆ, ບັນດາແຂວງອ້ອມຂ້າງ, ພະ ແນກການຂອງແຂວງສະຫວັນນະເຂດ ແລະ ເຈົ້າເມືອງ 15  ເມືອງຂອງ ແຂວງເຂົ້າ ຮ່ວມ.

         ທ່ານ ດຣ. ສຸພັນ ແກ້ວມີໄຊ ໄດ້ກ່າວຕ້ອນຮັບແຂກ ພ້ອມທັງ ສະເໜີຈຸດພິເສດ-ທີ່ຕັ້ງຂອງແຂວງສະຫວັນນະເຂດ ເຊິ່ງຕັ້ງຢູ່ພາກກາງຕອນໃຕ້ຂອງປະເທດທີ່ອຸດົມສົມບູນໄປດ້ວຍຊັບພະຍາກອນທຳມະຊາດ ແລະ ມີແລວເສດຖະກິດຕາເວັນ ອອກ-ຕາເວັນຕົກ, ແຂວງສະຫວັນນະເຂດມີ ເນື້ອທີ່ 21.744 ກິໂລຕາແມັດ, ກວມ 9,2% ຂອງເນື້ອທີ່ທົ່ວປະເທດ, ມີເນື້ອ ທີ່ດິນກະສິກຳກວມ 29,9%, ເນື້ອທີ່ປ່າໄມ້ກວມປະ ມານ 66,57%, ແບ່ງອອກເປັນ 3 ເຂດຄື ເຂດທົ່ງພຽງເລາະແຄມ ຂອງ ມີ 4 ເມືອງ, ເຂດທົ່ງພຽງໃຈ ກາງມີ 6 ເມືອງ, ເຂດພູດອຍ ແລະ ເຄິ່ງພູດອຍມີ 5 ເມືອງ. ສົກປີ 2012-2013, ແຂວງ ສະຫວັນນະເຂດສາມາດບັນລຸເປົ້າໝາຍການຜະລິດສະບຽງອາຫານຕາມທີ່ລັດຖະບານໄດ້ກຳນົດໄວ້ຄືຜະລິດ ເຂົ້າໄດ້ທັງໝົດ 755.644 ໂຕນ, ກວມ 22% ຂອງຜົນຜະລິດເຂົ້າລວມທົ່ວປະເທດ, ນອກນັ້ນຍັງສມາດສະໜອງຊີ້ນ, ປາ ແລະ ໄຂ່ ໄດ້ 57.865 ໂຕນ.
         ຈາກນັ້ນ, ທ່ານ ດຣ ປູຣູ ຊັອດຕຳ ຄູມາ ມຸດຮາຣີ ແລະ ທ່ານ ວິໄລວັນ ພົມເຂ ກໍຂຶ້ນປະກອບຄຳເຫັນວ່າ: ວັນອາຫານ ໂລກ 16 ຕຸລາ, ວຽກງານຜະລິດສະບຽງອາຫານ ແລະ ໂພຊະ ນາການປີນີ້ ເປັນປີທີ 33 ເຊິ່ງເປັນການລະນຶກເຖິງການປະ ກອບສ່ວນຂອງມວນມະນຸດໃນໂລກທີ່ໄດ້ອຸທິດສະຕິປັນຍາ ແລະ ບົດຮຽນອັນໃຫຍ່ຫລວງໃຫ້ແກ່ການພັດທະນາກະສິກຳໃນ ໂລກໃຫ້ກ້າວໜ້າດ້ວຍຫລາຍຮູບແບບ ເຊັ່ນ: ການປູກຝັງ, ລ້ຽງສັດ, ການປະ ມົງ, ການເກັບກູ້ເຄື່ອງປ່າຂອງ ດົງແບບຍືນຍົງ ລວມທັງການ ແປຮູບຜະລິດຕະພັນກະສິກຳໃຫ້ມີຄວາມຫລາກຫລາຍ. ໃນພິທີຄັ້ງ ນີ້ທ່ານຮອງນາຍົກລັດຖະມົນຕີ ສົມສະ ຫວາດ ເລັ່ງສະຫວັດ ກໍໄດ້ໃຫ້ກຽດລັ່ນຄ້ອງ 9 ບາດ, ຕັດແຖບຜ້າ, ປ່ອຍປຸ້ມເປົ້າໄຂງານຢ່າງເປັນທາງການ ແລະ ໄດ້ ເລາະຊົມ ຫ້າງຮ້ານວາງສະແດງ   36 ຮ້ານທີ່ເຂົ້າຮ່ວມວາງສ ແດງ.

No comments:

Post a Comment