ເມື່ອບໍ່ດົນມານີ້, ສານປະຊາຊົນນະຄອນຫລວງວຽງຈັນ
ໄດ້ຕັດສິນທ້າວ ວິລະກອນ ອາຍຸ 28 ປີ ແລະ ນາງ ອານຸລັກ ອາຍຸ 28 ປີ ທັງສອງເປັນຄູ່ຜົວເມຍຢູ່ບ້ານສີໄຄທົ່ງ
ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ຈຳຄຸກຄົນລະ 5 ປີ ພ້ອມປັບໄໝເງິນຜູ້ລະ
10 ລ້ານກີບ ແລະ ຮິບເງິນ 3,8 ລ້ານກີບ, 4.500 ບາດ (ສະກຸນເງິນໄທ) ທີ່ໄດ້ຈາກການຄ້າຂາຍຢາເສບຕິດເຂົ້າເປັນຂອງລັດ,
ພາຍຫລັງທັງສອງຖືກເຈົ້າໜ້າທີ່ຈັບຕົວໄດ້ ພ້ອມຂອງກາງຢາບ້າ 145 ເມັດ ແລະ
ເງິນຈຳນວນດັ່ງກ່າວ ເມື່ອທ້າຍເດືອນພະຈິກ 2012 ຜ່ານມາ ແລະ ຜ່ານການສອບສວນຂອງເຈົ້າໜ້າທີ່ຄູ່ຜົວເມຍດັ່ງກ່າວ
ໄດ້ມີການເຄື່ອນໄຫວຄ້າຂາຍຢາເສບຕິດປະເພດຢາບ້າໃຫ້ກັບໄວລຸ້ນໃນເຂດບ້ານສີໄຄທົ່ງ
ແລະ ບ້ານໃກ້ຄຽງພາຍໃນເມືອງສີໂຄດຕະບອງ ແຕ່ປີ 2010 ເປັນຕົ້ນມາ.
ທ່ານ ກຸ ຈັນສີນາ ຮັກສາການປະທານຄະນະກຳມະການແຫ່ງຊາດເພື່ອກວດກາ
ແລະ ຄວບຄຸມຢາເສບຕິດ ໃຫ້ຮູ້ເມື່ອບໍ່ດົນນີ້ວ່າ: ປັດຈຸບັນ ຢູ່ປະເທດເຮົາຢາເສບຕິດ
ໂດຍສະເພາະຢາບ້າແມ່ນເປັນບັນຫາພົ້ນເດັ່ນ ແລະ ມີລັກສະນະເພີ່ມ
ຂຶ້ນຢ່າງຕໍ່ເນື່ອງ
ທັງຢູ່ຕົວເມືອງ ແລະ ທ້ອງຖິ່ນ ອັນໄດ້ກໍ່ໃຫ້ເກີດຫລາຍສິ່ງຫຍໍ້ທໍ້ໃນສັງຄົມ,
ສ້າງຄວາມບໍ່ສະຫງົບສຸກ, ຄວາມບໍ່ເປັນລະບຽບຮຽບ ຮ້ອຍ ແລະ ເປັນບັນຫາອາຊະຍາກຳຂ້າມຊາດນຳດ້ວຍ.
No comments:
Post a Comment