Ad

Ad

17 October 2013

ອຢ ຢືນຢັນ​ແລ້ວຜະລິດ​ຕະພັນ​ນົມ​ດູ​ເມັກ​ມີ​ຄວາມ​ປອດ​ໄພ



         ກົມ​ອາຫານ ​ແລະ ຢາ ກະ ຊວງ​ສາທາລະນະ​ສຸກລາວ ​ໄດ້​ຢັ້ງຢືນ​ຜົນ​ກວດ​ຜະລິດ​ຕະພັນ​ນົມ​ຜົງ​ສຳ​ເລັດ​ຮູບ​ດູ​​ເມັກ​ທຸກ​ລຸ້ນ​ແລ້ວ​ວ່າ​ມີ​ຄວາມ​ປອດ​ໄພ​ຈາກ​ສານ​ປົນ​ເປື້ອນ ​ເມື່ອ​ຕົ້ນ​ເດືອນ​ຕຸລາ​ນີ້, ຂະ ນະ​ທີ່​ບໍລິສັດ​ຕົວ​ແທນ​ຈຳໜ່າຍ​ເຊື່ອ​ວ່າ: ການ​ຢັ້ງ ຢືນ​ເທື່ອ​ນີ້ຈະ​ເປັນ​ສ່ວນ​ສຳຄັນ​ໃນ​ການ​ຮຽກ​ຄືນ​ຄວາມ​ເຊື່ອ​ໝັ້ນຂອງ​ຜູ້​ບໍລິ​ໂພ​ກຢູ່​ລາວ​ໄດ້​ດີ​ຂຶ້ນ.
          ​ເຖິງ​ວ່າ​ກ່ອນ​ໜ້ານີ້ ບໍລິສັດ​ດູ​ແມັກ​ຈຳກັດ​ ຈະ​ໄດ້​ອອກ​ມາ​ຢືນ ຢັນ​ຜົນ​ການ​ກວດກາ​ຈາກ​ກະຊວງ​ອຸດສາຫະກຳ ຂອງ​ປະ​ເທດ​ນິວຊີ​ແລນ ວ່າ: ວັດຖຸ​ດິບ​ທີ່​ນຳ​ມາ​ຜະ ລິດ​ນົມ​ດູ​​​ເມັກ​ມີ​ຄວາມປອດ​ໄພ​ຈາກ​ການ​ປົນ​ເປື້ອນ, ​ແຕ່​ເພື່ອ​ເປັນ​ການສະ​ແດງ​ເຖິງ​ຄວາມ​ຫ່ວງ​ໄຍ ​ແລະ ມີ​ຄວາມ​ຮັບຜິດຊອບ​ຕໍ່​ຜູ້​ບໍລິ​ໂພ​ກ, ບໍລິສັດ​ຕົວ​ແທນ​ຈຳໜ່າຍ​ຜະລິດ​ຕະພັນ​ນົມ​ດັ່ງກ່າວ​ຢູ່​ລາວ​ກໍ​ໄດ້​ມີ​ການ​ເກັບ​ຄືນ​ຜະລິດ​ຕະພັນ​ນົມ​​ສະ​ເພາະ​ຮຸ່ນ ​ເພື່ອ​ໃຫ້​ກົມ​ອາ ຫານ ​ແລະ ຢາ​ຂອງ​ລາວ​ກວດກາ​ຕື່ມ ​ເຊິ່ງຜົນ​ການ​ກວດກາ​ກໍ​ສາ ມາດ​ຢັ້ງຢືນ​ໄດ້​ວ່າ: ​ມີ​ຄວາມ​ປອດ​ໄພ​ດີ. ​​ແຕ່ແນວ​ໃດ​ກໍ​ຕາມ, ບໍລິສັດ​ຕົວ​ແທນ​ຈຳໜ່າຍ​ຢູ່​ລາວ​ໃຫ້​ຮູ້​ວ່າ: ພາຍຫລັງ​ທີ່​ໄດ້​ມີ​ການ​ອອກ​ມາ​ຢືນຢັນ​ຂອງ​ຜົນ​ກວດ​ຈາກ​ຫລາຍ​ປະ​ເທດ​ກໍ​ເຮັດ​ໃຫ້​ຜູ້​ບໍລິ​ໂພ​ກ​ເລີ່​ມກັບ​ມາ​ຊົມ​
ໃຊ້​ຜະລິດ​ຕະພັນ​ນົມ​ດູ​ເມັກ​ຫລາຍ​ຂຶ້ນ ​ແລະ ​ເຊື່ອ​ໝັ້ນວ່າ: ຈາກ​ຜົນ​ການ​ກວດກາ​ຂອງ​ກົມ​ອາຫານ ​ແລະ ຢາຂອງ​ລາວ ​ຍິ່ງ ຈະ​ເຮັດ​ໃຫ້​ຜູ້​ບໍລິ​ໂພ​ກພາຍ​ໃນ​ປະ​ເທດ​ກັບ​ມາ​ຊົມ​ໃຊ້​ຜະລິດ​ຕະພັນ​ດັ່ງກ່າວ​ຫລາຍ​ຂຶ້ນກວ່າ​ເກົ່າ, ສ່ວນ​ຜະລິດ​ຕະພັນ​ທີ່​ໄດ້​ເກັບ​ຄືນ​ສະ​ເພາະ​ຮຸ່ນ​ໃນ​ທົ່ວ​ປະ​ເທດ​​ມີ​ຈຳ ນວນ 18 ​ໂຕນ​ນັ້ນ ​ແມ່ນ​ຈະ​ໄດ້​ນຳ​ໄປ​ທຳລາຍ​ຖິ້ມ ​ເພື່ອ​ບໍ່​ໃຫ້​ກັບ​ຄືນ​ມາ​ຈຳໜ່າຍ​ອີກ.
          ບໍລິສັດ​ດູ​ເມັກ​ປະ​ເທດ​ໄທ ຈຳກັດ​ ສ້າງຕັ້ງມາ​ໄດ້ 56 ປີ, ປັດ ຈຸບັນ​ເປັນ​ໜຶ່ງ​ໃນ​ກຸ່ມ​ບໍລິສັດ​ດາ ນ​ອນທີ່​ປະສົບ​ຜົນສຳ​ເລັດ​ໃນ​ການ​ຜະລິດ​ອາຫານ​ເພື່ອ​ສຸຂະພາບ​​ເປັນຕົ້ນຜະລິດ​ຕະພັນ​ທີ່​ເຮັດ​ຈາກ​ນົມ, ນ້ຳດື່ມ, ອາຫານ​ທາງ​ການ​ແພດ ​ແລະ ​ໂພ​ຊະນາ​ການ​ສຳລັບ​ເດັກ​ເຊິ່ງກຸ່ມ​ບໍລິສັດ​ດັ່ງກ່າວ​ມີ​ສຳນັກງານ​ໃຫຍ່​ຢູ່​ນະຄອນຫລວງ​ປາ​ຣີ ປະ​ເທດ​ຝຣັ່ງ.

No comments:

Post a Comment