Ad

Ad

17 October 2013

ກອງປະຊຸມຄະນະກຳມະການແຫ່ງຊາດເພື່ອມໍລະດົກໂລກ



          ໃນ​ວັນ​ທີ 16 ຕຸລານີ້, ຄະນະກຳມະການ​ແຫ່ງ​ຊາດ ​ເພື່ອ​ມໍລະດົກ​ໂລກ ​ໄດ້​ຈັດ​ກອງ​ປະຊຸມ​ສະຫລຸບ​ຕີ​ລາຄາ​ຄືນ​ການ ຈັດຕັ້ງປະຕິບັດ​ວຽກງານ​ໃນ​ໄລຍະ​ຜ່ານ​ມາ ​ແລະ ວາງ​ທິດ​ທາງ​ແຜນການ​ເຄື່ອນ​ໄຫວ​ວຽກງານ​ໃນຕໍ່ໜ້າ, ພ້ອມ​ນີ້​ໄດ້​ມີ​ການ​ປຶກ ສາ​ຫາລື ​ເພື່ອ​ກະກຽມ​ການສະ​ເຫລີ​ມສະຫລອງ​ເມືອງ​ຫລວງ​ພະ​ບາງ ທີ່​ໄດ້​​ຈັດ​ເຂົ້າ​ເປັນ​ເມືອງມໍລະດົກ​ໂລກ ​ຄົບຮອບ 20 ປີ ​ໃນ​ປີ 2015 ​ໂດຍ​ການ​ເປັນ​ປະທານ​ຂອງ​ ທ່ານ​ອາຊາ​ງ ລາວ​ລີ ຮອງ​ນາຍົກລັດຖະມົນຕີ, ຜູ້​ຊີ້ນຳ​ວຽກງານ​ວັດທະນະທຳ-ສັງຄົມ ປະທານຄະນະ​ກຳມະການ​ແຫ່ງ​ຊາດ​ເພື່ອ​ມໍລະດົກ​ໂລກ.
          ທ່ານ ສຈ.ດຣ ບໍ່​ແສງ​ຄຳ ວົງ​ດາລາ ລັດຖະມົນຕີ​ວ່າການ​ກະຊວງ​ຖະ​ແຫລ​ງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ, ຮອງ​ປະທານຄະນະ​ກຳມະການ​ແຫ່ງ​ຊາດ ​ເພື່ອ​ມໍລະດົກ​ໂລກ ​ໄດ້​​ລາຍ​ງານ​ຕໍ່ທີ່​ປະຊຸມ​ກ່ຽວກັບ​ສະພາບການຈັດຕັ້ງປະຕິບັດ​ວຽກງານ​ໃນ​ໄລຍະ​ຜ່ານ​ມາແລະວາງ​ທິດ​ທາງ​ແຜນການ​ເຄື່ອນ​ໄຫວ​ວຽກງານ​ໃນຕໍ່ໜ້າລວມທັງ​ຂັ້ນຕອນ​ຕ່າງໆ ເພື່ອ​ກະກຽມ​ການສະ​ເຫລີ​ມສະຫລອງ​ເມືອງ​ຫລວງ​ພະ​ບາງທີ່​ໄດ້​ຈັດ​ເຂົ້າ​ເປັນ​ເມືອງມໍລະດົກ​ໂລກ​ຄົບຮອບ 20 ປີ.

         ໂອກາດ​ນີ້ປະທານຄະນະ​ກຳມະການ​ແຫ່ງ​ຊາດ ​ເພື່ອ​ມໍລະດົກ​ໂລກ ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຜົນສຳ​ເລັດ​ການ​ເຄື່ອນ​ໄຫວ​ວຽກງານ​ຜ່ານ​ມາ, ພ້ອມ​ທັງ​​ໃຫ້​ທິດ​ຊີ້ນຳ​ແກ່​ຄະນະປະທານຄະນະ​ກຳມະການ​ແຫ່ງ​ຊາດ​ເພື່ອ​ມໍລະດົກ​ໂລກ ​ໃຫ້​ເຊີດ​ຊູ​ຄວາມ​ຮັບຜິດຊອບ​ປະຕິບັດໜ້າທີ່​ຕາມ​ພາລະ​ບົດບາດ​ຂອງ​ໃຫ້​ດີກ​ວ່າ​ເກົ່າ.

No comments:

Post a Comment