ປັດຈຸບັນມາບັນຫາລົດແອອັດ (ລົດຕິດ) ຕາມຖະໜົນໃນຕົວເມືອງ,
ໄດ້ກາຍ ເປັນບັນຫາຊ້ຳເຮື້ອໜັກຂຶ້ນທຸກວັນ ແລະ ຍັງບໍ່ມີວິທີແກ້ໄຂເທົ່າທີ່ຄວນ, ໂດຍການ ສັງເກດຂອງເຈົ້າໜ້າທີກໍ່ຄືປະຊາຊົນໃຫ້ຂໍ້ຄິດເຫັນເກືອບເປັນສຽງດຽວ ກັນວ່າ:
ສະພາບລົດຕິດອັ່ງດັ່ງກ່າວສ່ວນໃຫຍ່ຈະເກີດຈາກຜູ້ຂັບຂີມີເຈດຕະນາລວງລະ ເມີດລະບຽບຈໍລະຈອນ,
ເຫັນແກ່ໂຕເອງ, ໂດຍບໍ່ຄຳນຶງເຖິງຈຶດໃຈໃນຂອງຜູ້ອື່ນໆ.
ເຖິງວ່າໃນໄລຍະຜ່ານມາ ເຈົ້າໜ້າທີ່ຈະມີການປັບປຸງເສັ້ນທາງສັນຈອນ ໄດ້ສຳເລັດບາງສາຍ,
ແຕ່ບັນຫາທີ່ສັງຄົມພົບ ຄວາມຫຍຸ້ງຍາກ ແລະ ໜັກໃຈຍັງແມ່ນ ສະພາບລົດແອອັດ, ຕິດອັ່ງຕາມເສັ້ນທາງ,
ຕ່າງໆໃນນະຄອນຫຼວງວຽງຈັນ, ເປັນຕົ້ນ ເສັ້ນທາງຂາລ່ອງເສດຖາທິລາດ ແລະ ເສັ້ນທາງຂາຂື້ນສາມແສນໄທເຫັນວ່າມີສະພາບລົດແອອັດຕະຫຼອດວັນ,
ບໍ່ວາຈະເປັນ ໂມງເຂົ້າການ-ເລີກການ, ຊຶ່ງສາເຫດຕົ້ນ ຕໍ່ແມ່ນເກີດຈາກບັນດານັກຂັບຂີ່ຈຳນວນໜຶ່ງຍັງຖືເບົາໃນການຈອດລົດຕາມເສັ້ນທາງ
ໃນຕົວເມືອງ, ທີ່ຄັບແຄບຢູ່ແລ້ວ, ຍິ່ງຄັບ ແຄບຂື້ນຕື່ມ, ບໍ່ສະເພາະແຕ່ເທົ່ານັ້ນ, ຢູ່ຖະໜົນລ້ານຊ້າງ,
ຖະໜົນໄກສອນພົມວິ ຫານ, ດົງປ່າແລບ- ດອນແດງ, ຖະໜົນດົ
ງໂດກ ແລະ ຖະໜົນອື່ນໆ, ທີີ່ຢູ່ໃກ້ກັບໂຮງຮຽນແມ່ນເກີດມີສະພາບລົດຕິດອັ່ງ
ເກືອບທຸຸກບ່ອນເຊັ່ນກັນ, ໂດຍສະເພາະໃນ ຍາມເຂົ້າຮຽນ ແລະ ເລິກຮຽນ, ມີນັກຂັບຂີ່ຈຳນວນຫຼາຍໄດ້ຈອດລົດຕາມແຄມ
ທາງ, ບາງຄັ້ງຈອດຮຽງກັນ 2- 3 ຄັ້ນ ຈົນ ພົ້ນອອກມາເຖິງເຄິ່ງທາງ ສັນຈອນ ກໍ່ມີ,ໂດຍບໍ່ສົນໃຈຕໍ່ລະບຽບກົດຈໍລະຈອນ
ແຕ່ຢ່າງໃດ, ພຽງເພື່ອລໍຖ້າຮັບ-ສົ່ງລູກຫຼານ ຂອງຕົນ, ຈຶ່ງເຮັດໃຫ້ການສັນຈອນໄປມາມີຄວາມຫຼ້າຊ້າ
ແລະ ກາຍເປັນບັນຫາລົດ ຕິດອັ່ງ, ທັງໆທີ່ສະຖາບັນການສຶກສາ ແລະ ໂຮງຮຽນຫຼາຍແຫ່ງລ້ວນແຕ່ມີທາງເວັ້ນ ແລະ ທາງຊອຍສຳລັບຮອງຮັບການເຂົ້າ
ອອກຂອງນັກຮຽນ, ແຕ່ໂດຍຕົ້ນຕໍແລ້ວບັນ ຫາລົດຕິດໃນປັດຈຸບັນສ່ວນໃຫຍ່ ແມ່ນເກີດຈາກນັກຂັບຂີ່ຖືເບົາຕໍ່ການປະຕິບັດກົດລະບຽບຈໍລະຈອນ ແລະ ອີກສ່ວນໜຶ່ງ ກໍເກີດຈາກຍານພາຫະນະທີ່ນັບມື້ເພີີ່ມຫຼາຍຂື້ນ, ແຕ່ສິ່ງສຳຄັນທີ່ຈະເຮັດໃຫ້ລະພາບລົດແອອັດຫຼຸດຜ່ອນລົງແມ່ນນັກຂັບຂີ່ທັງ ຫຼາຍຕ້ອງເປັນເຈົ້າການໃນການປະຕິບັດກົດລະບຽບຈໍລະຈອນ
ແລະ ມີຈັນຍາບັນທີ່ດີຂອງຜູ້ຂັບຂີ່ຈຶ່ງຈະຊ່ວຍ ໃຫ້ບັນຫານີ້ຫຼຸດຜ່ອນລົງ.
No comments:
Post a Comment