ໃນວັນທີ 15 ຕຸລານີ້ ກອງບັນຊາການ ປກສ ເມືອງສີສັດຕະນາກ
ນະຄອນຫຼວ ງວຽງຈັນ ໄດ້ຈັດກອງປະຊຸມເຜີຍແຜ່ ແຜນປ້ອງກັນຄວາມສະຫງົບໃນງານບຸນຊ່ວງເຮືອຢູ່ທ່າ ວັດຈັນ
ແລະ ບຸນອອກພັນສາ ປະຈຳປີ 2013 ໂດຍການເຂົ້າຮ່ວມຂອງ ທ່ານ ພັນໂທ ໄຊ ພອນ ສີບຸນຫອມ ຫົວໜ້າກອງບັນຊາການ
ປກສ ເມືອງ ສີສັດຕະນາ ພ້ອມດ້ວຍເຈົ້າໜ້າທີ່ ປກສ
ແລະ ອຳ ນາດການປົກຄອງບ້ານເຂົ້າຮ່ວມເປັນຈຳນວນຫຼາຍ.
ບຸນອອກພັນສາ ແລະ ຊ່ວງເຮືອປະເພນີປະຈຳປີ
2013 ເປັນງານບຸນໃຫຍ່ ແລະ ເປັນຮີດຄອງປະເພນີທີ່ນັບຖືກັນມາ ສະນັ້ນ ເພື່ອຮັບປະກັນໃຫ້ງານມີຄວາມ
ສະຫງົບ ແລະ ຮັກສາໄວ້ຊຶ່ງຮີດ ຄອງປະ ເພນີວັດທະນະທຳອັນດີງາມຂອງພວກເຮົາ ເມືອງ ສີສັດຕະນາກ
ໄດ້ປຸກລະດົມໃຫ້ມວນ ຊົນໄດ້ເພີ່ມທະວີ ຮັກສາຄວາມສະຫງົບພາຍ ແລະ ຄວາມເປັນລະ ບຽບຮຽບຮ້ອຍໃນບ້ານຂອງຕົນ
ໂດຍການຫ້າມຈູດກະໂພກ ແລະ ອື່ນໆ ທີ່ເກີດສຽງດັງ, ພ້ອມດຽວກັນກໍຕ້ອງມີສະຕິໃນການ ໃຊ້ຟືນໄຟການໃຕ້ທູບທຽນ
ແລະ ອື່ນໆ ເພື່ອປ້ອງກັນອັກຄີໄພ ແລະ ໂຄສະນາໃຫ້ປະຊາຊົນເປັນເຈົ້າການຮັກສາຮີດຄອງປະເພ ນີໃນ
ການໄປຫຼີ້ນບຸນ, ຂະນະດຽວກັນກໍໄດ້ມີການບັນຈຸກຳລັງເຈົ້າໜ້າ ທີ່ປ້ອງກັນຕາມຈຸດສຳຄັນຕ່າງໆ
ເປັນຕົ້ນສີ່ແຍກໄຟແດງ
ມະໂຫສົດ, ສາມແຍກຄຣີນິກສາກົນ,
ສາມແຍກເຈົ້າອະນຸວົງ, ທາງໂຄ້ງທາດຂາວ, ຄິວລົດເມ ແລະ ຕະຫຼາດຂົວດິນ, ເຂດ ຫາດດອນຈັນ ເພື່ອຮັບປະກັນໄດ້ຄວາມສະຫງົບປອດໄພ
ແລະ ຄວາມເປັນລະບຽບຮຽບຮ້ອຍ, ເຮັດໃຫ້ງານບຸນກາຍເປັນບ່ອນ ມ່ວນຊື່ນລື່ນເລີງ ແລະ ຮັບປະກັນໄດ້ຮີດຄອງປະເພນີອັນດີງາມຂອງຊາດ,
ເປັນບ່ອນດຶງດູດແຂກເຂົ້າມາທ່ອງທ່ຽວລາວຫຼາຍ ຂຶ້ນ.
No comments:
Post a Comment