Ad

Ad

17 October 2013

ຖືກ​ສານ​ຕັດສິນ​​ຈຳ​ຄຸກ 6 ​ເດືອນຍ້ອນ​ພະຍາຍາມ​ຂົ່ມ​ຂືນ​ຍິງ​ອາຍຸ 45 ປີ



           ທ້າວ ບົວ​ວັນ ອາຍຸ 16 ປີ ຢູ່​ບ້ານ​ຫົວ​ນາ​ທົ່ງ ​ເມືອງ​ປາກງື່ມ ນະຄອນຫລວງ​ວຽງ​ຈັນ ຖືກ​ສານ​ປະຊາຊົນ​ນະຄອນ ຫລວງວຽງຈັນ ຕັດສິນລົງໂທດຈຳຄຸກເປັນເວລາ 6 ເດືອນ ແລະ ປັບໄໝເງິນຈຳນວນ 3 ລ້ານກີບ ຫລັງຜູ້ກ່ຽວມີຄວາມຜິດ ຖານພະຍາຍາມຂົ່ມຂືນ ຍິງອາຍຸ 45 ປີ ຢູ່ບ້ານດຽວກັນ ເມື່ອວັນທີ 2 ມິຖຸນາ 2013 ແຕ່ບໍ່ສຳເລັດ ຍ້ອນຍິງຄົນ ດັ່ງກ່າວພະ ຍາຍາມຂັດຂືນ ແລະ ຂໍຮ້ອງບໍ່ໃຫ້ກະທຳໃນສິ່ງບໍ່ດີບໍ່ງາມ ພ້ອມກັບເອົາເງິນຈຳ ນວນໜຶ່ງທີ່ມີຕິດຕົວ ໃຫ້ທ້າວ ບົວວັນ ຈຶ່ງຍອມປ່ອຍ ແລະ ໜີໄປ. ຈາກນັ້ນ ຈຶ່ງໄດ້ໄປແຈ້ງຕໍ່ອຳນາດການປົກຄອງເພື່ອດຳເນີນຄະດີຜູ້ກ່ຽວຕາມກົດໝາຍໃນເວລາຕໍ່ມາ.
           ເຈົ້າໜ້າທີ່ໃຫ້ຮູ້ວ່າ: ທ້າວ ບົວວັນ ເຄີຍກະທຳຜິດໃນສະຖານຂົ່ມຂືນທຳຊຳເລົາ ມາແລ້ວຈຳນວນ 5 ຄັ້ງ, ຖືກສຶກສາ ອົບຮົມ ຢູ່ຂັ້ນບ້ານ 4 ຄັ້ງ ແລະ ຂັ້ນເຈົ້າໜ້າທີ່ ປກສ ເມືອງປາກງື່ມ 1 ຄັ້ງ.

No comments:

Post a Comment