Ad

Ad

21 October 2013

ເກີດເຫດໄວໜຸ່ມຍິງກັນຕາຍຢູ່ຫນ້າຮ້ານບັນເທີງອີກແລ້ວ

ພາບຈາກຜູ້ໃຊ້ facebook


         ​ເຈົ້າໜ້າທີ່ ປກສ ນະຄອນ ຫຼວງວຽງຈັນ ໃຫ້​ຮູ້​ວ່າ: ​ເວລາ​ປະມານ 23 ໂມງ ຂອງ​ວັນ​ທີ 17 ຕຸລານີ້ ໄດ້​ເກີດ​ເຫດກຸ່ມ​​ໄວ​ໜຸ່ມຍິງ​ກັນ​ຕາຍ ຢູ່ເດີ່ນ​ຈອດ​ລົດ​ຂອງ​ຮ້ານ​ບັນ​ເທີ​ງ ​ໄດ​ມອນ​ວີ ບ້ານ ໂນນ​ສະອາດ ​ເມື​ອງ ໄຊ​ທານີ ນະ ຄອນຫຼວງວຽງຈັນ. ຈາກ​ນັ້ນ​ເວລາຕໍ່ມາ​ທາງ​ເຈົ້າໜ້າທີ່​ພະ​ແນ​ກສືບສວນ-ສອບ​ສວນນະຄອນ ຫຼວງວຽງຈັນ ຈິ່ງ​ໄດ້​ສົມທົບ​ກັບ​ກັບ​ຄະນະ​ນິຕິ​ແພດ​ໂຮງໝໍ 5 ເມສາ ​ແລະ ​ເຈົ້າໜ້າທີ່​ກ່ຽວຂ້ອງ​ລົງ​ຈຸດ​ເກີດ​ເຫດພົບຜູ້​ເສຍ​ຊີວິດ 1 ຄົນ ຢູ່ໜ້າຮ້ານບັນເທີງດັ່ງກ່າວ, ຖືກ​ຍິງ​ດ້ວຍ​ປືນ​ເຂົ້າ​ຫົວ​ຂ້າງ​ຂວາ​ເສຍ​ຊີວິດ​ຄາ​ທີ່​. ຜູ້​ເຫັນ​ເຫດການ ແລະ ​​ໃຫ້ຮູ້​ວ່າ: ກ່ອນ​ເກີດ​ເຫດ​ໄດ້​ມີ​ກຸ່ມ​ໄວ​ຫນຸ່ມກຸ່ມໜຶ່ງໄປ​ນັ່ງດື່ມ ເບຍ​ຢູ່ພາຍ​ໃນ​ຮ້ານ​ອາຫານດັ່ງ ກ່າວ ​ແລະ ​ເກີດ​ການ​ຜິດ​ກັນ ກັບ​ໄວ​ໜຸ່ມອີກ​ກຸ່ມໜຶ່ງ, ຈາກ​ນັ້ນ​ເວ ລາ​ປະມານ 23 ໂມງ ​ໃກ້​ຈະ​ປິດ​ຮ້ານ, ທ້າວ ພານ​ທອງ ຜູ້​ເສຍ​ຊີ ວິດໄດ້​ອອກ​ມາ​ຈາກ​ຮ້ານ​ເພື່ອ​ຈະ​ໄປ​ເອົາ​ລົດ​ທີ່​ຈອດ​ໄວ້​ຢູ່​ໃນ​ຄອກ​ຟາກ​ລົດ ແລະ ​ຈາກ​ນັ້ນກໍ​ມີ​ໄວ​
ລຸ້ນກຸ່ມ​ຜິດ​ກັນ​ຢູ່ໃນ​ຮ້ານ​ອອກ​ມາໃຊ້​ປືນ​ຍິງ​ໃສ່​ ທ້າວ ພານ​ທອງ ຈົນ​ເສຍ​ຊີວິດ​ຄາ​ທີ່ ​ແລ້ວ​ເອົາ​ຕົວ ຫຼົບໜີ, ຊຶ່ງ​ປັດຈຸ​ບັນ ​ທາງ​ເຈົ້າໜ້າທີ່​ກຳລັງ​ເລັ່ງຕິດຕາມ​ຕົວ​ຜູ້​ກະທຳ​ຜິດ​ມາ​ດຳ​ເນີນ​ຄະດີ​ຕາມ​ລະບຽບກົດໝາຍ.

No comments:

Post a Comment