Ad

Ad

16 October 2013

ປຶກສາຫາລືກ່ຽວກັບວຍກງານຄົນພິການລາວປະຈຳປີ 2013



          ກອງ​ປະຊຸມ​ປຶກສາ​ຫາລື​ກ່ຽວ​ກັບ​ວຽກງານ​ຄົນ​ພິການ​ລາວ ປະຈຳ​ປີ 2013 ​ໄດ້​ໄຂ​ຂຶ້ນ ໃນ​ວັນ​ທີ 15   ຕຸລານີ້ ຢູ່ນະ ຄອນຫລວງ​ວຽງ​ຈັນ, ພາຍ​ໃຕ້​ການ​ເປັນ​ປະທານ ຂອງ ທ່ານ​ນາງ ອ່ອນ​ຈັນ ທຳ​ມະ​ວົງ ລັດຖະມົນຕີ​ວ່າການ​ກະຊວງ​ແຮງ​ງານ ​ແລະ ສະຫວັດດີ​ການ​ສັງຄົມ, ມີ​ບັນດາຜູ້ຕາງໜ້າ​ຈາກ​ກະຊວງກ່ຽວ ຂ້ອງ​ອ້ອມ​ຂ້າງ​ສູນ​ກາງ, ອົງການ​ຈັດຕັ້ງສາກົນ​ປະຈຳ​ລາວ, ຜູ້ຕາງໜ້າ​ສະມາຄົມ​ຄົນ​ພິການ​ລາວ ແລະ ພາກສ່ວນ​ກ່ຽວຂ້ອງ​ເຂົ້າ ຮ່ວມ. ​ໃນ​ກອງ​ປະຊຸມ​ດັ່ງກ່າວ ​ໄດ້​ປຶກສາ​ຫາລື​ຫລາຍ​ບັນ ຫາທີ່​ພົວພັນ​ກັບ​ວຽກ​ງານ​ຄົນ​ພິການເປັນຕົ້ນ: ນະ​ໂຍບາຍ​ດ້ານ​ການ​ພັດທະນາ, ການ​ລຶບລ້າງ​ຄວາມທຸກຍາກ​, ການ​ມີ​ສ່ວນ​ຮ່ວມ​ດ້ານ​ສັງຄົມ, ການ​ມີ​ວຽກ​ເຮັດ​ງານ​ທຳ, ການ​ເຂ້ົາ​ເຖິງ​ການ​ບໍລິການ​ຂັ້ນພື້ນຖານ​ທາງ​ສັງຄົມ, ຂະ​ບວນການ​ຕັດສິນ​ໃຈ ​ແລະ ອື່ນໆ.
            ​ໃນ​​ໂອກາດ​ກ່າວ​ເປີດ ກອງ​ປະຊຸມ ທ່ານ​ນາງ ອ່ອນ​ຈັນ ​ທຳ​ມະ​ວົງ ​ໄດ້​ຍົກ​ໃຫ້​ເຫັນ​ວ່າ: ຜ່ານ​ມາ​ລັດຖະບານ​ລາວ ​ໄດ້​ໃຫ້​ຄວາມ​ສຳຄັນ​ຕໍ່​ການ​ພັດທະນາ​ຄົນ​ພິການ ​ແລະ ຖື​ເປັນ​ບູລິ​ມະ​ສິດ​ຕ້ົນຕໍ​ໃນ​ແຜນ​ພັດທະນາ ດ້ວຍ​ການ​ສົ່ງ​ເສີມ ​ແລະ ​ໃຫ້
ການ​ສະໜັບສະໜູນ​ໃນ​ຫລາຍ​ຮູບ​ການ ເພື່ອ​ແນ​ໃສ່​ໃຫ້​ເຂາ​ເຈົ້າ​ໄດ້​ມີ​ການ​ພັດທະນາ​ຢ່າງ​ຕັ້ງໜ້າ  ​ເຊັ່ນ: ສົ່ງ​ເສີມ​ດ້ານ​ການ​ສຶກ ສາ, ການ​ບໍລິ ການ​ສຸຂະພາບ, ການ​ເຝິກ​ອົບຮົມ​ວິຊາ​ຊີບ​, ການ​ຈ້າງ​ງານ, ການ​ປົກ​ປ້ອງ​ທາງ​ສັງຄົມ, ການ​ເຂົ້າ​ເຖິງ​ຂໍ້​ມູນ​ຂ່າວ ສານ, ລວມທັງ​ການ​ມີ​ສ່ວນ​ຮ່ວມ​ໃນ​ການ​ພັດທະ ນາ​ຢູ່​ຂັ້ນສູນ​ກາງ ​ແລະ ຊຸມ​ຊົນ. ​ແຕ່​ຜ່ານ​ການ ຈັດຕັ້ງປະຕິບັດ​ຕົວ​ຈິງ ຍັງ​ເຫັນ​ວ່າ: ຄົນ​ພິການ​ຈຳ ນວນ​ຫລາຍ​ຍັງ​ບໍ່​ທັນ​ສາມາດ​ເຂົ້າ​ເຖິງການ​ບໍລິການ​ທາງ​ສັງຄົມ​ໄດ້​ຢ່າງ​ເຕັມ​ສ່ວນສາ​ເຫດ​ເນື່ອງ​ຈາກ ​ແນວ​ຄວາມ​ຄິດ​ຂອງ​ສັງຄົມ​ສ່ວນ​ຫລາຍ​ຍັງ​ມີ​ຂໍ້​ຈຳກັດ​ຕໍ່​ຄົນ​ພິການ​, ທຶນ​ທີ່​ນຳ​ໃຊ້​ໃນ​ການ​ພັດທະນາ​ສິ່ງ​ອຳນວຍ​ຄວາມ​ສະດວກ​ສຳລັບ​ຄົນ​ພິການ​ຍັງ​ມີ​ຈຳກັດ ​ແລະ ອື່ນໆ.
          ຕະຫລອດ​​ໄລຍະ​ການ​ດຳ​ເນີນ​ກອງ​ປະຊຸມ 1 ວັນ​, ຜູ້​ເຂົ້າຮ່ວມ ​ໄດ້​ຄົ້ນຄວ້າ​ປະກອບ​ຄຳ​ເຫັນ​ໃສ່​ຂໍ້ຄົງຄ້າງ​ໃນ​ການຈັດ ຕັ້ງປະຕິບັດ​ວຽກ​ງານ​ໄລຍະ​ຜ່ານ​ມາ ​ເພື່ອ​ນຳ​ມາ​ປັບປຸງ​ແກ້​ໄຂ ແລະ ພັດທະນາ​ຊີວິດ​ການ​ເປັນ​ຢູ່​ຂອງ​ຄົນ​ພິການ​ລາວ​ໃຫ້​ນັບ​ມື້ດີ​ຂຶ້ນ, ທັງ​ເປັນ​ຊ່ອງ​ທາງໃຫ້​ລັດຖະບານ, ອົງການ​ຈັດຕ້ັງຂອງ​ຄົນ​ພິການ, ອົງການ​ຈັດຕັ້ງສາກົນ ແລະ ຄູ່​ຮ່ວມ​ງານ​ດ້ານ​ການ​ພັດ ທະນາສາມາ​ຮັບ​ຮູ້​ໄດ້​ເຖິງ​ຄວາມ​ຕ້ອງການ​ຈຳ​ເປັນ​ໃນ​ການ​ປັບ ປຸງ​, ສົ່ງ​ເສີມ ​ແລະ ​ການ​ພັດທະນາ​ຄົນ​ພິການ​ໃຫ້​ມີ​ປະສິດທິພາບ ແລະ ປະສິດທິ​ຜົນ​ຫລາຍ​ຂຶ້ນ.

No comments:

Post a Comment