ທ່ານ ຝຣັງຊົວ ໂຮນລັງ ປະທານປະເທດແຫ່ງສາທາລະນະລັດ
ຝຣັ່ງ ໄດ້ສົ່ງໂທລະເລກສະແດງຄວາມເສົ້າສະຫລົດໃຈຕໍ່ອຸປະຕິເຫດຍົນໂດຍສານຕົກຢູ່ແຂວງຈຳປາສັກມາຫາການນຳຂັ້ນສູງຂອງ
ສປປ ລາວ ໂດຍມີເນື້ອໃນວ່າ: ຂ້າພະເຈົ້າໄດ້ຮັບຊາບດ້ວຍຄວາມເສົ້າສະຫລົດໃຈເປັນຢ່າງຍິ່ງກ່ຽວກັບອຸປະຕິເຫດທາງການບິນ
ເຊິ່ງໄດ້ເຮັດໃຫ້ຄົນໂດຍສານ ແລະ ເຈົ້າໜ້າທີ່ຂອງສາຍການບິນລາວທີ່ເດີນທາງໄປປາກເຊໄດ້ຈົບຊີວິດລົງ.
ຂ້າພະເຈົ້າ ຂໍສະແດງຄວາມເສົ້າສະຫລົດໃຈຕໍ່ຄອບຄົວ
ແລະ ພີ່ນ້ອງໃກ້ຊິດຂອງຜູ້ປະສົບເຄາະຮ້າຍ ແລະ ຂໍສະແດງຄວາມເຫັນໃຈຕໍ່ລາວໃນອຸປະຕິເຫດດັ່ງກ່າວ.
ຕໍ່ໜ້າໂຊກນາດຕະກຳນີ້ເຊິ່ງ ທັງສອງປະເທດພວກເຮົາພວມຢູ່ໃນການໄວ້ທຸກ,
ເຈົ້າໜ້າທີ່ຝຣັ່ງ ໄດ້ເຕົ້າໂຮມກັນ ແລະ ກຽມພ້ອມທີ່ຈະໃຫ້ການຊ່ວຍເຫລືອແກ່ຄອບຄົວຜູ້ປະສົບເຄາະຮ້າຍ,
ບັນເທົາທຸກໃຫ້ແກ່ເຂົາເຈົ້າ ແລະ ໃຫ້ ການຊ່ວຍເຫລືອທີ່ຈຳເປັນແກ່ ພະນະທ່ານ.
ຝຣັ່ງຫວັງວ່າຈະໄດ້ຮັບການຮ່ວມມືຈາກພະນະທ່ານ
ແລະ ຈາກ ສປປ ລາວ ເພື່ອອຳນວຍຄວາມສະດວກໃຫ້ແກ່ທຸກການຮ່ວມມືທີ່ກ່ຽວຂ້ອງກັບການສືບ
ສວນເຫດການທີ່ໜ້າເສົ້າໃຈດັ່ງ ກ່າວ. ຂ້າພະເຈົ້າໄດ້ໃຫ້ທ່ານທູດຝຣັ່ງ ອີວ ກາກໂມນາ
ໃຫ້ ການຊ່ວຍເຫລືອຂອງພວກເຮົາແກ່ເຈົ້າໜ້າທີ່ລາວທີ່ກ່ຽວຂ້ອງ.
No comments:
Post a Comment