Ad

Ad

16 October 2013

ການາດາຕົກລົງໃຫ້ການສະຫນັບສະຫນູນ 1 ລ້ານໂດລາສະຫະລັດປະກອບສ່ວນແກ້ໄຂບັນຫາລະເບີດບໍ່ທັນແຕກຢູ່ລາວ



      ທ່ານ ຈອນ ​ແບ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ກາ​ນາ​ດາ ​ໄດ້​ປະກາດ​ຈະ​ໃຫ້ການ​ສະໜັບສະໜູນ​ທຶນ​ຈຳ ນວນ 1 ລ້ານ​ໂດ​ລາ​ສະຫະລັດ ​ເພື່ອ​ນຳ​​ໃຊ້​ເຂົ້າ​ໃນ​ກາ​ນວຽກງານ​ເກັບ​ກູ້​ລະ​ເບີດ​ຢູ່ລາວ. ການ​ປະກາດ​ດັ່ງກ່າວ​ມີຂຶ້ນ​ໃນ​ໂອກາດ​ທີ່​ທ່ານ ​ແລະ ຄະນະໄດ້​ໄປ​ຢ້ຽມຢາມ​ສູນ​ຟື້ນຟູ​ຄົນ​ພິການ ໃນ​ວັນ​ທີ 15 ຕຸລາ​ນີ້.
         ທ່ານ ຈອນ ​ແບ ກ່າວ​ວ່າ: ການ​ຢ້ຽມຢາມ​ເທື່ອ​ນີ້ມີ​ຄວາມ​ສຳຄັນ​ຫລາຍ ​ໂດຍ​ສະ​ເພາະ​ການ​ເຮັດ​ວຍກກ່ຽວ​ກັບ​ການ​ເກັບ​ກູ້​ລະ​ເບີດ​ບໍ່​ທັນ​ແຕກ ​ແລະ ການ​ໃຫ້ ການ​ສະໜັບສະໜູນ​ຊ່ວຍ​ເຫລືອ​ຜູ້​ຖືກ​ເຄາະ​ຮ້າຍ​ຈາກ​ລະ​ເບີດ​ບໍ່​ທັນ​ແຕກ​ໃນ​ປາງ​ສົງຄາມ. ປະ​ເທດ​ລາວ​ເປັນ​ໜຶ່ງ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຢ່າງ​ໜັກໜ່ວງ​ຈາກ​ລະ​ເບີດ​ລູກ​ຫວ່ານ ​ແລະ ມິນ​ຝັງ​ດິນ ​ເຊິ່ງລະ​ເບີດ​ດັ່ງກ່າວ​ໄດ້​ສືບຕໍ່​ທຳລາຍ​ຊີວິດ ​ແລະ ສ້າງ​ຄວາມ​ຫຍຸ້ງຍາກ​ຕໍ່​ການ​ດຳລົງ​ຊີວິດ​ຂອງ​ປະຊາ ຊົນ​ລາວ​. ດັ່ງນັ້ນ ປະ​ເທດ​ກາ​ນາ​ດາ​ຈຶ່ງ​ເພີ່ມ​ທະວີ​ການ​ມີ​ສ່ວນ​ຮ່ວມ​ໃນ​ພັນທະ​ເຂົ້າວຽກ​ງານ​ລະ​ເບີດ​ລູກ​ຫວ່ານ ​ແລະ ສົນທິສັນຍາ​ວ່າ​ດ້ວຍ​ການ​ຕ້ານ​ລະ​ເບີດ ​ແລະ ສຳ ລັບ​ປີນີ້ ປະ​ເທດ​ກາ​ນາ​ດາ​ຈະ​ໃຫ້ ການ​ສະໜັບສະໜູນ​ເປັນ​ຈຳນວນ​ເງິນ 1 ລ້ານ​ໂດ​ລາ​ສະຫະລັດ ​ໃຫ້​ແກ່​ວຽກ​ງານ​ດ້ານ​ລະ​ເບີດ​ໃນ​ລາວ ​ໂດຍ​ຈຳ
ນວນ​ເງິນ​ດັ່ງກ່າວ​ຈະ​ໄດ້​ສະໜັບສະໜູ​ນຜ່ານ 2 ​ໂຄງ ການ ຄື​ໂຄງການ​ທຳ​ອິດ​ຈະ​ຖືກ​ດຳ​ເນີນ​ໂດຍ​ອົງການ​ເກັບ​ກູ້​ລະ​ເບີດ​ແມັກ (MAG) ​ໃນ​ເນື້ອທີ່ 150.000 ​ຕາ​ແມັດ ​ແລະ ​ໂຄງ ການ ທີ​ສອງສະໜັບສະໜູນ​ການ​ຮ່ວມ​ມື​ລະຫວ່າງ​ໂຄງການ​ເກັບ​ກູ້​ລະ​ເບີດ​ແຫ່ງ​ຊາດ (UXO Lao) ​ແລະ ອົງ ການ ສປຊ ​ເພື່ອ​ການ​ພັດທະນາ ​ເຊິ່ງນັບ​ແຕ່​ປີ 2009-2011 ກາ​ນາ​ດາ​ໄດ້​ສະໜັບສະ ໜູນ​ຂະ​ແໜງ​ການ​ທີ່​ຕິດ​ພັນ​ກັບ​ລະ​ເບີດ​ບໍ່​ທັນ​ແຕກ ​ເພື່ອ​ຊ່ວຍ​ເຫລືອ​ປະຊາຊົນ​ລາວ, ຊ່ວຍ​ເຫລືອ​ຊີວິດ​ການ​ເປັນ​ຢູ່​ເພື່ອ​ໃຫ້​ເຂົາ​ເຈົ້າມີ​ສະພາບ​ແວດ​ລ້ອມ​ທີ່​ປອດ​ໄພລວມທັງ​ສອງ​ໂຄງການ​ທີ່​ກ່າວ​ມານີ້ ​ເປັນ​ຈຳ ນວນ​ເງິນ​ຫລາຍ​ກວ່າ 2,1 ລ້ານ​ໂດ​ລາ​ສະຫະ ລັດ.

No comments:

Post a Comment