Ad

Ad

17 October 2013

ບໍລິສັດເປໂຣຫວຽດນາມອອຍລາວມອບເງິນ 100 ລ້ານກີບຊ່ວຍຜູ້ປະສົບໄພທຳມະຊາດ



           ໃນ​ວັນ​ທີ 16 ຕຸລານີ້, ທ່ານ ລຳ​ພູນ ພິມ​ພະ​ວົງ ປະທານ​ກຳ ມະ ການ​ບໍລິຫານບໍລິສັດ ​ເປ​ໂຕຣ ຫວຽດນາມອອຍລາວ ຈຳກັດ ພ້ອມ​ຄະນະ ​ໄດ້​ນຳ​ເງິນ​ຈຳນວນ 100 ລ້ານ​ກີບ ມາ​ມອບ​ໃຫ້ທ່ານ ດຣ. ສິນ​ລະ​ວົງ ຄຸດ​ໄພທູ​ນ ລັດຖະມົນ ຕີຫົວໜ້າ ຫ້ອງ​ວ່າການ​ລັດຖະບານທັງເປັນຜູ້ຕາງໜ້າຄະນະ​ກຳມະການ​ປ້ອງ​ກັນ ​ແລະ ຄວບ​ຄຸມ​ໄພພິບັດ​ແຫ່ງ​ຊາດ​ ​ເພື່ອ​ນຳ​ໄປ​ຊ່ວຍ​ເຫລືອ​ບັນ​ເທົາ​ທຸກ​ໃຫ້​ແກ່​ປະຊາຊົນ​ຜູ້​ໄດ້​ຮັບ​ຜົນ​ກະທົບຈາກ​ໄພພິບັດ​ນ້ຳ​ຖ້ວມຢູ່ແຂວງພາກເໜືອ ແລະ ບັນດາແຂວງພາກໃຕ້ ຂອງລາວ.
             ໂອກາດ​ນີ້,ທ່ານ ດຣ. ສິນ​ລະ​ວົງ ຄຸດ​ໄພທູ​ນ ​ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈຕໍ່ທ່ານ ລຳ​ພູນ ພິມ​ພະ​ວົງ ກໍ​ຄືບໍລິ ສັດເປ​ໂຕຣຫວຽດນາມອອຍລາວຈຳກັດ ທີ່​ໄດ້​ແບ່ງ​ນ້ຳ​ຈິດ​ນ້ຳ​ໃຈ​ເປັນ​ເງິນຈຳນວນດັ່ງກ່າວມາ​ຊ່ວຍ​ບັນ​ເທົາ​ທຸກ​ປະຊາຊົນຜູ້ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ໄພ​ນ້ຳ​ຖ້ວມ​ຢູ່​ພາກ​ເໜືອ ​ແລະ ບັນດາແຂວງ ພາກ​ໃຕ້ ​ຊຶ່ງເປັນ​ການ​ປະກອບສ່ວນສຳ ຄັນ​ໃນ​ການ​ຟື້ນຟູ​ຊີ
ວິດ​ການ​ຢູ່​ຂອງ​ປະຊາຊົນ​ໃຫ້​ດີ​ຂຶ້ນ. ພ້ອມ​ນີ້ທ່ານ ຍັງໄດ້​ຊີ້​ໃຫ້​ເຫັນ​ວ່າ:ໄພນ້ຳ​ຖ້ວມ​ປີ ນີ້ສຳລັບ​ພາກ​ເໜືອເຖິງ​ວ່າ​ບໍ່​ເປັນ​ບໍລິ​ເວນ​ກວ້າງ,​ແຕ່​ສ້າງ​ຄວາມ ​ເສຍ​ຫາຍ​ຢ່າງໜັກໜ່ວງສົມຄວນ ທັງ​ຊັບ​ສິນ ​ແລະ ຊີວິດ​ຂອງ​ປະຊາ ຊົນ.​ໃນ​ຂະນະ​ທີ່​ທາງ​ພາກ​ໃຕ້ ກໍ​ໄດ້​ກວມ​ເຖິງ 4 ​ແຂວງ:ສາລະ​ວັນ, ​ເຊ​ກອງ, ອັດ​ຕະປື ​ແລະ ຈຳປາ​ສັກ ອັນ​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ໃນ​ບໍລິ​ເວນ​ກວ້າງ​ສົມ​ຄວາມ​ເປັນ ຕົ້ນ: ເນື້ອທີ່​ການ​ຜະລິດ, ຖະໜົນຫົນທາງ ​ແລະ ອື່ນໆ. ປັດຈຸ​ບັນ ປະຊາຊົນ​ໄດ້​ຮຽກຮ້ອງ​ລັດຖະບານ​ໃຫ້​ສ້ອມ​ແປງ​ດ່ວນ​​​ຊົນລ ປະທານ​ເພື່ອ​ຟື້ນຟູ​ການ​ຜະລິດ​ເຂົ້າ ​ແລະ ພືດ,ເສັ້ນ ທາງ-ຂົວ ໃຫ້​ສາດ​ມາດ​ທຽວ​ໄດ້​ຊົ່ວຄາວ. ຢ່າງ​ໃດ​ກໍ​ຕາມ​ການ​ຕີລາຄາ​ຜົນ​ເສຍ​ຫາຍ​ໃນ​ປີນີ້ເຖິງ​ກວ່າ 800 ຕື້ກີບ ຊຶ່ງ​ທາງ​ລັດຖະບານ​ໄດ້​ເລັ່ງລະດົມ​ທຶນ ​ເພື່ອ​ນຳ​ໄປ​ຊ່ວຍ​ໃຫ້​ທັນ​ການ ແລະ ນັບແຕ່ ວັນທີ 10-16 ຕຸລານີ້, ມີ 13 ພາກສ່ວນທັງພາກລັດ ແລະ ເອກະຊົນມາມອບເງິນຊ່ວຍ ເຫລືອເພື່ອບັນເທົາທຸກທັງໝົດ 2.074 ລ້ານກີບ.

No comments:

Post a Comment