ອີງຕາມການລາຍງານໃຫ້ຮູ້ຂອງເຈົ້າໜ້າທີ່ລັດວິສາຫະກິດການບິນລາວ ແຂວງຈຳປາສັກໃນຕອນແລງວັນທີ 16 ຕຸລາ ນີ້ວ່າ: ເວລາປະມານ 16:30 ໂມງ, ຍົນໂດຍສານວຽງຈັນ-ປາກເຊ
ຮຸ່ນ ATR 72: 600 ຖ້ຽວບິນ 301 QV ຂອງລັດວິສາ ຫະກິດການບິນລາວໄດ້ເກີດອຸປະຕິເຫດຕົກລົງນ້ຳຂອງລະຫວ່າງດອນເຂາະເມືອງປາກເຊ
ແລະ ບ້ານພະລິງ ເມືອງໂພນທອງ ແຂວງຈຳປາສັກໃນຂະນະ ຍົນພວມຫລຸດລະດັບລົງສູ່ສະໜາມບິນປາກ ເຊໂດຍຍົນລຳດັ່ງກ່າວໄດ້ບິນຂຶ້ນຈາກສະ ໜາມບິນວຽງຈັນໃນເວລາ
14:44 ໂມງເຊິ່ງມີຜູ້ໂດຍສານຄົນລາວ ແລະ ຕ່າງປະເທດ ລວມທັງຜູ້ຂັບຍົນ ທັງໝົດ 44 ຄົນ, ພາຍຫລັງເກີດ
ເຫດດັ່ງກ່າວ, ທາງອຳນາດການ ປົກຄອງ ແລະ ເຈົ້າໜ້າທີ່ກ່ຽວຂ້ອງພາຍໃນແຂວງຈຳປາສັກ ໄດ້ຮີບຮ້ອນເຂົ້າໃຫ້ການ ຊ່ວຍເຫລືອກູ້ໄພຢ່າງຮີບດ່ວນ, ແຕ່ການຊ່ວຍເຫລືອແມ່ນດຳເນີນໄປດ້ວຍຄວາມຫຍຸ້ງຍາກຫລາຍ ເນື່ອງຈາກພາຍຫລັງຍົນ ຕົກລົງ
ນ້ຳຂອງແລ້ວກໍຈົມລົງນ້ຳທັນທີ ພ້ອມທັງມີກະແສນ້ຳໄຫລແຮງ ແລະ ມີລົມ ແລະ ຝົນຕົກແຮງນຳອີກ ແລະ
ໃນເວ ລາຕໍ່ມາ ໜ່ວຍງານກູ້ໄພຈຶ່ງໄດ້ພົບສົບຜູ້ເສຍຊີວິດຄົນທຳອິດເປັນຍິງຊາວຕ່າງປະເທດ.
ຕາມການສອບຖາມປະຊາຊົນທ່ານໜຶ່ງທີ່ເຫັນເຫດການໄດ້ເລົ່າສູ່ນັກຂ່າວພວກເຮົາຟັງວ່າ:
ໃນຂະນະທີ່ຍົນພວມຫລຸດລະ ດັບລົງສູ່ສະໜາມບິນປາກເຊນັ້ນກໍເກີດມີລົມພັດ ແລະ ຝົນຕົກໜັກ,
ຈາກນັ້ນ ກໍໄດ້ຍີນສຽງຍົນລຳດັ່ງກ່າວຕົກລົງສູ່ນ້ຳຢ່າງ ແຮງ.
ແຕ່ແນວໃດກໍຕາມ, ສ່ວນສາເຫດຂອງການເກີດອຸປະຕິເຫດຄັ້ງນີ້
ຍັງຢູ່ໃນຂັ້ນຕອນການສອບສວນ-ສຶບສວນຂອງເຈົ້າ ໜ້າທີ່ກ່ຽວຂ້ອງໃນຂັ້ນຕໍ່ໄປ.
No comments:
Post a Comment