ຄືດັ່ງຮູ້ແລ້ວວ່າ: “ ໄວໜຸ່ມ- ຊາວໜຸ່ມ” ຄືອະນາຄົດຂອງຊາດ,
ແນ່ນອນວ່າຖ້າໄວໜຸ່ມ-ຊາວໜຸ່ມ ເປັນຜູ້ທີ່ມີຄວາມຮູ້, ມີ ຄວາມສະຫລາດ, ຮູ້ປະຢັດມັດທະຍັດ
ແລະ ເປັນລູກທີ່ດີຂອງພໍ່ແມ່ ແລະ ນັກ ຮຽນທີ່ດີຂອງຄູອາຈານ, ເປັນຄົນ ທີ່ດີຂອງສັງ ຄົມແລ້ວປະເທດ
ຊາດກໍຈະມີຄວາມຈະເລີນໃນ ພາຍໜ້າ, ແຕ່ເມື່ອຊາວໜຸ່ມບໍ່ມີ ແບບແຜນການດຳລົງຊີວິດທີ່ຖືກຕ້ອງແລ້ວ
ເຊື່ອແນ່ວ່າກໍຈະມີອຸ ປະສັກທ້າທາຍຫລາຍຢ່າງຕໍ່ການ ພັດທະນາປະເທດໃນອະນາຄົດ.
ເປັນຫຍັງຈຶ່ງຍົກບັນຫານີ້ຂຶ້ນມາເວົ້າ ກໍເພາະຜູ້ຂຽນເຫັນວ່າ:
ໃນປັດຈຸບັນນີ້, ຊາວໜຸ່ມລາວຈຳນວນບໍ່ໜ້ອຍພວມຕົກ ຢູ່ໃນສະພາບເສເພ, ມົ້ວສຸມສິ່ງມຶນເມົາ,
ຫລີ້ນກິນຟຸມເຟືອຍຢ່າງໜ້າເປັນ ຫ່ວງ, ຊາວໜຸ່ມພວມແມ່ນເປົ້າໝາຍແຫລ່ງລາຍ ຮັບຕົ້ນຕໍຂອງ ຂະບວນການຄ້າຂາຍຢາເສບຕິດ,
ທຸລະກິດບັນເທີງ, ຮ້ານອາຫານ, ຮ້ານເກມ, ສິ່ງພະນັນຜິດກົດໝາຍ ແລະ ທຸລະກິດນ້ຳເມົາຕ່າງໆ ເຊິ່ງ
ທັງໝົດເຫລົ່ານີ້ລ້ວນແຕ່ແມ່ນ ເຄື່ອງມືດຶງດູດມ້າງເພຊາວໜຸ່ມ ລາວໃຫ້ກາຍເປັນຄົນປຶກໜາ, ເສຍທາດຂາດຄຸນ,
ເປັນນັກເລງ ອັນຕະພານ, ສຸດທ້າຍສ້າງຄວາມ ບໍ່ສະຫງົບ ແລະ ສົ່ງຜົນໃຫ້ເກີດປາກົດການຫຍໍ້
ທໍ້ຕໍ່ ສັງຄົມເຊັ່ນ: ການປຸ້ນຈີ້-ຊີງຊັບ, ຂີ້ລັກ-ງັດແງະຕ່າງໆ ຄືດັ່ງເຫັນເປັນຂ່າວລາຍ
ວັນຂອງສື່ຕ່າງໆ. ຊາວໜຸ່ມລາວ ຈຳນວນ
ບໍ່ໜ້ອຍຕົກຢູ່ໃນສະພາບຫລິ້ນກິນຟຸມເຟືອຍ ຄືຢູ່ຕາມ ຮ້ານບັນເທີງ,
ຮ້ານອາຫານລ້ວນ ແຕ່ແມ່ນນັກຮຽນ, ນັກສຶກສາເຂົ້າ ໄປໃຊ້ບໍລິການ ບໍ່ວ່າກາງເວັນ ແລະ ຍາມຄ່ຳຄືນ,
ຮ້ານອາຫານ, ບັນເທີງຈຳນວນບໍ່ໜ້ອຍຕັ້ງຢູ່ຕໍ່ ໜ້າສະຖາບັນການສຶກສາ ເຮັດ ໃຫ້ມີນັກສຶກສາທັງຍິງ-ຊາຍປະ
ລະການຮຽນເຂົ້າມາດື່ມເຫລົ້າ, ດື່ມເບຍກິນອາຫານດ້ວຍຄວາມສະໜຸກສະໜານຢ່າງ ມົວເມົາ
ແລະ ສິ່ງຖືກອົກຖືກໃຈຂອງໄວ ໜຸ່ມໄປກວ່ານັ້ນ ໃນບຸນຊ່ວງເຮືອ ທ່າວັດຈັນພາຍຫລັງດຳເນີນໄປບໍ່
ເທົ່າໃດມື້ນີ້ ຢູ່ຮ້ານເບຍຕ່າງໆກໍ ປະປ່ອຍໃຫ້ໄວໜຸ່ມທີ່ບໍ່ເຖິງອາຍຸກະສຽນເຂົ້າໄປໃຊ້ບໍລິການຢ່າງ
ຫລວງຫລາຍ ເຊິ່ງບັນຫານີ້ສະແດງ ໃຫ້ເຫັນວ່າ: ຜູ້ປະກອບການຄິດເຫັນແຕ່ໄດ້ເງິນຈາກການຂາຍເຫລົ້າເບຍເທົ່ານັ້ນ,
ແຕ່ນ້ຳໃຈຄວາມຮັບຜິດຊອບຕໍ່ສັງຄົມ ຍັງບໍ່ຫລາຍເທົ່າທີ່ຄວນ ແລະ ບັນຫານີ້ພວກເຮົາຈະແກ້ໄຂແນວ
ໃດ ? ຂໍໃຫ້ພາກສ່ວນກ່ຽວຂ້ອງພິຈາລະນາ.
No comments:
Post a Comment