Ad

Ad

21 October 2013

ກອງປະຊຸມໃຫຍ່ຄັ້ງທີ 13 ຂອງເວທີປຶກສາຫາລືການທ່ອງທ່ຽວບັນດາຊາດໃນອາຊີຕາເວັນອອກ



         ກອງປະຊຸມໃຫຍ່ ຄັ້ງທີ 13 ເວທີປຶກສາຫາລືການທ່ອງທ່ຽວ ຂອງບັນດາ ຊາດໃນອາຊີຕາເວັນອອກ ຫລື ອີໂຕບ (EATOF) ໄດ້ ໄຂຂຶ້ນໃນຕອນເຊົ້າຂອງວັນທີ 18 ຕຸລາ 2013 ຢູ່ຫໍປະຊຸມໃຫຍ່ແຂວງ ຫລວງພະບາງ ເມືອງມໍລະດົກ ໂລກ ແລະ ຮັບກຽດເປັນເຈົ້າພາບ ໂດຍການກ່າວຕ້ອນຮັບ ແລະ ກ່າວເປີດກອງປະຊຸມຂອງ ທ່ານ ດຣ. ຄຳແພງ ໄຊສົມແພງ ເຈົ້າ ແຂວງໆຫລວງພະບາງ ໂດຍມີ ບັນດາຫົວ ໜ້າຄະນະຜູ້ແທນຂອງບັນດາປະເທດອີໂຕບ ຄືແຂວງ ເຊບູ ປະເທດຟິລິບປິນ, ແຂວງກັງ ວອນ ສ.ເກົາຫລີ, ແຂວງກວາງ ນິງ ສສ. ຫວຽດນາມ, ແຂວງຕູບ ປະເທດມົງໂກນ, ແຂວງຊຽມ ຣຽບ ຣາຊະອາ ນາຈັກກຳປູເຈຍ, ແຂວງຊາຣາວັກ ມາເລເຊຍ ແລະ ມີແຂວງ ໂຕດໂຕຣີ ປະເທດຍີ່ປຸ່ນ, ແຂວງຢຸນນານ ສປ.ຈີນ ເປັນປະ ເທດຜູ້ສັງເກດການ.
    ກອງປະຊຸມຄັ້ງນີ້ ໄດ້ຈັດຂຶ້ນ ຕາມການຕົກລົງເຫັນດີ ແລະ ເປັນເອກະພາບກັນໃນກອງປະ ຊຸມ ຄັ້ງທີ 12 ຢູ່ຊຽມຣຽບ ຣາຊະ ອານາຈັກ ກໍາປູເຈຍ ໂດຍເລືອກ ເອົາແຂວງຫລວງພະບາງ ສປປ ລາວ ເປັນເຈົ້າພາບຈັດກອງປະ ຊຸມໃນຄັ້ງນີ້ ພາຍ
ໃຕ້ຫົວຂໍ້ “ການ ນໍາສະເໜີບົດສະພາບການພັດທະນາການທ່ອງທ່ຽວຂອງແຕ່ລະປະເທດ”  ທີ່ເປັນສະມາຊິກຂອງອົງ ການ ອີໂຕບ. ແຕ່ລະແຂວງກໍໄດ້ຖືເອົາການທ່ອງທ່ຽວເປັນຂະແໜງໜຶ່ງທີ່ມີຄວາມສໍາຄັນໃນການພັດທະນາເສດຖະກິດ-ສັງຄົມ ໃຫ້ໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວໄປຕາມຈັງຫວະ ແລະ ສອດຄ່ອງກັບສະພາບຕົວຈິງ ຂອງແຕ່ລະທ້ອງຖິ່ນ. ເວທີພົບປະ ແລະ ປຶກສາຫາລືກັນໃນຄັ້ງນີ້, ຜູ້ຕາງໜ້າຂອງແຕ່ລະປະເທດ ໄດ້ມີແລກປ່ຽນຄວາມຄິດຄວາມເຫັນກ່ຽວກັບ ການພັດທະນາການທ່ອງທ່ຽວຂອງຕົນແຕ່ລະໄລຍະໂດຍຫຍໍ້ເປັນຕົ້ນແມ່ນແນວທາງ, ວິທີຈັດຕັ້ງປະຕິບັດ, ມາດຕະການແກ້ ໄຂ, ແຫລ່ງລາຍຮັບຈາກການທ່ອງທ່ຽວໂດຍທາງກົງ ແລະ ທາງອ້ອມ, ສະພາບເສດຖະກິດ- ສັງຄົມ, ຜົນກະທົບ, ສິ່ງທ້າ ທາຍ, ການອະນຸລັກວັດທະນະທໍາ, ມໍລະດົກ, ທໍາມະຊາດ ແລະ ສິ່ງແວດ ລ້ອມ. ພ້ອມນີ້ ຜູ້ແທນເຂົ້າຮ່ວມກອງປະຊຸມກໍໄດ້ ປະກອບຄວາມຄິດຄວາມເຫັນຢ່າງສ້າງສັນ ແລະ ກົງໄປກົງມາດ້ວຍບັນຍາກາດຟົດຟື້ນ. ກອງປະຊຸມໄດ້ດຳເນີນໄປເປັນເວລາ 1 ວັນ.

No comments:

Post a Comment