ສ ສະຫງົບ ແມ່ນໜຶ່ງ ໃນ ແຜນນະໂຍບາຍ 6 ສ ທີ່ນະ
ຄອນຫຼວງວຽງຈັນວາງອອກ ເຊິ່ງ ຜ່ານການຈັດຕັ້ງປະຕິບັດ ເຫັນວ່າຍັງເດີນໄປໄດ້ຊ້າ ເນື່ອງຈາກສະພາບປາກົດການຫຍໍ້ທໍ້ທາງສັງຄົມຍັງເກີດມີຂຶ້ນ
ໂດຍສະເພາະສະພາບລັກລົດນັບວ່າ ເປັນບັນຫາພົ້ນເດັ່ນ ແລະ ເຮັດໃຫ້ເຈົ້າໜ້າທີ່ ປກສ ນະຄອນຫຼວງວຽງຈັນ
ໄດ້ຍົກຂຶ້ນປຶກສາຫາລື ແລະ ຊອກຫາມາດຕະການ ແກ້ໄຂຄື: ເມື່ອອາທິດຜ່ານມາໄດ້ເກີດເຫດກຸ່ມຄົນບໍ່ດີເຄື່ອນໄຫວລັກລົດຈັກຕາມສະຖານທີ່ຊຸມຊົນ
ແລະ ສຳນັກງານຫ້ອງ ການຕ່າງໆເຊິ່ງມີຜູ້ແຈ້ງເສຍຫາຍຫຼາຍກ່ວາ 10 ຄັນ, ນອກ ນັ້ນຍັງມີເຫດການປຸ້ນເອົາລົດຈັກຂອງປະຊາຊົນຫຼາຍຄັນຢູ່ຕາມ
ເສັ້ນທາງປ່ຽວ ແລະ ອື່ນໆ.
ທ່ານ ພັນໂທ ສະຫຼອງ ແສງອາທິດ ຫົວໜ້າຫ້ອງຕຳຫຼວດນະຄອນຫຼວງວຽງຈັນ
ກ່າວໃນກອງປະຊຸມແກ້ໄຂປາກົດ ການຫຍໍ້ທໍ້ທາງສັງຄົມ ວ່າ: ໃນປີ 2013 ມີ ປະກົດການຫຍໍ້ທໍ້ເກີດຂຶ້ນ
686 ເລື່ອງ, ໃນນັ້ນປຸ້ນຊັບພົນລະເມືອງ ມີ 66 ເລື່ອງ, ຊີງຊັບພົນລະເມືອງ 101 ເລື່ອງ, ລັກຊັບພົນລະເມືອງ
491 ເລື່ອງ, ໃນນັ້ນມີລົດຈັກເສຍ 300 ກ່ວາຄັນ. ທຽບໃສ່ປີ ຜ່ານ ມາ ເຫັນວ່າມີຈຳນວນເພີ່ມຂຶ້ນຫຼາຍ
ມີລົດໃຫຍ່ເສຍຫາຍ 14 ຄັນ ແລະ ກຳລັງເຈົ້າໜ້າທີ່ສາມາດມ້າງຄະດີຕ່າງໆໄດ້ 416 ເລື່ອງ, ໃນນັ້ນປຸ້ນຊັບພົນລະເມືອງ
275 ເລື່ອງ, ຊີງຊັບ 54 ເລື່ອງ, ຄ້າຂາຍຢາເສບຕິດ 40 ເລື່ອງ. ທ່ານ ພັນໂທ ສະຫຼອງ ກ່າວວ່າ:
ປັດຈຸບັນຍັງມີຫຼາຍກຸ່ມເປົ້າໝາຍທີ່ອັນ ຕະລາຍຍັງສືບຕໍ່ໄດ້ເຄື່ອນ ໄຫວ ກະທຳຜິດດ້ວຍຫຼາຍຮູບການໂດຍສະເພາະແມ່ນປຸ້ນ
ຊັບ-ຊີງຊັບ, ລັກຊັບ, ຄ້າຂາຍຢາເສບຕິດ, ມົ້ວສຸມຢາເສບຕິດ, ຫຼີ້ນກິນຟຸມເຟືອຍຕາມສະຖານທີ່ບັນເທີງ,
ເປົ້າໝາຍທີ່ຕົກເປັນ ເຫຍື່ອຂອງກຸ່ມດັ່ງກ່າວສ່ວນຫຼາຍແມ່ນຜູ້ຍິງຢູ່ຕາມຮ້ານເສີມສວຍ, ຮ້ານຂາຍເຄື່ອງຍ່ອຍ,
ຢູ່ຕາມເສັ້ນທາງປ່ຽວມຶດມັກຕົກ ເປັນເຫຍື່ອຂອງກຸ່ມຄົນບໍ່ດີດັ່ງກ່າວ
ກອງປະຊຸມຂອງເຈົ້າໜ້າທີ່ ປກສ ນະຄອນຫຼວງວຽງຈັນ
ແລະ ບັນດາເມືອງຕ່າງໆ ຢູ່ນະຄອນຫຼວງວຽງຈັນ ໄດ້ຍົກ ເຫດຜົນວ່າ: ປາກົດການຫຍໍ້ທໍ້ໃນສັງຄົມ
ຢູ່ນະຄອນຫຼວງວຽງຈັນ ມີລັກສະນະຊຳເຮື້ອມ້າງແລ້ວກໍເກີດຂຶ້ນໃໝ່, ເປັນການກະ ທຳຜິດທີ່ບໍ່ເຂັດຫຼາບ,
ຍ້ອນວິທີການ, ມາດຕະການຂອງພວກເຮົາຍັງບໍ່ຮັດກຸມ, ເຂັ້ມງວດ ແລະ ເດັດຂາດ, ໄວໜຸ່ມຈຳນວນ ໜຶ່ງບໍ່ມີວຽກເຮັດງານທຳເຄື່ອນໄຫວພົວພັນກັບສິ່ງເສບຕິດ
ແລະ ກະທຳສິ່ງບໍ່ຖືກຕ້ອງ, ການຄຸ້ມຄອງເປົ້າໝາຍດ້ານວິຊາສະ ເພາະກໍເຮັດບໍ່ຕໍ່ເນື່ອວ, ການເຄື່ອນໄຫວຂອງເຈົ້າໜ້າທີ່ຈຳນວນໜຶ່ງມີການສວຍໂອກາດ,
ສວຍໃຊ້ໜ້າທີ່ອັນບໍ່ຖືກຕ້ອງເຮັດໃຫ້ ສະພາບການແກ້ໄຂປາບປາມກຸ່ມຄົນບໍ່ດີດັ່ງກ່າວຍັງເຮັດໄດ້ໜ້ອຍຊຶ່ງກຳລັງເຈົ້າໜ້າທີ່ຈະຕ້ອງໄດ້ເພີ່ມທະວີປັບປຸງຕົນເອງໃຫ້
ດີຂຶ້ນກວ່າເກົ່າ.
No comments:
Post a Comment