Ad

Ad

18 October 2013

ບັນຫາປຸ້ນຈີ້-ຊີງຊັບ ຍັງເປັນສ້ຽນຫນາມຂອງສັງຄົມ



           ໃນເວລາ 8 ໂມງຂອງ ວັນທີ 11 ຕຸລານີ້ ເຈົ້າໜ້າທີ່ຫ້ອງຕຳຫຼວດໄດ້ຮັບແຈ້ງ ຄວາມຈາກ ທ້າວ ວຽງສະໄໝ ອາດວິໄລ ອາຍຸ 22 ປີ ຢູ່ ບ້ານ ທົ່ງພານທອງ ເມືອງ ສີ ສັດຕະນາກ ວ່າ:  2ໂມງເຊົ້າ ຂອງມື້ດຽວກັນຜູ້ກ່ຽວ ແລະ ໝູ່ຂີ່ລົດຈັກຊ້ອນກັນ ຈາກຮ້ານບັນເທີງແຫ່ງໜຶ່ງ ເຊິ່ງຜູ້ກ່ຽວແມ່ນຈະຂີ່ລົດກັບເມືອສົ່ງແຟນ ໂດຍຂີ່ມາຕາມເສັ້ນທາງບ້ານໜອງບອນ ພໍມາຮອດໜ້າ ໂຮງຮຽນວຽງຈັນຄໍເລັດ ໃກ້ກັບທະນາຄານອິນໂດຈີນ, ນ້ຳມັນລົດຈັກຂອງຜູ້ກ່ຽວໝົດ ຈຶ່ງໄດ້ຈອດລົດແລ້ວພະຍາຍາມໂທຫາ ໝູ່ເພື່ອຂໍຄວາມຊ່ວຍເຫຼືອ. ຈາກນັ້ນ ໄດ້ມີຄົນຮ້າຍ 2 ຄົນ, ຂີ່ລົດຈັກຢີ່ຫໍ້ຮອນດາ ສະກູປີໄອ ສີແດງດຳ (ບໍ່ຈື່ປ້າຍ) ເຂົ້າມາ, ຈາກນັ້ນຄົນຮ້າຍທີ່ຊ້ອນທ້າຍໄດ້ຈົກເອົາມີດອອກມາຈີ້ ແລະ ບັງຄັບໃຫ້ເອົາກະເປົາໃຫ້ພວກເຂົາແລ້ວຫຼົບໜີໄປຊັບສິນທີ່ເສຍ ມີໂທລະສັບມືຖື 1 ເຄື່ອງ, ກະເປົາ 1 ໜ່ວຍ ສາຍຄໍຄຳ 1 ເສັ້ນ ແລະ ເອກະສານຈຳນວນໜຶ່ງ, ກໍດັ່ງກໍລະນີອື່ນໆຄື: ໃນອາທິດ ຜ່ານມາ ສະເພາະຢູ່ນະຄອນຫຼວງວຽງຈັນ ມີປາກົດການຫຍໍ້ທໍ້ເກີດຂຶ້ນ 61 ເລື່ອງ, ທຽບໃສ່ອາທິດກ່ອນເພີ່ມຂື້ນ 9 ເລື່ອງ ທຽບໃສ່ອາທິດກ່ອນ, ໃນນັ້ນມີກໍລະນີ ຊີງຊັບ 4 ເລື່ອງ, ລັກຊັບ 22 ເລື່ອງ, ມີລົດເສຍ 10 ກ່ວາຄັນ ແລະ ຊັບສິນອື່ນໆ.
           ເຈົ້າໜ້າທີ່ໃຫ້ຮູ້ວ່າ: ປາກົດການຫຍໍ້ທໍ້ດັ່ງກ່າວສ່ວນໃຫຍ່ແມ່ນມາຈາກໄພສັງຄົມບັນຫາຢາເສບຕິດ, ກຸ່ມຄົນຫວ່າງ ງານ ທີ່ບໍ່ມີວຽກເຮັດງານທຳ ແລະ ຜ່ານມາການແກ້ໄຂປະກົດການຫຍໍ້ທໍ້ຖືງວ່າຈະຈັບຕົວໄດ້ໄລ່ທັນແຕ່ກໍຍັງເປັນປາກົດ ການຊຳ ເຮື້ອແກ້ແລ້ວກໍເກີດຂື້ນໃໝ່, ມີການເຄື່ອນໄຫວເປັນກຸ່ມແກ້ງ ແລະ ໃຊ້ອາວຸດຕ່າງໆໂດຍສະເພາະແມ່ນບັນ ຫາປຸ້ນຈີ້-ຊີງຊັບ.

         ນາງ ພັນ ປະຊາຊົນຢູ່ບ້ານສະພານທອງເໜືອ ເວົ້າວ່າ: ເມື່ອບໍ່ດົນມານີ້ ລູກຂອງຕົນກໍໄດ້ຖືກຄົນຮ້າຍປຸ້ນເອົາລົດຢູ່ເສັ້ນ ທາງໂພນປ່າເປົ້າແຕ່ສິ່ງທີ່ເປັນບັນຫາກໍຄື: ການແຈ້ງຕໍ່ເຈົ້າໜ້າທີ່ໂດຍສະເພາະແມ່ນ ປກສ ບ້ານ ແລະ ກຸ່ມບ້ານທີ່ຢູ່ໃກ້ບ່ອນ ເກີດເຫດແມ່ນຫຍຸ້ງຍາກແລະກໍບໍ່ຊ່ວຍເຫຼືອພຽງແຕ່ລົງບັນທຶກແຕ່ບໍ່ອອກຕິດຕາມກຸ່ມຄົນຮ້າຍຈຶ່ງເຮັດກຸ່ມຄົນບໍ່ດີຍູທ່າງ ເຄື່ອນໄຫວກະທຳຜິດ.
            ທ່ານ ພົນຈັດຕະວາ ດຣ ບຸນຊູ ນາມມະຈັກ ຫົວໜ້າກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ກ່າວໃນກອງ ປະຊຸມແກ້ ໄຂປະກົດການຫຍໍ້ທໍ້ຢູ່ຫ້ອງຕຳຫຼວດເມື່ອບໍ່ດົນນີ້ວ່າ: ເພື່ອສະກັດກັ້ນແກ້ໄຂປະກົດການຫຍໍ້ທໍ້ນີ້ ເຈົ້າໜ້າທີ່ ປກສ ຕ້ອງເປັນເຈົ້າການໃນການເຄື່ອນໄຫວປະຕິບັດວຽກງານ, ຕ້ອງປະສານສົມທົບເພື່ອເກັບກຳຂໍ້ມູນ ແລະ ກຸ່ມເປົ້າໝາຍພາຍໃນ ເມື່ອງຢ່າງລະອຽດແລ້ວຂື້ນແຜນແກ້ໄຂຕາມວິຊາສະເພາະ, ສິ່ງທີ່ເລັ່ງດ່ວນແມ່ນຕ້ອງຍູ້ແຮງກຳລັງ ປກສ ບ້ານກຸ່ມບ້ານ ເຮັດ ໜ້າທີ່ເຄື່ອນໄຫວກວດກາພົນລະເມືອງຂອງຕົນ ແລະ ເວນຍາມຢ່າງເອົາຈິງເອົາຈັງຕາມພື້ນທີ່ຈຸດຫຼໍ່ແຫຼມເພື່ອສະກັດກັ້ນບໍ່ໃຫ້ ກຸ່ມຄົນບໍ່ດີມາເຄື່ອນໄຫວຢູ່ໃນເຂດ ຕົນຮັບຊອບ ແລະ ທຸກພາກສ່ວນສັງຄົມຕ້ອງມີສະຕິໃນການໄປມາເດີກດື່ນ ແລະ ເອົາ ໃຈໃສ່ຮັກສາຊັບສິນຂອງຕົນເພື່ອບໍ່ໃຫ້ກຸ່ມຄົນບໍ່ດີສວຍໂອກາດ ແລະ ພ້ອມກັນນັ້ນສະຖາບັນຄອບຄົວ ແລະ ການສຶກສາ ກໍຕ້ອງໄດ້ຮ່ວມຍູ້ແຮງໃນການອົບຮົມຕັກເຕືອນລູກຫຼານຂອງຕົນເພື່ອບໍ່ໄປກະທຳໃນສິ່ງທີ່ຜິດຕໍ່ລະບຽບກົດໝາຍບ້ານເມືອງ.

No comments:

Post a Comment