Ad

Ad

17 October 2013

ບົດບາດພຸດທະສາສະຫນາກັບສັງຄົມໃນຍຸກໂລກາພິວັດ ( ຄໍລຳ ແລກປ່ຽນຄຳເຫັນ )



ໂດຍ : ຄຸນນະທຳ
     ການດຳລົງຊີວິດຂອງມະນຸດ ເຮົາໃນແຕ່ລະມື້, ແຕ່ລະເດືອນ, ແຕ່ລະປີຈະດີ ຫລື ຊົ່ວ, ຈະທຸກ ຫລື ຮັ່ງ ລ້ວນແລ້ວແຕ່ຖືກ ກຳນົດມາຈາກກຳເປັນເບື້ອງຕົ້ນ, ຖ້າຜູ້ສ້າງກຳດີຫລາຍກວ່າກຳຊົ່ວຊີວິດອາດຈະພົບຄວາມສຸກຫລາຍກວ່າຄວາມທຸກ, ແຕ່ສຳ ລັບຜູ້ທີ່ສ້າງແຕ່ກຳຊົ່ວຫລາຍກວ່າກຳດີຍ່ອມໄດ້ຮັບຜົນກຳນັ້ນແຕກຕ່າງອອກໄປ ເພິ່ນເອີ້ນວ່າເປັນຍ້ອນກຳຂອງໃຜຂອງມັນ ທີ່ຕິດຕົວມາແຕ່ເກີດ. ອັນນີ້ຄືຄວາມຈິງທີ່ພຸດທະສາສະໜາສອນໄວ້. ບາງເທື່ອວິທະຍາສາດກໍຫາເຄື່ອງມາພິສູດ ແລະ ຢືນຢັນ ບໍ່ໄດ້ວ່າ: ກຳດີເປັນຢ່າງໃດ ? ແລະ ກຳຊົ່ວເປັນຢ່າງໃດ ?, ແຕ່ຜູ້ຂຽນຄິດວ່າ: ທຸກຄົນຄວນຈະຮັບຮູ້ ແລະ ພິສູດດ້ວຍ ຕົນເອງ ໄດ້ລະດັບໜຶ່ງ, ສະໄໝ ກ່ອນປູ່ຍ່າຕາຍາຍຂອງເຮົາເພິ່ນຈະປະພຶດ, ປະຕິບັດ ແລະ ນັບຖືພຸດທະສາສະໜານີ້ຢ່າງເຄັ່ງຄັດ, ຢຶດ ຖືຮີດຄອງປະເພນີດ້ວຍຄວາມຈິງໃຈ ແລະ ປະຕິບັດຕາມກົດໝາຍ ຫລື ທີ່ເອີ້ນວ່າ: ເປັນສິນຫ້າຂໍ້ໄດ້ອ່າວດີຈົນເປັນຄຳຕິດ ຫູມາດົນວ່າ: ຄົນບູຮານແຕ່ກີ້ແຕ່ກ່ອນ ນັ້ນເປັນຄົນສັດຊື່ ແລະ ຈິງໃຈ, ແຕ່ເວົ້າແນວນີ້ບໍ່ແມ່ນວ່າຄົນເຮົາໃນປັດຈຸບັນຈະບໍ່ມີ ນັບຖືຮີດ, ຖືຄອງ. ດຽວນີ້ ເພິ່ນກໍນັບຖືເໝືອນກັນ, ແຕ່ການນັບຖືການປະຕິບັດອາດຈະແຕກຕ່າງກັນເພາະສັງຄົມສະໄໝ ໃໝ່ໄດ້ວິວັດທະນາການໄປຕາມໂລກທີ່ທັນສະໄໝຂຶ້ນ, ເຄື່ອງໄມ້ເຄື່ອງມື ແລະ ອຸປະກອນທຸກຢ່າງໄດ້ພັດທະນາຂຶ້ນເພື່ອສ້າງ ຄວາມສະດວກສະບາຍໃຫ້ກັບຕົນເອງ ແລະ ສັງຄົມທີ່ຄົນເຮົາພວມດຳລົງຊີວິດຢູ່.

    ແຕ່ສ່ວນທີ່ເປັນເລື່ອງ ເຊິ່ງ ພວກເຮົາຄວນຄຳນຶງເຖິງຜົນລົບ ທີ່ຈະຕາມມາຫາສັງຄົມ ແລະ ຮີດ ຄອງປະເພນີຂອງເຮົານັ້ນ ຄືໃຈ ມະນຸດເຮົາເອງທີ່ພວມຫລົງລະ ເລີງໃນຄວາມສຸກອັນຈອມປອມ ເຊິ່ງຈິດໃຈຂອງເຮົາຕັ້ງເອົາໄວ້ ວ່າ: ຖ້າມີເງິນຫລາຍ, ມີເຮືອນ ຫລັງໃຫຍ່, ມີຂ້ອຍຂ້າມ້າໃຊ້ເປັນ ຈຳນວນຫລາຍນັ້ນ ຄືຄວາມສຸກ ທີ່ຕົນເອງໄດ້ຮັບ, ມີຫລາຍຄົນທີ່ມີ ຄວາມຮູ້, ມີປັນຍາສຽບແຫລມ ແຕ່ບໍ່ມີເວລາເຂົ້າວັດຟັງທຳ ຫລື ບໍ່ມີເວລາອ່ານໜັງສືທຳມະ ເພື່ອ ປູກຝັງຈິດສຳນຶກໃຫ້ແກ່ອະນຸຊົນ ຄົນຮຸ່ນໃໝ່ໃນປັດຈຸບັນນີ້ປາກົດ ວ່າມີໜ້ອຍ ແລະ ຫລາຍຄົນຄິດ ວ່າເປັນເລື່ອງເຟີ້ຝັນ, ງົມງວາຍ, ບໍ່ເຂົ້າທ່າ, ແຕ່ຄວາມຈິງ ແລ້ວນັ້ນແມ່ນຄວາມເຂົ້າໃຈຜິດຫລາຍກວ່າເພາະສັງຄົມເຮົາຖືກເບື່ອເມົາ ແລະ ເສບຕິດໃນຫລາຍໆ ເລື່ອງ, ຫລາຍໆບັນຫາ ເຊັ່ນ: ເສບຕິດອະບາຍຍະມຸກ, ກິເລດຕັນຫາ, ການຄ້າຂາຍສິ່ງຂອງມືນເມົາທຸກ ຢ່າງມີການໂຄສະນາເປີດກວ້າງຈົນເກີດຮີດ ຄອງປະເພນີ. ດັ່ງຕົວຢ່າງການສົ່ງເສີມການຂາຍ, ເຫລົ້າຢາ, ເບຍມີການລົດແລກແຈກແຖມ ເພື່ອດຶງດູດລູກຄ້າຢ່າງອອກໜ້າ ອອກຕາ, ຊື້ຫ້າ ແຖມສິບ ໂດຍບໍ່ຄຳນຶງເຖິງບາບບຸນຄຸນໂທດແຕ່ຢ່າງໃດເລີຍ. ນີ້ກໍຍ້ອນເຫດຜົນຂອງສັງຄົມເຮົາແລ່ນນຳ ຄວາມຈະເລີນທາງວັດຖຸຫລາຍກວ່າຄວາມຈະເລີນທາງຈິດໃຈເຊິ່ງໃນອະນາຄົດຄົນໃນ ສັງຄົມເຮົາອາດຈະຫາຄົນທີ່ມີຄວາມ ຈະເລີນທາງຈິດໃຈນີ້ໜ້ອຍລົງທຸກທີ. ດັ່ງນັ້ນ ມັນຈຶ່ງໄດ້ຮຽກຮ້ອງໃຫ້ຊາວພຸດທຸກຄົນຈົ່ງຈະເລີນການກະທຳທີ່ບໍ່ຖືກບໍ່ຕ້ອງ ກັບຮີດຄອງທຳທີ່ພະພຸດໄດ້ຊົງສອນຊາວໂລກເອົາໄວ້.

No comments:

Post a Comment