ໂດຍ : ວິເສດ ສະແຫວງສຶກສາ
ຄໍລຳ “ບັນຫາຈານແຍ່” ປະຈຳວັນນີ້ ຈະບໍ່ເວົ້າຫລາຍຢາຍຫ່າງ
ເພາະມີບັນຫາສະເພາະເຈາະຈົງທີ່ພົກພາມາເປັນກອບ ເປັນ ກຳ ນັ້ນຄືຢາກຮ່ວມໂສກັບບັນດາທ່ານ ເລື່ອງວົງການເພງລາວໃນປັດຈຸບັນ
ເຊິ່ງມີທັງຜູ້ຕົບມືຊົມເຊີຍ ແຕ່ກໍມີທັງຜູ້ທີ່ສະເໜີວິ ທີແກ້ໄຂຂອດທີ່ຍັງຄາໃຈ.
ເລື່ອງວົງການເພງລາວກ້າວໄກ ສາມາດເຈາະໃຈສັງຄົມລາວ
ແລະ ໂກອິນເຕີ ( GoInter ກໍແປ ວ່າ: ອອກສູ່ໂລກພາຍ ນອກຫັ້ນລະ) ນັ້ນບໍ່ຈຳເປັນອະທິບາຍຫລາຍດ໋ອກ
ເພາະມັນມີແນວພິສູດປະຈັກຕາພໍແຮງແລ້ວເຊັ່ນ: ນັກຮ້ອງ ຫລື ວົງດົນ ຕີລາວສາມາດຍາດໄດ້ລາງວັນຊັ້ນດີຈາກເວທີພາກພື້ນ
ແລະ ສາກົນ, ນັກຮ້ອງລາວໄດ້ຮັບກຽດເຂົ້າຮ່ວມບຸນມະໂຫລານດົນຕີ- ສຽງເພງສາກົນ, ໄດ້ຮັບກຽດເປັນທູດມິດຕະພາບ
ຫລື ຕົວແທນໃຫ້ອົງການຮັບໃຊ້ສັງຄົມເຊັ່ນ: ອາເລັກຊານດຼາ ບຸນຊ່ວຍ ໄດ້ ເປັນທູດ UNDP ເພື່ອຊ່ວຍສັງຄົມລາວ.
ການໄດ້ຮັບກຽດທັງຢູ່ພາຍໃນ ແລະ ຕ່າງປະເທດຂອງເຫລົ່ານັກ
ຮ້ອງ-ນັກດົນຕີລາວຍຸກນີ້ນັ້ນ ຈານແຍ່ວ່າຂຶ້ນກັບສອງປັດ ໄຈຫລັກໆ ຄືຂຶ້ນກັບຄວາມສາມາດສ່ວນຕົວຂອງພວກເພິ່ນ
ແລະ ຂຶ້ນກັບປັດໄຈສິ່ງແວດລ້ອມຂອງຍຸກເຊື່ອມໂຍງພາກພື້ນ ແລະ ສາກົນ, ແຕ່ເວົ້າອີກຖືກອີກກໍແມ່ນຍ້ອນການສະໜັບສະໜູນເບິ່ງກວ້າງແນມໄກຂອງການນຳກະຊວງຖະແຫລງຂ່າວ,
ວັດທະນະທຳ ແລະ ທ່ອງທ່ຽວ ທີ່ວ່າ: ການນຳຂອງກະຊວງ ຖວທ ມີສາຍຕາເບິ່ງກວ້າງແນມໄກ, ເລື່ອງສິລະປະດົນຕີນີ້ກໍ
ຄົງເປັນຍ້ອນວ່າການນຳຊຸດນີ້ໄດ້ຫັນເປັນໜຸ່ມເປັນສ່ວນໃຫຍ່ ( ຕາມສາຍຕາຂອງຈານແຍ່ທີ່ມີອາຍຸກາຍສາມຊາວມາແລ້ວ
).
ແຕ່ແນວໃດກໍດີ (ຂໍຢ່າຟ້າວ ເຮັດໜ້າຫຍຸ້ງ) ຍັງມີບັ້ງໂຈດຈຳນວນໜຶ່ງທີ່ຢາກຂໍໃຫ້ຜູ້ຮູ້ທັງຫລາຍຊ່ວຍຕອບຄື
1. ເປັນຫຍັງດຽວນີ້ວົງດົນຕີ ພວກເຮົາຈຶ່ງນິຍົມໃສ່ຊື່ເປັນພາສາຕ່າງປະເທດ
(ອັງກິດ) ບໍ່ພຽງແຕ່ຊື່ວົງ, ແຕ່ຊື່ຜູ້ຮ້ອງຈຳນວນ ໜຶ່ງກໍກາຍເປັນ ພີເຕີ, ເຈມຈອນ, ແຈ໋ກ...
(ອັນນີ້ສົມມຸດຊື່ໆເນີ້). ເວລາໄປສະແດງຢູ່ຕ່າງປະເທດ, ບາດບອກຊື່ພັດບໍ່ແມ່ນຊື່ ລາວ ຊິບໍ່ເຂີນບໍລະ
?.
2. ເປັນຫຍັງຈຶ່ງຍັງອະນຸຍາດໃຫ້ປ່ອຍເພງທີ່ມີເນື້ອຈຳກັດອຳນາດອະທິປະໄຕ
ແລະ ຜືນແຜ່ນ ດິນອັນຄົບຖ້ວນຂອງລາວ ເຊັ່ນ: ພຽງທີ່ເວົ້າເຖິງນ້ຳຂອງໃນລັກສະນະວ່າເປັນຊາຍແດນ
ທັງໆທີ່ພວກເຮົາຍັງມີຊາຍແດນທີ່ເປັນດິນຕໍ່ແຜ່ນຫລາຍບ່ອນ.
3. ເປັນຫຍັງຈຶ່ງປ່ອຍໃຫ້ບຸກຄົນປ່ຽນເນື້ອໃນເພງປະຕິວັດທີ່ເປັນຕຳນານມາແລ້ວ
ໂດຍມີບາງບ່ອນໄດ້ຕັດຄຳວ່າ: “ເຂດ ປົດປ່ອຍ” ອອກ, ບາງບ່ອນຕັດຊື່ປະເທດທີ່ເຄີຍມາຮຸກຮານພວກເຮົາອອກດ້ວຍເຫດຜົນງ່າຍໆວ່າ:
ດຽວນີ້ພວກເຮົາບໍ່ມີເຂດ ປົດປ່ອຍແລ້ວ, ພວກເຮົາຢູ່ໃນຍຸກເຊື່ອມໂຍງແລ້ວ. ບັນຫານີ້ສັງຄົມບໍ່ຄວນແນມກາຍແທ້ໆ.
No comments:
Post a Comment