Ad

Ad

16 October 2013

ລັດຖະບານເອົາໃຈໃສ່ກໍລະນີອຸປະຕິເຫດຢູ່ໄທ ສົ່ງຜົນໃຫ້ມີຄົນລາວເສຍຊີວິດແລະບາດເຈັບເປັນຈຳນວນຫລາຍ



          ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໂດຍສະເພາະສະຖານທູດລາວປະຈຳບາງກອກປະເທດໄທ ໄດ້ມີຄວາມ ຮ້ອນອົກຮ້ອນໃຈໂດຍເລັ່ງຕິດຕາມ ແລະ ເອົາໃຈໃສຢ່າງໃກ້ຊິດເພື່ອໃຫ້ຄວາມຊ່ວຍເຫລືອຄົນລາວ ພາຍຫລັງໄດ້ຮັບຊາບກໍລະ ນີອຸປະຕິເຫດລົດກະບະບັນທຸກແຮງງານລາ ເສຍຫລັກຕຳຕົ້ນໄມ້ແຄມທາງຢູ່ບ້ານໂພນສະຫວັນ ເມືອງບ້ານດ່ານ ແຂວງບູລີລຳ ປະເທດໄທ ສົ່ງຜົນໃຫ້ມີຜູ້ເສຍຊີວິດ 19 ຄົນ ແລະ ບາດເຈັບ 6 ຄົນໃນວັນທີ 7 ຕຸລາ 2013.                            
           ພາຍຫລັງສະຖານກົງສຸນໃຫຍ່ແຫ່ງ ສປປ ລາວ ປະຈຳ ຂອນແກ່ນປະເທດໄທໄດ້ຊາບຂ່າວກໍລະນີອຸປະຕິເຫດດັ່ງ ກ່າວກໍໄດ້ມີການປະສານໄປຍັງສະຖານທູດເພື່ອປຶກສາຫາລືຮ່ວມກັນໃນການຕິດຕາມເຫດການນັ້ນໃນວັນທີ 8 ຕຸລາ 2013 ທ່ານ ຮັກສາການ ກົງສູນ ໃຫຍ່ພ້ອມພະນັກງານວິຊາການໄດ້ເດີນທາງໄປແຂວງບູລີລຳ ແລະ ວັນທີ 9 ຕຸລາ 2013 ໄດ້ພົບປະ ກັບເຈົ້າແຂວງບູລີລຳ ແລະ ພາກສ່ວນອື່ນໆ ທີ່ກ່ຽວຂ້ອງເຊັ່ນ: ຜູ້ບັນຊາການຕຳຫລວດພູທອນ, ແຮງງານ, ສາທາລະນະສຸກ, ຜູ້ອຳ ນວຍການໂຮງໝໍ, ເຈົ້າເມືອງບ້ານດ່ານ ແລະ ຕົວແທນປະກັນໄພຢູ່ແຂວງບູລີລຳ ເຊິ່ງຈຸດປະສົງໃນການພົບປະຄັ້ງນີ້ແມ່ນ ເພື່ອແກ້ໄຂເຫດດັ່ງກ່າວໃຫ້ສຳເລັດໄປດ້ວຍດີຂະນະທີ່ທ່ານເຈົ້າ ແຂວງ ບູລີລຳ ແລະ ພາກສ່ວນກ່ຽວຂ້ອງໄດ້ແຈ້ງໃຫ້ຊາບວ່າ ພ້ອມທີ່ຈະໃຫ້ການຊ່ວຍເຫລືອ ແລະ ອຳນວຍຄວາມສະດວກທຸກຢ່າງເຊັ່ນ: ຈັດໜ່ວຍພິສູດສືບສວນສອບສວນຫາສາເຫດ ການເກີດອຸບັດຕິເຫດ, ພິສູດສອບສວນຫາພີ່ນ້ອງມາຢັ້ງຢືນຮັບສົບ, ການເກັບສົບຜູ້ເສຍຊີວິດ ແລະ ການເບິ່ງແຍງປິ່ນປົວຜູ້ໄດ້ ຮັບບາດເຈັບ, ການສະເໜີບໍລິສັດປະກັນໄພໃນການຊ່ວຍເຫລືອເບື້ອງຕົ້ນຕໍ່ຜູ້ເສຍຊີວິດ ແລະ ບາດເຈັບ. ທ່ານເຈົ້າແຂວງຍັງ
ຢ້ຳຕື່ມອີກວ່າ: ຜູ້ປະສົບອຸບັດຕິເຫດເສຍຊີວິດ ແລະ ບາດເຈັບຈະຢູ່ໃນກໍລະນີໃດກໍຕາມຂໍໃຫ້ເຂົາເຈົ້າເຫລົ່ານັ້ນ ໄດ້ຮັບການ ຊ່ວຍເຫລືອເບື້ອງສາກ່ອນ. ນອກນີ້ ຜູ້ບັນຊາການຕຳຫລວດ ພູທອນ ແຂວງບູລີລຳ ຍັງໄດ້ແຈ້ງໃຫ້ຊາບອີກວ່າຜູ້ບັນຊາການຕຳ ຫລວດແຫ່ງຊາດ ທ່ານ ພົນຕຳຫລວດເອກ ອາດຸນ ແສງ ສີແກ້ວຍັງ ໄດ້ມີຄຳສັງໃຫ້ຕຳຫລວດທຸກໜ່ວຍງານທີ່ກ່ຽວຂ້ອງໃຫ້ ເອົາໃຈໃສ່ແກ້ໄຂຕໍ່ເຫດການດັ່ງກ່າວເປັນກໍລະນີພິເສດ ແລະ ທ່ານ ຫລີ ບຸນຄ້ຳ ເອກອັກຄະລັດຖະທູດລາວຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳຢູ່ປະເທດໄທ ກໍໄດ້ແຈ້ງເຫດການອຸບັດຕິບັດດັ່ງກ່າວໃຫ້ ທ່ານ ຈາລຸພົງ ເລືອງສຸວັນ ລັດຖະມົນຕີວ່າ ການກະຊວງມະຫາດໄທຊາບເພື່ອຊ່ວຍແກ້ໄຂເຫດການດັ່ງກ່າວຕື່ມ.     
         ພາຍຫລັງພົບປະຮ່ວມກັນ, ທ່ານ ເຈົ້າ ແຂວງບູລີລຳ ໄດ້ໃຫ້ຜູ້ບັນຊາການຕຳຫລວດພູທອນ ແຂວງພ້ອມຄະນະ ທີ່ ກ່ຽວຂ້ອງໄປເບີ່ງສະຖານທີ່ເກີດເຫດທີ່ ບ້ານໂນນສະຫວັນ ຕາແສງບ້ານດ່ານ ເມືອງບ້ານດ່ານ ແຂວງບູລີລຳ ໂດຍພົນປະຜູ້ບັງ ຄັບການຕຳຫລວດພູທອນ ເມືອງບ້ານດ່ານ ແລະ ພົບປະພີ່ນ້ອງຜູ້ເສຍຊີວິດທີ່ມາຢັ້ງຢືນຮັບສົບກັບບ້ານຈຳນວນໜຶ່ງຢູ່ກອງບັນ ຊາການຕຳຫລວ ພື້ນທີ່ເກີດເຫດ ແລະ ໄດ້ຮັບຟັງການແຈ້ງສາເຫດການເກີດອຸບັດຕິເຫດໃນເບື້ອງຕົ້ນວ່າລົດຄັນດັ່ງກ່າວໄດ້ບັນ ທຸກແຮງງານລາວ ຈຳນວນ 25 ຄົນ ຈາກແຂວງສະມຸດປະການ ມຸ່ງໜ້າໄປແຂວງອຸບົນຣາຊະທານີ ແລະ ມາເກີດອຸບັດຕິເຫດ ຢູ່ຈຸດດັ່ງກ່າວ ໃນເວລາ 6:00 ໂມງເຊົ້າຂອງວັນ ທີ 7 ຕຸລາ 2013 ຢູ່ບ້ານໂນນສະຫວັນ ເມືອງບ້ານດ່ານ ເຊິ່ງເຮັດ ໃຫ້ມີຜູ້ ເສຍຊີວິດທັງໝົດ 19 ຄົນ ໃນນັ້ນຊາຍ 11 ຄົນ ຍິງ 8 ຄົນ ແລະບາດເຈັບ 6 ຄົນ ໃນນັ້ນ ຊາຍ 5 ຄົນ ຍິງ 1 ຄົນ ພ້ອມດຽວ ກັນນັ້ນ ກໍຊາບວ່າສ່ວນໃຫຍ່ແມ່ນປະຊາຊົນແຂວງສາລະວັນ, ຈຳປາສັກ ແລະ ສະຫວັນນະເຂດ.     
             ຫລັງຈາກລົງໄປເບີ່ງສະຖານທີ່ເກີດອຸບັດຕິເຫດ, ຄະນະພ້ອມ ທ່ານ ເຈົ້າແຂວງໄດ້ສືບຕໍ່ເດີນທາງໄປຢ້ຽມຢາມ ແລະ ໃຫ້ກຳລັງໃຈຄົນເຈັບ ເຊິ່ງຖືໂອກາດ ດັ່ງກ່າວມອບເຄື່ອງຝາກຂອງຕ້ອນໃຫ້ແກ່ຜູ້ໄດ້ຮັບບາດເຈັບ ແລະ ໄດ້ພົບປະໂອ້ລົມ ກັບຍາດພີ່ນ້ອງຜູ້ທີ່ເສຍຊີວິດ. ມາຮອດວັນທີ 9 ຕຸລາ 2013 ໄດ້ຮັບແຈ້ງຈາກພີ່ນ້ອງມາຢັ້ງຢືນຮັບເອົາສົບໄປບຳເພັນກຸສົນ ແລ້ວ 9 ສົບ. ໃນຈຳນວນຜູ້ເສຍຊີວິດ ແລະ ຮັບບາດເຈັບທັງໝົດຍັງມີຈຳນວນໜຶ່ງຍັງບໍ່ມີພີ່ນ້ອງມາຢັ້ງຢືນຮັບສົບໄປເທື່ອ. ຕໍ່ກໍລະນີທີ່ຍັງບໍ່ທັນມີພີ່ນ້ອງມາຮັບສົບນັ້ນ ທາງສະຖານກົງສຸນໃຫຍ່ໄດ້ໂທລະເລກທາງດ່ວນແຈ້ງໄປຍັງພະແນກການຕ່າງປະ ເທດທັງສາມແຂວງປະສານໄປຍັງທຸກເມືອງເພື່ອແຈ້ງການໃຫ້ພີ່ນ້ອງຂອງພວກກ່ຽວຊາບໃນການກະກຽມເອກະສານຂໍ້ມູນ ຕ່າງໆ ເພື່ອໄປຢັ້ງຢືນຮັບເອົາສົບກັບບ້ານ ແລະ ຮັບການຊ່ວຍເຫລືອຈາກທາງການໄທ ເຊັ່ນບໍລິສັດປະກັນໄພໃນຂັ້ນຕອນຕໍ່ ໄປ.

No comments:

Post a Comment