Ad

Ad

21 October 2013

ເມືອງປາກເຊໂຈະຫລາຍກິດຈະກຳໃນບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະຈຳປີ 2013



     ຄະນະກຳມະການຈັດບຸນ ອອກພັນສາປະວໍລະນາ ແລະ ຊ່ວງເຮືອປະຈຳປີ 2013 ຢູ່ເມືອງ ປາກເຊ ແຂວງຈຳປາສັກ ໄດ້ ປະກາດໂຈະຫລາຍກິດຈະກຳໃນບຸນ ອອກພັນສາປະວໍລະນາ ແລະ ຊ່ວງເຮືອໃນປີນີ້.
    ທ່ານ ສີທົນ ແກ້ວພູວົງ ເຈົ້າ ເມືອງປາກເຊ ຕາງໜ້າຄະນະກຳ ມະການຈັດບຸນອອກພັນສາ ປະວໍລະນາ ແລະ  ບຸນຊ່ວງເຮືອ ປະຈຳປີ 2013 ຢູ່ເມືອງປາກເຊ ແຂວງຈຳປາສັກ ໄດ້ຖະແຫລງ ຂ່າວຜ່ານສື່ມວນຊົນໃນຄ່ຳວັນທີ 17 ຕຸລານີ້ວ່າ: ບຸນປີນີ້ຈະໄດ້ ໂຈະກິດຈະກຳຫລາຍຢ່າງເຊັ່ນ: ການແຂ່ງຂັນເຮືອ ແລະ ກິລາ ທຸກປະເພດ, ພິທີແຫ່ໂຄມໄຟ, ການໄຫລເຮືອໄຟນ້ຳ, ການຈູດ ບັ້ງໄຟ ແລະ ບັ້ງກະໂພກທຸກຊະ ນິດ. ນອກນັ້ນ ກໍຫ້າມບໍ່ໃຫ້ມີການ ຄົບງັນມ່ວນຊື່ນລື່ນເລີງ ແລະ ຊຸມ ແຊວຕ່າງໆ ເປົ້າໝາຍ ກໍເພື່ອສະ ແດງຄວາມຮັບຜິດຊອບ, ສະແດງ ຄວາມເສົ້າສະຫລົດໃຈ, ສະແດງ ຄວາມເປັນຫ່ວງເປັນໃຍ ແລະ ສະແດງຄວາມ ເຫັນອົກເຫັນໃຈຢ່າງສຸດຊຶ້ງຕໍ່ຄອບຄົວ, ຍາດຕິພີ່ນ້ອງ ຂອງຜູ້ຖືກເຄາະຮ້າຍຈາກອຸປະຕິ ເຫດເຮືອບິນຕົກເທື່ອນີ້ ທັງເປັນການ ສະແດງເຖິງຄວາມມີນ້ຳໃຈມະນຸດສະທຳຂອງຄົນລາວພວກເຮົາ.

    ທ່ານ ສີທົນ ໃຫ້ຮູ້ຕື່ມອີກວ່າ: ການໂຈະກິດຈະກຳຕ່າງໆເທື່ອນີ້ ແມ່ນປະຕິບັດຕາມທິດຊີ້ນຳຂອງຄະນະພັກຂັ້ນເທິງໂດຍ ພວກເຮົາກໍໄດ້ມີການປະຊຸມປຶກສາຫາລືຮ່ວມກັບຄະນະປົກຄອງສົງ, ອົງການພຸດທະສາສະໜາ ແລະ ຄະນະກຳມະການຈັດ ບຸນ ເຊິ່ງ ໄດ້ມີການຕົກລົງຢ່າງເປັນທາງ ການຄັກແນ່ ແລະ ການໂຈະກິດ ຈະກຳເທື່ອນີ້ແມ່ນໄດ້ລາຍງານ ໃຫ້ຂັ້ນເທິງຮັບຊາບ ແລະ ຂັ້ນ ເທິງກໍເຫັນດີເປັນທີ່ຮຽບຮ້ອຍ ແລ້ວ. ສຳລັບການຊື້ຂາຍແລກ ປ່ຽນສິນຄ້າແມ່ນມີການດຳເນີນ ໄປຕາມແຜນທີ່ ກຳນົດໄວ້, ແຕ່ ເນັ້ນໃຫ້ທຸກພາກສ່ວນຮັກສາ ຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມສະອາດຈົບງາມ ເປັນບັນຫາສຳຄັນ ແລະ ຂໍໃຫ້ທຸກພາກສ່ວນ, ທຸກອົງ ການຈັດຕັ້ງສັງຄົມ ແລະ ພໍ່ແມ່ປະຊາຊົນແຂວງຈຳປາສັກເວົ້າລວມ, ເວົ້າສະເພາະແມ່ນຊາວ ເມືອງປາກເຊ ຂໍໃຫ້ຮັບຮູ້ເຂົ້າໃຈ ໃນການສູນເສຍຈາກອຸປະຕິເຫດເຮືອບິນຕົກເທື່ອນີ້. ສຳລັບກິດຈະ ກຳທີ່ໂຈະເທື່ອນີ້ບໍ່ໝາຍຄວາມວ່າ ຈະບໍ່ມີການຈັດຕັ້ງປະຕິບັດ, ແຕ່ຕ້ອງເບິ່ງຄວາມເໝາະສົມກັບສະພາບຄວາມເປັນຈິງຂອງ ເຫດການເທື່ອນີ້, ສ່ວນການເຮັດບຸນ ໃສ່ບາດໃນວັນທີ 19 ຕຸລານີ້ ແມ່ນອະນຸຍາດໃຫ້ປະຕິບັດຕາມຮີດຄອງປະເພນີ, ແຕ່ໃນ ໂອກາດດຽວກັນກໍຂໍແຜ່ສັດທານຳພໍ່ແມ່ປະຊາຊົນຈົ່ງໄດ້ອຸທິດສ່ວນບຸນກຸສົນໃຫ້ແກ່ດວງວິນຍານຂອງຜູ້ທີ່ຖືກເຄາະຮ້າຍຈາກ ເຫດການເຮືອບິນຕົກໃນເທື່ອນີ້ນຳ.

No comments:

Post a Comment