Ad

Ad

18 October 2013

ຈຳປາສັກ ເປີດຕະຫລາດນັດໃນວັນອອກພັນສາ ແລະ ຊ່ວງເຮືອປະຈຳປີ 2013



   ທີເປີດຕະຫຼາດນັດວາງສະແດງແລະຈຳໜ່າຍສິນຄ້າໃນງານປະວໍລະນາອອກພັນສາ ແລະ ບຸນຊ່ວງເຮືອປາກເຊໄດ້ ໄຂຂຶ້ນຢ່າງເປັນທາງການໃນຕອນບ່າຍຂອງວັນທີ 17 ຕຸລາທີ່ສູນການຄ້າຈຳປາສັກໂດຍການເຂົ້າຮ່ວມຂອງທ່ານເຈົ້າແຂວງໆ    ຈຳປາສັກ, ພ້ອມນີ້ຍັງມີທ່ານ ກົງສູນ ໃຫຍ່ ສ.ສຫວຽດນາປະຈຳພາກໃຕ້ລາວ, ມວນຊົນເຂົ້າ ຮ່ວມເປັນຈຳນວນຫຼາຍ.
        ໃນພິທີທ່ານເຈົ້າແຂວງໄດ້ກ່າວສະແດງຄວາມເສົ້າສະຫຼົດໃຈໃນການສູນ ເສຍຄັ້ງໃຫຍ່ຍ້ອນອຸບັດຕິເຫດທາງອາກາດ ເຊິ່ງເປັນເຫດໃຫ້ເກີດຄວາມສູນເສຍຢ່າງໃຫ່ຍຫຼວງ ແລະ ໃນນາມຄະນະພັກ ແລະ ອຳນາດການປົກຄອງແຂວງຈຳປາສັກພ້ອມດ້ວຍພີ່ນ້ອງຊາວແຂວງຈຳປາສັກທຸກທົ່ວໜ້າຂໍສະແດງຄວາມເສົ້າສະຫູຸດໃຈໄປຍັງຍາດພີ່ນ້ອງເພື່ອນມິດສາກົນທີ່ເກີດ ການສູນເສຍໃນຄັ້ງນີ້, ທ່ານເຈົ້າ ແຂວງກ່າວວ່າ:ມື້ນີ້ຂ້າພະເຈົ້າຮູ້ສຶກເປັນກຽດຢ່າງຍິ່ງທີ່ໄດ້ຕາງໜ້າໃຫ້ການນຳພັກລັດຂອງ
ແຂວງທີ່ມາເຂົາຮ່ວມໃນງານເປີດຕະຫຼາດນັດຂາຍສິນຄ້າເນືອງໃນງານບຸນອອກພັນສາປະວໍລະນາແລະບຸນຊ່ວງເຮືອໃນປີ 2013ນີ້,ອັນເປັນປັດໃຈໜຶ່ງທີ່ສຳຄັນເພື່ອສ້າງໂອກາດໃຫ້ຜູ້ຜະລິດ, ຜູ້ຈຳໜ່າຍ ແລະ ຜູ້ຊົມໃຊ້ໄດ້ຮູ້ຈັກສິນຄ້າສະເພາະຂອງ ແຕ່ລະທ້ອງຖິ່ນ, ເພື່ອເປັນໂອກາດໃຫ້ແກ່ການໂຄສະນາສິນຄ້າ ແລະ ກະຕຸກຊຸກຍູ້ການພັດທະນາສີມືແຮງງານຂອງຄົນລາວ, ພ້ອມເປັນການດຶງດູດ, ນັກທ່ອງທ່ຽວເຂົ້າມາທ່ຽວແຂວງຈຳປາສັກນັບມື້ເພີ່ມຂຶ້ນ.
         ທ່ານ ຄຳໝັ້ນ ພັນທະລາ ຮອງຫົວໜ້າພະແນກການຄ້າ ແລະ ອຸດສະຫະກຳໄດ້ລາຍງານວ່າ: ວາງຈຳໜ່າຍສິນຄ້າໃນຕະ ຫຼາດນັດປີນີ້ຈະມີຂຶ້ນທັງໝົດ 5 ວັນ ຄືເລີ່ມແຕ່ 17​-21 ຕຸລາ 2013, ມີຫົວໜ່ວຍທຸລະກິດ ແລະ ຫ້າງຮ້ານເຂົ້າຮ່ວມ 220 ຫ້ອງ, ໃນນັ້ນຫົວໜ່ວຍທຸລະກິດພາຍໃນແຂວງ 20 ຫ້ອງ, ພາກສ່ວນທຸລະກິດຂອງບໍລິສັດລາວເວິນ 200 ຫ້ອງ, ມູນຄ່າສິນ ຄ້າທີ່ນຳເຂົ້າມາສະແດງ ແລະ ຈຳໜ່າຍໃນຄັ້ງນີ້ປະມານ 4,5 ຕື້ກີບ.

No comments:

Post a Comment