Ad

Ad

18 October 2013

ການບິນ​ລາວ​ຖະ​ແຫລ​ງກ່ຽວ​ກັບ​ອຸປະຕິ​ເຫດຍົນ​ຕົກ​ຢູ່​ແຂວງ​ຈຳປາ​ສັກ



         ​ໃນ​ຕອນ​ເຊົ້າວັນ​ທີ 17 ຕຸລານີ້, ຢູ່​ລັດ​ວິ​ສາ​ຫະກິດ​ການບິນລາວ, ທ່ານ ດຣ. ສົມ​ພອນ ດວງ​ດາລາ ອຳນວຍ​ການ​ລັດ​ວິ​ສາ​ຫະກິດ​ການບິນ​ລາວ ​ໄດ້​ຖະ​ແຫລ​ງ ຂ່າວ​ຕໍ່​ສື່​ມວນ​ຊົນ​ກ່ຽວ​ກັບ​ອຸປະຕິ​ເຫດ​ຍົນ​ໂດຍສານ​ວຽງ​ຈັນ-ປາກ​ເຊ​ຕົກ​ໃນ​ຕອນ​ແລງ​ຂອງ​ວັນ​ທີ 16 ຕຸລາ​ນີ້ວ່າ: ​ເຮືອບິນ ATR72:600 ຖ້ຽວ​ບິນ QV 301 ທີ່​ເດີນທາງ​ຈາກ​ນະຄອນຫລວງ​ວຽງ​ຈັນ​ຫາ​ສະໜາມ​ບິນ​ປາກ​ເຊ ​ເຊິ່ງຂຶ້ນຈາກ​ນະຄອນຫລວງ​ວຽງ​ຈັນ​ເວລາ 14:45 ​ໂມງ ຕາມ​ເວລາ​ທ້ອງ​ຖິ່ນ ​ແລະ ຄາດ​ຈະ​ໄປ​ເຖິງ​ສະໜາມ​ບິນ​ປາກ​ເຊ​ເວລາ 15:55 ​ໂມງ ຕາມ​ເວລາ​ທ້ອງ​ຖິ່ນ ​ໃນ​ຂະນະ​ລົງ​ສູ່​ສະໜາມ​ບິນ​ປາກ​ເຊ​ ​ໄດ້​ພົບ​ເກັບ​ເຂດ​ອາ​ກາດ​ປັ່ນ​ປ່ວນ​ຝົນ​ຟ້າ​ຄະ ນອງ​ກະທັນຫັນ​ ຈົນ​ເປັນ​ເຫດ​ໃຫ້​ເຮືອບິນ​ລຳ​ດັ່ງກ່າວ​ເກີດ​ອຸປະຕິ​ເຫດ​ຕົກລົງ​ແມ່ນ້ຳຂອງ ​ເຊິ່ງມີ​ຜົນ​ພາ​ໃຫ້​ຜູ້​ໂດຍສານ ​ແລະ ຈຸ​ບິນ​ທັງ​ໝົດ​ເສຍ​ຊີວິດ. ​ໃນ​ຖ້ຽວ​ບິນ​ດັ່ງກ່າວ​ມີ​ນັກ​ບິນ 2 ຄົນ, ພະນັກ ງານ​ຈຸ​ຫ້ອງ​ໂດຍສານ 2 ຄົນ, ນາຍ​ຊ່າງ 1 ຄົນ ​ແລະ ຜູ້​ໂດຍ ສານ 44 ຄົນ, ​ໃນ​ນັ້ນ ລວມມີ​ສັນ​ຊາ​ດລາວ 16 ຄົນ, ຝຣັ່ງ 7 ຄົນ, ອົດ​ສະຕຣາລີ 6 ຄົນ, ​ໄທ 5 ຄົນ, ​ເກົາຫລີ 3 ຄົນ, ຫວຽດນາມ 2 ຄົນ ​ແລະ ອາ​ເມ​ລິ​ກາ, ກາ​ນາ​ດາ, ຈີນ, ມາ​ເລ​ເຊຍ, ​ໄຕ້​ຫວັນ ປະ​ເທດ​ລະ​ໜຶ່ງ​ຄົນ. ພາຍຫລັງ​ເກີດ​ເຫດ ຄະນະ​
ນຳ​ຂອງ​ລັດ​ວິ​ສາ​ຫະກິດ​ການບິນ​ລາວ​ໄດ້​ມີ​ຄວາມ​ພະຍາ ຍາມ​ສຸດ​ຂີດ​ໃນ​ການ​ກູ້​ໄພ ​ເພື່ອ​ຊອກ​ຄົ້ນຫາ​ຜູ້​ອາດ​ລອດ​ຊີວິດ ​ເຊິ່ງປັດ ຈຸບັນ​ຍັງ​ບໍ່​ທັນ​ພົບ​ຊາກ​ເຮືອບິນນັ້ນ​ເທື່ອ. ພ້ອມ​ນັ້ນ ລັດ​ວິ​ສາ​ຫະກິດ​ການບິນ​ລາວ ພ້ອມ​ຈະ​ອຳນວຍ​ຄວາມ​ສະດວກ​ທຸກ​ປະ ການ​ໃຫ້​ບັນດາ​ຄອບຄົວ​ຜູ້​ປະສົບ​ເຄາະ​ຮ້າຍ ​ເພື່ອ​ໃຫ້​ເຂົາ​ເຈົ້າ​ໄປ​ເຖິງ​ສະຖານ​ທີ່​ເກີດ​ເຫດ​ຕາມ​ຄວາມ​ຕ້ອງການ. ພ້ອມ​ນີ້ ​ໄດ້​ຈັດ ຕັ້ງຄະນະ​ຮັບຜິດຊອບ​ການ​ແກ້​ໄຂ​ສະຖານະ​ການ​ສຸກ​ເສີນ ພ້ອມ​ທັງ​ໄດ້​ແຈ້ງ​ເບີ​ໂທລະສັບ​ສາຍ​ກົງ ​ເພື່ອ​ໃຫ້​ຍາດ​ພີ່ນ້ອງ​ຂອງ​ຜູ້​ປະສົບ​ເຄາະ​ຮ້າຍ​ໄດ້​ຕິດຕໍ່​ພົວພັນ​ໃນ​ກໍລະນີ​ທີ່​ຕ້ອງການ​ຮັບ​ຊາບ​ຄວາມ​ຄືບ​ໜ້າ​ຂອງ​ເຫດການ ​ເຊິ່ງປັດຈຸບັນຍັງ​ບໍ່​ສາມາດ​ສະ ຫລຸບ​ລາຍ​ລະອຽດ​ເຖິງ​ສາ​ເຫດ​ຂອງ​ການ​ເກີດ​ອຸປະຕິ​ເຫດ​ໃນ​ເທື່ອ​ນີ້​ໄດ້​ເທື່ອ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ການບິນ​ລາວ ​ໄດ້​ປະສານ​ສົມທົບ​ກັບ​ເຈົ້າໜ້າ​ທີ່​ກ່ຽວຂ້ອງລວມທັງ​ຊ່ຽວຊານ​ຈາກ​ໂຮງງານ​ຜະລິດ​ເຮືອບິນ ​ເພື່ອ​ສືບຕໍ່​ດຳ​ເນີນ​ການຄົ້ນຫາ​ສາ​ເຫດ​ຂອງ​ການ​ເກີດ​ອຸປະຕິ​ເຫດ​ໃນ​ເທື່ອ​ນີ້ ​ໂດຍ​ເຮືອບິນ​ລຳ​ດັ່ງກ່າວການບິນ​ລາວ​ໄດ້​ຊື້ມາ​ແຕ່​ໂຮງງານ​ຜະລິດ​ຈາກ​ປະ​ເທດ​ຝຣັ່ງ ​ແລະ ມາ​ຮອດ​ວຽງ​ຈັນ​ໃນ​ວັນ​ທີ 28 ມີນາ 2013 ມີ 758ຊົ່ວ​ໂມງ​ບິນ. ສະນັ້ນ ລັດ​ວິ​ສາ​ຫະກິດ​ການບິນ​ລາວຂໍ​ສະ​ແດງ​ຄວາມ​ເສຍ​ໃຈ​ຕໍ່​ເຫດ ການ​ອັນ​ບໍ່​ເພິ່ງ​ປາດ​ຖະໜາ ​ແລະ ຂໍ​ສະ​ແດງ​ຄວາມ​ໂສກ​ເສົ້າສະຫລົດ​ໃຈ​ມາ​ຍັງ​ຍາດ​ພີ່ນ້ອງ​ຂອງ​ຜູ້​ປະສົບ​ເຄາະ​ຮ້າຍ​ໃນ​ເທື່ອ​ນີ້ ດ້ວຍ.
        ສ່ວນຜູ້ເສຍຊີວິດມາຮອດ ເວລາ 18 ໂມງ ຂອງວັນທີ 17 ຕຸລານີ້ 11 ສົບ ໃນນັ້ນເປັນຄົນລາວ 1 ສົບ ເຊິ່ງພີ່ນ້ອງໄດ້ນຳ ສົບໄປທຳບຸນຕາມປະເພນີ.

No comments:

Post a Comment