Ad

Ad

17 October 2013

ຄ້າຂາຍຢາບ້າຖືກສານຕັດສິນຈຳຄຸກ 5 ປີ



           ໃນ​ວັນທີ 16 ຕຸລານີ້, ສານ​ປະຊາຊົນ ນະຄອນຫຼວງວຽງຈັນ​ໄດ້​ເປີດ​ປະຊຸ​ມສານເພື່ອ​ຕັດສິນ​ຄະດີ ທ້າວ ທະນົງ​ສິນ ສີ​ຫາ​ວົງ ອາ ຍຸ 24 ປີ ຢູ່​ບ້ານ ຈອມ​ເພັດ​ໃຕ້ ເມືອງສີ​ສັດຕະ​ນາກ ນະຄອນຫຼວງວຽງຈັນ ໃນ​ຂໍ້​ຫາ​ຄ້າຂາຍ​ຢາ​ເສບ​ຕິດຖືກ​ກັກ​ໃນ​ວັນ​ທີ 10 ມັງກອນ 2013.
          ຕາມ​ການ​ໃຫ້ການ​ຂອງ​ຈຳ​ເລີຍ ​ໃນ​ທີ່​ປະຊຸມ​ສານ​ວ່າ: ຜ່ານ​ມາ​ຈຳ​ເລີຍ​ເຄີຍ​ລັກ​ຊັບ​ພົນລະ​ເມືອງ 2 ຄັ້ງ, ​ແຕ່ບໍ່​ໄດ້​ຖືກ​ກັກ​ຂັງ​, ມາ​ໃນ​ຄັ້ງນີ້ຕົນ​ໄດ້​ຄ້າຂາຍ​ຢາ​ເສບ​ຕິດ​ແທ້ໂດຍ​ໄດ້ໄປ​ຊື້ຢາ​ບ້າ​ນຳ ທ້າວ ລີ້ ບ້ານ ໂຄກ​ນິນ ມາ​ເສບ ​ແລະຂາຍ​ເປັນ​ຈຳ ນວນຫຼາຍ ຄັ້ງ, ​​ໃນລາຄາ​ເມັດ​ລະ 20.000 ກີບ ​ແລ້ວ​ໄປ​ຂາຍ​ຕໍ່ຢູ່​ໂຕະ​ສະໜຸກ​ເກີ ໃນ​ລາຄາ​ເມັດ​ລະ 25.000 ກີບ ຕົກ​ມາ​ໃນ​ວັນ​ທີ 10 ມັງກອນ 2013 ຈຶ່ງ​ຖືກ​ເຈົ້າໜ້າທີ່​ຈັບ​ຕົວ​ພ້ອມ​ຂອງ​ກາງ​ຢາ​ບ້າ 30 ເມັດ ​ແລະ ອຸປະກອນ​ເສບ 1 ອັນ.
       ຜ່ານ​ການ​ເກັບ​ກຳ​ຂໍ້​ມູນ ແລະ ຄຳ​ໃຫ້ການຂອງ​ຈຳ​ເລີຍ,ສານ​ໄດ້​ມີ​ຄຳ​ວິນິດ​ໄສ​ວ່າ: ຈຳ​ເລີຍ​ໄດ້​ມີ​ການ​ເຄື່ອນ​ໄຫວ​ຄ້າຂາຍ​ຢາ​ເສບ​ຕິດທີ່​ຜິດ​ຕໍ່ກົດໝາຍອາຍາມາດ ຕາ 146 ຂໍ້ 2 ວັກ 1,​ ສະນັ້ນ ຈຶ່ງ​ໄດ້​ຕັດສິນ ໂດຍ​ຊ່ອງໜ້າ​ໂຈດ ​ແລະ ຈຳ​ເລີຍບອກ​ວ່າ: ທ້າວ ທະ​ນົງ​ສິນ ມີ​ຄວາມ​ຜິດ​ໃນ​ສະຖານ​ຄ້າຂາຍ​ຢາ​ເສບ​ຕິດ ສານ​ຈຶ່ງ​ໄດ້​ຕັດ​ອິດສະລະພາບຈຳ​ຄຸກ 5 ປີ ແລະ ປັບ​ໃໝ 10 ລ້ານ​ກີບ ​ແລະ ​ໃຫ້​ຈຳ​ເລີຍ​ເສຍ​ເງີ​ນຄ່າ​ທຳນຽມ ສານ 30 ພັນ​ກີບ.

          ສານ​ປະຊາຊົນ ນະຄອນ ຫຼວງວຽງຈັນ ໃຫ້​ຮູ້ວ່າ: ​ໃນ 6 ເດືອນ​ຜ່ານ​ມາ ມີ​ຄະດີ​ເຂົ້າມາ​ຍັງ​ສານ 1.500 ກວ່າ​ເລື່ອງ ຊຶ່ງ​ສານ​ສາມາດ​ຕັດສິນ 700 ກວ່າເລື່ອງ, ສ່ວນ​ໃຫຍ່​ແມ່ນ​ຄະດີ​ຄ້າຂາຍ​ຢາ​ເສບ​ຕິດ, ລະ​ເມີດ​ກົດ​ຈະລາຈອນ, ລັກ​ຊັບ​ພົນລະ​ເມືອງ, ຂໍ້​ຂັດ​ແຂ່ງ​ມູນ​ມໍລະດົກ ​ແລະ ຄະດີ​ສາຍ​ພົວ ພັນ​ຄອບຄົວ. ຂະນະ​ທີ່ ​ເຈົ້າໜ້າທີ່ ກົມ​ຕຳຫຼວດສະກັດ​ກັ້ນ ແລະ ປາບ​ປາມ​ຢາ​ເສບ​ຕິດ ກ່າວ​ວ່າ: ປັດຈຸ​ບັນນີ້,ບັນຫາ​ຢາ​ເສບ​ຕິດໄດ້​ແຜ່​ລາມ​ໄປ​ທົ່ວ​ໂລກ​ບໍ່ວ່າ​ປະ​ເທດ​ທຸກ​ຍາກ​ຮັ່ງມີ​ກໍ​ລ້ວນ​ແຕ່​ໄດ້​ຮັບ​ຜົນ​ສະທ້ອນ​ໃນ​ລະສະ​ນະ​ແຕ່​ກຕ່າງ​ກັນ,ສະ​ເພາະ​ຢາ​ບ້າ​ພວມ​ເປັນ​ບັນຫາ​ໃໝ່​ແຜ່​ຂະຫຍາຍ,​ໃນ​ປີ 2012 ຢູ່​ລາວ​ມີຜູ້​ຕິດ​ຢາ​ບ້າ​ປະມານ 50 ພັນ​ຄົນ ແລະ ​ເປັນບັນຫາໜຶ່ງພາ​ໃຫ້​ເກີດ​ປະກົດ​ການ​ຫຍໍ້​ທໍ້​ສັງຄົມ,ກົດໜ່ວງຖ່ວງ​ດຶງ​ການ​ສ້າງສາ​ພັດທະນາ​ປະ​ເທດ​ຊາດ​ ​ແລະ ກໍໃນ​ປີ 2012 ນີ້ ເຈົ້າໜ້າທີ່​ສາມາດ​ມ້າງ​ຄະດີ​ຢາ​ເສບ​ຕິດໄດ້ 1.300 ກ່ວາ​ເລື່ອງ, ກັກ​ຜູ້​ຕ້ອງ​ຫາ​ໄດ້ 2.129 ຄົນ, ຍຶດຂອງ​ກາງປະ​ເພດ: ​ເຮ​ໂລ​ອິນ 54,84 ກິ​ໂລກຣາມ, ຢາ​ບ້າ 1.200 ກິ​ໂລກຼາມ,ຝິ່ນກວ່າ 199 ກິ​ໂລກຼາມ,ກັນຊາ 2.200 ກວ່າ​ກິ​ໂລກຣາມ.

No comments:

Post a Comment