Ad

Ad

18 October 2013

ໂຮມຊຸມນຸມລະນຶກເຖິງວັນສາກົນ ແລະ ສັບປະດາແຫ່ງຊາດເພື່ອລຶບລ້າງຄວາມທຸກຍາກປີ 2013



            ວັນທີ 17 ຕຸລານີ້ຄະນະພັດທະນາຊົນນະບົດ  ແລະ ລືບລ້າງຄວາມທຸກ ຍາກຂັ້ນສູນກາງ, ໄດ້ຈັດງານໂຮມຊຸມນຸມ, ເພື່ອລະນຶກເຖິງວັນສາກົນ ແລະ ສັບປະ ດາແຫ່ງຊາດເພື່ອລືບລ້າງຄວາມທຸກຍາກປີ 2013, ຢູ່ຫໍວັດທະນະທຳແຫ່ງຊາດ, ໂດຍ ການເຂົ້າຮ່ວມຂອງທ່ານ ອາຊາງ ລາວລີ, ຮອງນາຍົກ ລັດຖະມົນຕີ, ຜູ້ຊີ້ນຳວຽກງານ ວັດທະນະທຳ-ສັງຄົມ ແລະ ທ່ານ ມິງ ຟາມ, ຜູ້ຕາງໜ້າອົງການຈັດຕັ້ງສາກົນ, ທັງ ເປັນຜູ້ປະສານງານອົງການສະຫະປະຊາຊາດ, ມີບັນດາການນຳຈາກກະຊວງ ແລະ ຂະແໜງການຕ່່າງໆ, ພ້ອມດ້ວຍທຸຕານຸທູດ ແລະ  ບັນດາພະນັກງານ, ທະຫານຕຳ ຫຼວດ ແລະ ນັກຮຽນນັກສຶກສາເຂົ້າຮ່ວມ ເປັນຈຳນວນຫຼາຍ.
         ທ່ານ ອາຊາງ ລາວລີ ຮອງນາຍົກລັດຖະມົນຕີໄດ້ມີຄຳປາໄສໃນມິດຕິ້ງວ່າ: ມື້ນີ້ລັດຖະບານແຫ່ງ ສປປ ລາວ ໄດ້ຈັດ ງານໂຮມຊຸມນຸມຂຶ້ນ, ເພື່ອສະນຶກເຖິງວັນສາກົນ ແລະ ສັບປະດາແຫ່ງຊາດ ເພື່ອ ລຶບລ້າງຄວາມທຸກຍາກ (17- 24 ຕຸລາ),ພ້ອມກັນນັ້ນກໍເພື່ອສະແດງກຳລັງແຮງແຫ່ງຊາດຮ່ວມກັບບັນດາປະຊາຊາດ ຕໍ່ສູ້ ກັບຄວາມທຸກຍາກ ແລະ ໄພອຶດຫິວຢູ່ໃນ ໂລກ, ສຳລັບ ສປປ ລາວ ພວກເຮົາຍ້ອນຄວາມເອົາໃຈໃສ່ຂອງງພັກ ແລະ ລັດ ຖະບານ ທີ່ໄດ້ສຸມໃສ່ວຽກງານລຶບລ້າງຄວາມ ທຸກຍາກ, ຈຶ່ງຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນ, ຢູ່ໃນຕົວເມືອງ ແລະ
ຊົນນະບົດນັບມື້ໄດ້ຮັບການປັບປຸງໃຫ້ດີຂຶ້ນ, ອັດ ຕາຄອບຄົວທຸກຍາກ, ບ້ານທຸກຍາກໄດ້ຫຼຸດລົງໃນແຕ່ລະປີ, ຕາມການກວດ ກາ, ປະເມີນຄວາມທຸກຍາກ ແລະ ການພັດທະນາ ປະຈຳ ປີ 2013 ເຫັນວ່າອັດຕາຄອບຄົວທຸກຍາກຍັງເຫຼືອ 10,57%, ບ້ານທຸກຍາກໄດ້ຫຼຸດລົງຍັງແຕ່  26,72%, ເມືອງທຸກ ຍາກຍັງກວມ 25,52%,ໃນຂະນະດຽວກັນບ້ານພັດ ທະນາໄດ້ເພີ່ມຂຶ້ນເຖິງ 27,45%, ຄອບຄົວພັດທະນາເພີ່ມຂຶ້ນເຖິງ 65,60%, ເຖິງຢ່າງໃດກໍດີບັນຫາການລົບລາງຄວາມທຸກຍາກຍັງເປັນສິ່ງທ້າທາຍ, ທັງເປັນປັດໄຈທີ່ສຳຄັນ, ເພື່ອຮັບປະກັນ ຄວາມມີສະຖຽນລະພາບຂອງປະເທດ ແລະ ເປັນປັດໄຈຕັດສິນທີ່ຈະນຳເອົາປະເທດຊາດຫຼຸດພົນອອກຈາກຄວາມດອຍ ພັດທະນາໃນປີ 2020, ສະນັ້ນບັນດາຂະແໜງການ ແລະ ທ້ອງຖິ່ນ, ຕ້ອງໄດ້ເພີ່ມທະວີຄວາມເປັນເຈົ້າການ, ສຸມໃສ່ຈັດຕັ້ງ ປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານໃນສົກປີ 2013- 2014 ດ້ວຍຄວາມບຸນບືນກວ່າເກົ່າ, ເອົາໃຈໃສ່ປັບປຸງ, ຍົກລະດັບຄຸນນະພາບຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຂອງຊາວຊົນນະບົດໃຫ້ດີຂື້ນ, ສູ້ຊົນ ເຮັດໃຫ້ອັດຕາຄອບຄົວທຸກຍາກຫຼຸດລົງຕ່ຳກ່ວາ 10 %, ບ້ານທຸກຍາກໃຫ້ຫຼຸດລົງຕ່ຳກວ່າ 11 %, ສ້າງບ້ານພັດທະນາໃຫ້ໄດ້ ຫຼາຍກ່ວາເຄິ່ງໜຶ່ງຂອງຈຳນວນບ້ານທັງໝົດ, ເພື່ອບັນລຸເປົ້າໝາຍສະຫັດສະຫວັດໃນປີ 2015.
        ໂອກາດນີ້ທ່ານຮອງນາຍົກຍັງຮຽກຮ້ອງໃຫ້ທົ່ວປວງຊົນລາວ ແລະ ທຸກອົງການຈັດຕັ້ງຂອງພັກ- ລັດ, ນັບທັງສູນກາງ ແລະ ທ້ອງຖິ່ນ, ທຸກພາກສ່ວນທຸລະກິດ, ບັນດາປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນ, ຈົ່ງໄດ້ເພີ່ມທະວີຮ່ວມແຮງ ຮ່ວມໃຈກັນອຸທິດເຫື່ອແຮງ, ທຶນຮອນ ແລະ ວັດຖຸປັດໄຈຕ່າງໆ ເພື່ອປະກອບສ່ວນຢ່າງແຂງແຮງ ແລະ ສະໝ່ຳສະເໝີເຂົ້າ ໃນພາລະກິດຕໍ່ສູ້ກັບຄວາມທຸກຍາກຢູ່ປະເທດຂອງພວກເຮົາ ແລະ ໃຫ້ຖືສະເໝີ ວ່າ: ການແກ້ໄຂຄວາມທຸກຍາກແມ່ນພາລະ ກິດຂອງທົ່ວປວງຊົນລາວ ແລະ  ຂອງຄົນໃນທົ່ວໂລກ.

No comments:

Post a Comment