Ad

Ad

16 October 2013

ກອງປະຊຸມຄົບຄະນະບໍລິຫານງານກຳມະບານລາວຄັ້ງທີ 4 ສະໄຫມທີ 6



         ວັນທີ 15 ຕຸລານີ້ຄະນະບໍລິຫານງານສູນກາງກຳມະບານລາວໄດ້ຈັດກອງປະ ຊຸມຄັ້ງທີ່ 4 ສະໄໝທີ 6 ຂອງຕົນຂຶ້ນ, ທີ່ສູນປະຊຸມແຫ່ງຊາດ, ພາຍໃຕ້ການເປັນປະ ທານຂອງທ່ານ ຄຳຫຼ້າ ລໍລອນສີ ປະທານສູນກາງສະຫະພັນກະມະບານລາວ, ມີທ່ານ ຈັນສີ ໂພສີຄຳ ຫົວໜ້າຄະນະຈັດຕັ້ງສູນກາງພັກ, ພ້ອມດ້ວຍປະທານສູນກາງແນວ ລາວສ້າງຊາດ, ຜູ້ຕາງໜ້າສະຫະພັນແມ່ຍິງ, ສູນກາງຊາວໜຸ່ມ, ສະຫະພັນນັກຮົບ ເກົ່າ ແລະ ສະຫະພັນກຳມະບານແຂວງຕ່າງໆເຂົ້າຮ່ວມເປັນຈຳນວນຫລາຍ.
         ທ່ານ ຄຳຫຼ້າ ລໍລອນສີກ່າວ ເປີດກອງປະຊຸມວ່າ: ກອງປະຊຸມຄັ້ງທີ 4 ສະໄໝທີ 6 ຂອງຄະນະບໍລິຫານງານສູນກາງ ກຳມະບານລາວໃນຄັ້ງນີ້, ຈະໄດ້ພ້ອມກັນສຸມໃສ່ຄົ້ນຄວ້າປະກອບຄຳຄິດເຫັນໃສ່ຮ່າງບົດສະຫຼຸບ, ລາຍງານສະພາບການຈັດ ຕັ້ງປະຕິບັດວຽກງານຂອງກຳມະບານໃນໄລຍະ 1 ປີ ຜ່ານມາ ແລະ ໄລຍະເຄິ່ງສະໄໝຂອງການຈັດຕັ້ງປະຕິບັດມະຕິກອງປະ
ຊຸມໃຫຍ່ຄັ້ງທີ 6 ຂອງສູນກາງສະຫະພັນກຳມະບານລາວ, ເພື່ອເຮັດໃຫ້ເນື້ອໃນຂອງບົດລາຍງານມີຄວາມຊັດເຈນຂຶ້ນກວ່າ ເກົ່າ, ພ້ອມນັ້ນກໍ່ຈະໄດ້ຕົກລົງຮັບຮອງເອົາທິດທາງ ແລະ ແຜນການປະຕິບັດງານໃນປີຕໍ່ໜ້າ ແລະ ທິດທາງທ້າຍສະໄໝຂອງ ກອງປະ ຊຸມໃຫຍ່ຄັ້ງທີ 6 ຂອງ ສກລ, ນອກນັ້ນກອງປະຊຸມຄັ້ງນີ້ ຈະໄດ້ດຳເນີນການສຳຫຼວດ, ກວດກາພາຍໃນຄະນະບໍລິ ຫານງານ ຂອງຕົນກ່ຽວກັບການຊີ້ນຳໆພາວຽກງານຂອງແຕ່ລະສະຫາຍຜ່ານໄລຍະກາງສະໄໝນັບແຕ່ກອງປະຊຸມໃຫຍ່ຄັ້ງທີ 6 ຈົນເຖິງ ປັດຈຸບັນ, ເພື່ອເຮັດໃຫ້ການນຳພາວຽກງານດັ່ງກ່າວມີປະສິດຜົນກວ່າເກົ່າ, ນອກຈາກນັ້ນກໍຈະໄດ້ສະຫຼຸບບັ້ນແຂ່ງຂັນ 2 ດີ 5 ເປັນເຈົ້າຂອງກຳມະບານ, ພ້ອມທັງຍ້ອນຍໍແຕ່ລະພາກສ່ວນທີ່ມີຜົນງານດີ່ເດັ່ນ.

No comments:

Post a Comment