Ad

Ad

17 October 2013

ບໍລິສັດຣາຊ-ລາວ ມອບເງິນຊ່ວຍເຫລືອຜູ້ປະສົບໄພນ້ຳຖ້ວມຢູ່ແຂວງຕ່າງໆ

    ສະມາຄົມນັກຂ່າວແຫ່ງ ສປປ ລາວ ໄດ້ລະດົມທຶນຈາກພາກ ສ່ວນຕ່າງໆເພື່ອ ຊ່ວຍເຫລືອຜູ້ປະສົບໄພນ້ຳຖ້ວມຢູ່ບັນດາແຂວງ ຕ່າງໆທີ່ໄດ້ຮັບຜົນກະທົບໃນເດືອນ ສິງຫາ-ກັນຍາທີ່ຜ່ານມາ. ໂດຍ ໃນຕອນແລງວັນທີ 15 ຕຸລານີ້, ບໍລິສັດຣາຊ-ລາວໄດ້ ມອບເງິນ ສົດ 12,5 ລ້ານກີບ ໂດຍການກ່າວ ມອບຂອງທ່ານ ຊິນນະກອນ ທັນ ທາ ຜູ້ອຳນວຍການບໍລິສັດ ແລະ ກ່າວຮັບໂດຍທ່ານ ບົວລະພັນ ພັນພິລົມ ບັນນາທິການ ໃຫຍ່ໜັງສືພິມປະຊາຊົນສຽງຂອງສູນກາງພັກ, ຮອງປະທານສະມາຄົມ ນັກຂ່າວ ແຫ່ງສ ປປ ລາວ ແລະ ໃນໂອກາດດຽວກັນ, ທ່ານ ໂພສີແກ້ວ ໂພທິສານ ເຈົ້າຂອງສະໜາມກິລາເຕະບານປະສານ ມິດກໍໄດ້ ມອບເງິນສ່ວນຕົວຈຳນວນ 5 ລ້ານກີບເພື່ອປະກອບສ່ວນຊ່ວຍເຫລືອຜູ້ປະສົບໄພນ້ຳຖ້ວມໂດຍຜ່ານສະມາຄົມນັກ ຂ່າວແຫ່ງ ສປປ ລາວ ເຊັ່ນດຽວກັນ.
     ໃນໂອກາດດັ່ງກ່າວ, ບັນນາທິການໃຫຍ່ໜັງສືພິມປະຊາຊົນກໍໄດ້ຕາງໜ້າສະມາຄົມນັກຂ່າວແຫ່ງ ສປປ ລາວ ກ່າວສະ
ແດງຄວາມຂອບໃຈຕ່ໍບໍລິສັດຣາຊ-ລາວ ແລະ ທ່ານ ໂພສີແກ້ວ ໂພທິ ສານ ທີ່ມີນ້ຳໃຈຊ່ວຍເຫລືອຕໍ່ຜູ້ປະສົບໄພທຳມະຊາດນ້ຳ ຖ້ວມຢູ່ແຂວງຕ່າງໆຂອງລາວເຮົາ ແລະ ຢືນຢັນວ່າຈະນຳເອົາເງິນຈຳນວນດັ່ງກ່າວໄປຊ່ວຍເຫລືອໃຫ້ແຂວງທີ່ຖືກກະທົບໃນ ຄັ້ງນີ້. ພ້ອມກັນນີ້, ສະມາຄົມນັກຂ່າວກໍ ໄດ້ມອບໃບຍ້ອງຍໍໃຫ້ບໍລິສັດຣາຊ-ລາວ ແລະ ທ່ານ ໂພສີແກ້ວ ໂພທິ ສານເພື່ອສະ ແດງຄວາມຮູ້ບຸນຄຸນຕໍ່ການປະກອບສ່ວນດັ່ງກ່າວ. ໃນໂອກາດດຽວກັນທາງສະມາຄົມນັກຂ່າວແຫ່ງ ສ ປປ ລາວ ແລະ ບໍລິສັດ ຣາຊ-ລາວ ກໍໄດ້ຈັດການແຂ່ງຂັນເຕະບານມິດຕະພາບຂຶ້ນຢູ່ເດີ່ນປະສານມິດບ້ານ ໂພນພະເນົາເມືອງ ໄຊເສດຖານະຄອນ ຫລວງວຽງຈັນເພື່ອສ້າງຄວາມສາມັກຄີຮັກແພງ ແລະ ການແຂ່ງຂັນໄດ້ດຳເນີນໄປດ້ວຍບັນຍາກາດເບີກບານມ່ວນຊື່ນກ່ອນ ຜົນການແຂ່ງຂັນຈະຈົບລົງສະເຫມີ 4-4 ປະຕູ.

No comments:

Post a Comment