Ad

Ad

17 October 2013

ນັກທຸລະກິດຮຽກຮ້ອງພາກລັດເລັ່ງປັບນະໂຍບາຍເພື່ອສ້າງຄວາມເຂັ້ມແຂງໃຫ້ຫົວຫນ່ວຍທຸລະກິດ



      ສປປ ລາວ ​ເຂົ້າ​ເປັນ​ສະມາ ຊິກອາຊຽນ​ໃນ​ປີ 1997, ​ເຖິງ​ວ່າ​ຫລາຍ​ປີ​ມານີ້, ​ເສດຖະກິດ​ຂອງ​ລາວ​ຈະ​ຂະຫຍາຍຕົວສູງ​ໃນ​ລະ ດັບ​ສະ​ເລ່ຍ 8% ຕໍ່​ປີ​ກໍ​ຕາມ, ​ແຕ່​ຖື​ວ່າ​ເປັນ​ປະ​ເທດ​ໜຶ່ງ​ທີ່​ມີ​ສິ່ງ​ທ້າ​ທາຍຫລາຍ​ສົມຄວນ ​ເມື່ອ​ກ້າວ​ເຂົ້າສູ່​ການ​ເປັນປະຊາ​ຄົມ​ເສດຖະ ກິດ​ອາ​ຊຽນ. ຕໍ່​ບັນຫາ​ດັ່ງກ່າວ, ຜູ້​ປະກອບ​ການ​ທຸລະ​ກິດ​ຈຶ່ງ​ຮຽກ ຮ້ອງ​ພາ​ກລັດ​ເລັ່ງປັບປຸງ​ນະ​ໂຍ ບາຍ​ກ່ຽວຂ້ອງ​ຕ່າງໆ ​ເພື່ອ​ຊຸກຍູ້ ສົ່ງ​ເສີມ​ ​ແລະ ສ້າງ​ຄວາມ​ເຂັ້ມ​ແຂງ​​ໃຫ້​ແກ່​ຫົວໜ່ວຍ​ທຸລະ​ກິດ​ຂະ ໜາດ​ນ້ອຍ ​ແລະ ກາງ (SME).
      ທ່ານ​ນາງ ວາລີ ​ເວສພົງ ປະ ທານ​ສະມາຄົມ​ນັກທຸລະກິດ​ໜຸ່ມ​ລາວ ​ໃຫ້​ສຳພາດ​ເມື່ອ​ບໍ່​ດົນ​ມານີ້ ວ່າ: ​ເພື່ອ​ເປັນ​ການ​ກະ ກຽມຄວາມ​ພ້ອມ​ໃຫ້​ແກ່​ການ​ເຂົ້າ​ເປັນ​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ​ໃນ​ປີ 2015 ນີ້, ສຳລັບ​ພາກ​ທຸລະ​ກິດ​ໜຸ່ມ​ກໍ​ແມ່ນ​ເລີ່​ມ​ໃຫ້​ຄວາມ​ສົນ​ໃຈ ແລະ ​ເຂົ້າ​ໃຈ​ຫລາຍ​ຕໍ່ AEC ​ໂດຍ​ໄດ້​ມີ​ການ​ເປີດ​ກອງ​ປະຊຸມ​ຮ່ວມ​ລະຫວ່າງ​ພາກ​ລັດ ​ແລະ ​ເອກະ​ຊົນ​ຫລາຍ​ເທື່ອ ​ເພື່ອ​ແລກປ່ຽນ​​ຄວາມ​ຮູ້ ​ແລະ ສ້າງ​ເງື່ອນ​ໄຂ​ດ້ານ​ຄວາມ​ພ້ອມ​ຕ່າງໆ​ໃນ​ການ​ເຂົ້າສູ່​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ.

      ​ປະທານ​ສະມາຄົມ​ທຸລະ​ກິດ​ໜຸ່ມ ກ່າວ​ວ່າ: ການ​ເປັນ​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນຂອງ ສປປ ລາວ ​ແມ່ນ​ມີ​ສິ່ງ​ທ້າ​ທາຍ​ຫລາຍ​ກວ່າ​ໂອກາດ ຍ້ອນ​ພື້ນ ຖານ​ເສດຖະກິດ​ຍັງ​ອ່ອນ​ນ້ອຍ ແລະ ຈະ​ມີ​ຜົນ​ກະທົບ​ຫລາຍ​ຕໍ່​ທຸ ລະກິດ​ຂະໜາດ​ນ້ອຍ ​ແລະ ກາງ (SME) ທີ່​ກວມ​ເຖິງ 90% ຂອງ​ຫົວໜ່ວຍ​ທຸລະ​ກິດ​ທົ່ວ​ປະ​ເທດ ຍ້ອນ​ຜູ້​ປະກອບ​ການ​ທຸລະ​ກິດ​ປະ​ເພດ​ດັ່ງກ່າວ​ແມ່ນ​ມີ​ມາດ​ຕະຖານ​ການ​ຜະລິດ​ສິນຄ້າ ​ແລະ ຄຸນ​ນະ ພາ​ບບໍ່​ທັນ​ສູງ ​​ເມື່ອ​ທຽບ​ໃສ່​ປະ​ເທດ​ສະມາຊິກ​ອາ​ຊຽນນຳ​ກັນ, ແຕ່​ສຳລັບ​ທຸລະ​ກິດ​ຂະໜາດ​ໃຫຍ່​ແມ່ນ​ສາມາດ​ແຂ່ງຂັນ​ໄດ້, ​ແຕ່​ອາດ​ຈະ​ມີ​ບັນຫາ​ດ້ານ​ບຸກຄະລາ​ກອນ​ທີ່​ຂາດ​ຄຸນ​ນະພາບ. ​ແນວ​ໃດ​ກໍ​ດີ, ​ເພື່ອ​ຫລຸດຜ່ອນ​ຜົນ​ກະທົບ​ຕ່າງໆ, ຜູ້​ປະກອບ​ການ​ທຸລະ​ກິດ ເຊິ່ງ​ເປັນ​ຫົວໜ່ວຍ​ຂັບ​ເຄື່ອນ​ເສດ ຖະກິດ​ຂອງ​ປະ​ເທດ​ຕ້ອງ​ກ້າ​ສະ​ເໜີ​ບັນຫາ​ທີ່​ເປັນ​ສິ່ງ​ທ້າ​ທາຍ​ຂອງ​ຕົນ​ຕໍ່​ພາກ​ລັດ ​ເພື່ອ​ໃຫ້​ຮູ້​ເຖິງ​ວິທີ​ການ​ແກ້​ໄຂ. ຂະນະ​ດຽວ​ກັນ, ພາກ​ລັດ​ກໍ​ຕ້ອງ​ວາງ​ນະ​ໂຍບາຍ​ທີ່​ເປັນ​ການ​ສະໜັບສະໜູນ​ໃນ​ດ້ານ​ຜົນ​ປະ​ໂຫຍ​ດຂອງ​ຜູ້​ປະກອບ​ການ​ພາຍ​ໃນ​ປະ​ເທດ​ຕົນ ​ໂດຍ​ໃຫ້​ສອດຄ່ອງ​ກັບ​ລະບຽບ​ຂອງ AEC ໝາຍວ່າ​ບໍ່​ຄວນ​ກຳນົດ​ນະ​ໂຍ ບາຍທີ່​ຂັດ​ກັບ​ການ​ດຳ​ເນີນ​ທຸລະ​ກິດ​ຫລາຍ​ເກີນ​ໄປເຊັ່ນ: ການ​ເກັບ​ພາສີ​ລ່ວງ​ໜ້າ, ດອກ​ເບ້ຍ​ທະນາ ຄານ​ມີ​ອັດຕາສູງ, ຄ່າ​ໄຟຟ້າສູງ ແລະ ອື່ນໆ ​ເຊິ່ງທັງ​ໝົດ​ແມ່ນ​ການ​ເພີ່ມ​ຕົ້ນທຶນ​ການ​ຜະລິດ ແລະ ປັດຈຸບັນ ມີ​ຫລາຍ​ຫົວໜ່ວຍ​ທຸລະ​ກິດ​ເລີ່​ມມີ​ການ​ເຄື່ອນ​ໄຫວ​ໜ້ອຍ​ລົງ ຍ້ອນ​ບໍ່​ສາມາດ​ປັບ​ຕົວ​ເຂົ້າ​ໃນ​ສະພາບ​ເສດຖະກິດ​ມີ​ການ​ປ່ຽນ​ແປງ. ນອກຈາກ​ນີ້ ພາກ​ລັດ​ກ່ຽວຂ້ອງ​ທີ່​ໄດ້​ໄປ​ເຈລະຈາ​ກັບ​ສະມາຊິກ​ອາ​ຊຽນຕ້ອງ​ເອົາ​ເນື້ອ​ໃນ ​ແລະ ຜົນ​ການ​ເຈລະຈາ​ມາ​ເຜີຍ​ແຜ່​ໃຫ້​ນັກທຸລະກິດ​ຮັບ​ຮູ້​ນຳ ເພື່ອ​ໃຫ້​ເຂົາ​ເຈົ້າມີ​ຄວາມ​ເຂົ້າ​ໃຈ ແລະ ກະກຽມ​ຕົວ, ​ແຕ່ສິ່ງ​ສຳຄັນ​ຜູ້​ປະກອບ​ການ​ຕ້ອງ​ກາ​ທີ່​ຈະ​ລົງທຶນ​ໃສ່​ລະບົບ​ເຕັກນິກ, ການ​ຄຸ້ມ​ຄອງ​ບໍລິຫານ​ຢ່າງ​ມື​ອາຊີບ ເພື່ອ​ສ້າງ​ຄວາມ​ເຊື່ອ​ໝັ້ນຕໍ່​ສະ​ຖາ​ບັນ​ການ​ເງິນ​ໃຫ້​ປ່ອຍ​ກູ້ ​ເພື່ອ​ການ​ລົງທຶນ, ການ​ຊອກ​ຫາ​ວິທີ​ຮ່ວມ​ຕົວ​ກັນ​ຈັບ​ຄູ່​ທຸລະ​ກິດເພື່ອ​ສ້າງ​ຄວາມ​ເຂັ້ມ​ແຂງ ​ແລະ ສິ່ງ​ໃດ​ທີ່​ຄິດ​ວ່າ​ຈະ​ໄປ​ບໍ່​ລອດ​ຕ້ອງ​ປັບ​ຕົວ​ທັນທີ.

No comments:

Post a Comment