Ad

Ad

21 October 2013

ນັກກະວີລາວໄດ້ຮັບລາງວັນຊີໄຣ ປະຈຳປີ 2013



          ວັນທີ 17 ຕຸລານີ້ ສະມາຄົມ ນັກປະພັນລາວໄດ້ຖະແຫຼງຂ່າວ ຕໍ່ສືມວນຊົນ ກ່ຽວກັບການໄດ້ຮັບລາງວັນວັນນະກຳ ສ້າງສັນສຸດຍອດແຫ່ງອາຊຽນ (ຊີໄຣ) ປະ ຈຳ ປີ 2013 ແມ່ນ ທ່ານ ສຸຂີ ນໍຣະສິລປ໌ ຢູ່ຖະຊວງຖະແຫຼງຂ່າວວັດທະນະທຳ ແລະ ທ່ອງ ທ່ຽວ ຊຶ່ງ ທ່ານ ນາງ ຜີວລາວັນ ຫຼວງວັນນ ປະທານສະມາຄົມນັກກະວີລາວຖະແຫຼງວ່າ: ລາງວັນວັນນະກຳຊີໄຣ ໄດ້ຈັດຂຶ້ນ ເປັນປະຈຳໃນທຸກໆປີສະເພາະ 10 ປະເທດໃນອາຊຽນ ແລະ ປີນີ້ ແມ່ນການແຂ່ງຂັນຂຽນບົດກະວີຍາວ, ໂດຍນັກ ກາວີລາວໄດ້ສົ່ງ ບົດກະວີເຂົ້າ ຮ່ວມແຂ່ງຂັນທັງ ໝົດ 56 ບົດ ແລະ ໜຶ່ງໃນ 56 ບົດນັ້ນ ສາມາດຍາດໄດ້ລາງວັນ ວັນ ກະກຳ ສ້າງສັນສຸດຍອດແຫ່ງອາຊຽນ, ແມ່ນບົດກະວີເລີ່ອງ     “ ຄວາມຫຼັງຄັ້ງເຍົາໄວ ” ເປັນຜົນ ງານປະດີດແຕ່ງຂອງທ່ານ ສຸຂີ ນໍ ຣະສິລປ໌, ນັກກະວີຜູ້ທີມີຊື່ສຽງ ຄົນໜຶ່ງຂອງ ລາວ ແລະ ການໄດ້ ຮັບລາງວັນຊີໄຣໃນຄັ້ງນີ້ແມ່ນ ເປັນຄັ້ງ 16 ຂອງ ນັກປະພັນ ລາວ, ຊຶ່ງຜ່ານມາ ລາວເຮົາໄດ້ຮັບລາງ ວັນ
ດັ່ງກ່າວມາແລ້ວ 15 ຄັ້ງ, ຜ່ານການແຂ່ງຂັນໃນແຕ່ລະປີຈະມີຄວາມແຕກຕ່າງກັນ ເຊັ່ນ: ບາງ ປີແຂ່ງຂັນຂຽນບົດກະວີ, ບາງປີ ຂຽນບົດເລ່ືອງ, ນະວະນິຍາຍ ແລະ ອື່ນໆ, ໂຄງການວັນນະກຳສ້າງສັນສຸດຍອດ ແຫ່ງອາຊຽນ (ຊີໄຣ) ສ້າງຂຶ້ນໂດຍພາລາຊະ ວັງຂອງເຈົ້າຊີວິດໄທ.
   ໂອກາດນີ້ ປະທານສະມາຄົມນັກປະພັນລາວຍັງຮຽກຮ້ອງໃຫ້ບັນດາການນຳ, ອົງການຈັດຕັ້ງພັກ-ລັດ, ຫົວໜ່ວຍທຸລະກິດ ຕ່າງໆ, ອົງການຈັດຕັ້ງສາກົນ, ຈົ່ງເຫັນເຖິງຄວາມສຳຄັນ ແລະ  ໃຫ້ການສະໜັບສະໝູນຊ່ວຍເຫຼືອເຂົ້າເຈົ້າໃນການສ້າງສັນ ຜົນງານອອກສູ່ສັງຄົມ, ເພື່ອໃຫ້ເຊັ່ນລູກຫຼານໄດ້ຮູ້ໄດ້ເຫັນບົດກະວີ ແລະ ບົດປະພັນຕ່າງໆທີ່ເປັນມູນເຊື້ອຂອງລາວເຮົາ.

No comments:

Post a Comment